ອົງການປົກຄອງ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ແນະນຳເພີ່ມເຕີມກ່ຽວກັບ ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

ເມື່ອບໍ່ດົນມານີ້, ອົງການປົກຄອງ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ແນະນຳເພີ່ມເຕີມກ່ຽວກັບ ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ເປັນປະໂດຍ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຜົ້ງສາລີ, ມີຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກ-ຮອງພະແນກການ ອ້ອມຂ້າງແຂວງ ເຂົ້າຮ່ວມ.

ກອງປະຊຸມເຜີຍແຜ່ແນະນຳເພີ່ມເຕີມ ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ໃນຄັ້ງນີ້ ຈັດຂຶ້ນເພື່ອເປັນທິດຊີ້ນຳໃນການຍູ້ແຮງ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ສ້າງຂະບວນການຂໍ່ານັບຮັບຕ້ອນ ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ຟົດຟື້ນ, ແຂງແຮງ ແລະ ຕໍ່ເນື່ອງ, ຮັບປະກັນການກະກຽມດໍາເນີນໄປຖືກຕ້ອງຕາມລະບຽບຂອງພັກ ກໍຄື ແຜນດຳເນີນງານຂອງສູນກາງພັກ ສະໄໝທີ X ທັງມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ພາວະວິໄສ ແລະ ແທດກັບສະພາບຕົວຈິງ.

ໃນກອງປະຊຸມ ໄດ້ຮັບຟັງມະຕິ ວ່າດ້ວຍ

ການກະກຽມດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ບົດລາຍງານການກະກຽມ ແລະ ແນະນໍາວຽກງານອະນຸກໍາມະການເນື້ອໃນ ແລະ ອະນຸກຳມະການເສດຖະກິດ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ, ບົດຄໍາເຫັນແນະນໍາຂອງ ອະນຸກຳມະການກົດລະບຽບ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ບົດຄຳເຫັນຕໍ່ກອງປະຊຸມເຜີຍແຜ່ແນະນຳເພີ່ມເຕີມ ການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກ ແຂວງຜົ້ງສາລີ ຂອງອະນຸກຳມະການຂະບວນການ ແລະ ແຂ່ງຂັນຍ້ອງຍໍ ແລະ ບົດລາຍງານກ່ຽວກັບ ການຄົ້ນຄວ້າໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຂອງ ສະພາປະຊາຊົນຂັ້ນແຂວງ ຊຸດທີ II.

ໃນໂອກາດັ່ງກ່າວ, ທ່ານເຈົ້າແຂວງໆຜົ້ງສາລີ ຍັງໄດ້ເນັ້ນໜັກບາງບັນຫາທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ ເປັນຕົ້ນແມ່ນ ການເລືອກເອົາເປົ້າໝາຍຜູ້ສະໝັກເລືອກຕັ້ງແຕ່ລະຂັ້ນ, ແຕ່ລະຂັ້ນຕ້ອງປະຕິບັດຢ່າງຮອບຄອບ, ລະອຽດ, ຖີ່ຖ້ວນ, ຮັບປະກັນຕາມຫຼັກການລວມສູນ ປະຊາທິປະໄຕຂອງພັກ, ຄັດເລືອກເອົາຕົວເດັ່ນ ແມ່ນຕ້ອງຄັດເລືອກຈາກຂະບວນການກະກຽມ ແລະ ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ອົງຄະນະພັກເມືອງ ແລະ ຄະນະພັກແຕ່ລະຂັ້ນ ໂດຍເລືອກເອົາບຸກຄົນ ແລະ ການຈັດຕັ້ງທີ່ເຂົ້າຮ່ວມໃນທຸກຂະບວນການຕົວຈິງ.