ນິວເດລີ-ອິນເດຍ

ໃນວັນທີ 5 ພະຈິກນີ້, ແພດໝໍໃນນະຄອນຫຼວງນິວເດລີ ຂອງອິນເດຍ ລະບຸວ່າ: ບັນຫາມົນລະພິດທາງອາກາດ ເຂົ້າຂັ້ນວິກິດແລ້ວ, ຜູ້ເຈັບເປັນທຸກຄົນລ້ວນແຕ່ມີຈຸດດຳຢູ່ທີ່ປອດ ທັ້ງໆທີ່ບໍ່ໄດ້ສູບຢາສູບ ແຕ່ເປັນເພາະຫາຍໃຈເອົາອາກາດພິດມາຕະຫຼອດຊີວິດ ຈຶ່ງຕ້ອງເລັ່ງແກ້ໄຂທີ່ຕົ້ນເຫດ.

ຂໍ້ມູນຂອງອົງການອະນາໄມໂລກ ລະບຸວ່າ: ໝອກຄວັນພິດ ຄ້າຊີວິດຊາວອິນເດຍປີບະລ້ານຄົນ ແລະ ນະຄອນຫຼວງນິວເດລີ ຄືເມືອງທີ່ອາກາດໂຫດຮ້າຍທີີ່ສຸດໃນບັນດາເມືອງໃຫຍ່ຂອງໂລກ, ທຸກເດືອນພະຈິກ ໂຮງໝໍໃນເມືອງແຫ່ງນີ້ທີ່ມີປະຊາກອນ 20 ລ້ານຄົນ ຈະເລີ່ມເຕັມໄປດ້ວຍຜູ້ເຈັບເປັນພະຍາດທາງເດີນຫາຍໃຈ, ອາກາດທີ່ເຢັນລົງ ເຮັດໃຫ້ຝຸ່ນລະອອງ ຂະໜາດ PM 2,5 ທີ່ລະອຽດຈົນສາມາດເຂົ້າໄປເຖິງເນື້ອເຫຍື່ອປອດ ແລະ ກະແສເລືອດ ລອຍຕົວຕໍ່າໃກ້ພື້ນດິນ ແລະ ສະສົມຈົນເກີນມາດຕະຖານຄວາມປອດໄພເຖິງ 30 ເທົ່າ.         

ນອກຈາກ ຄວັນໄອເສຍຈາກລົດຍົນ, ຄວັນຈາກໂຮງງານ, ຝຸ່ນລະອອງການກໍ່ສ້າງ ແລະ ການເຜົາພື້ນທີ່ການກະຊິກຳ ແລ້ວ ໃນໄລຍະເດືອນພະຈິກ ຍັງມີເທດສະການດິວາລີ ທີ່ມີການຈູດໄຟ ແລະ ດອກໄມ້ໄຟສະຫຼອງວັນຂຶ້ນປີໃໝ່ຂອງຊາວຮິນດູກັນທົ່ວປະເທດ ເຊິ່ງເຮັດໃຫ້ບັນຫາມົນລະພິດທາງອາກາດຍິ່ງຮຸນແຮງຂຶ້ນ ແລະ ຕ້ອງລໍຖ້າຈົນເຖິງເດືອນກຸມພາ ໝອກຄວັນພິດໃນນະຄອນຫຼວງນິວເດລີ ຈຶ່ງຈະເລີ່ມຈາງລົງ. ບັນດາແພດໝໍ ຊີແຈງວ່າ: ເດັກນ້ອຍເປັນກຸ່ມທີ່ໄດ້ຮັບອັນຕະລາຍຫຼາຍທີ່ສຸດ ເພາະຫາຍໃຈໄວກວ່າຜູ້ໃຫຍ່ ຈຶ່ງສູດເອົາມົນລະພິດເປັນສອງເທົ່າຂອງຜູ້ໃຫຍ່ໄປສະສົມໃນຮ່າງກາຍທີ່ມີຂະໜາດນ້ອຍກວ່າ, ເດັກນ້ອຍທີ່ເກີດໃນເມືອງຫຼວງ ສູດເອົາອາກາດພິດທຽບເທົ່າກັບການສູບຢາ 20-25 ກອກ ຕັ້ງແຕ່ມື້ທຳອິດທີ່ມືນຕາເບິ່ງໂລກ, ທາງແພດໄດ້ລໍນະລົງໃນຜູ້ຄົນຄຳນຶງເຖິງໄພນີ້ ຕະຫຼອດຫຼາຍປີທີ່ຜ່ານມາ ແລະ ຊີ້ວ່າ ຈຳເປັນຕ້ອງມີມາດຈະການໄລຍະຍາວເພື່ອແກ້ໄຂທີ່ຕົ້ນເຫດ ເພາະລຳພັງການຫ້າມກໍ່ສ້າງ, ຫຼຸດການຈະລາຈອນ ແລະ ຫ້າມໃຊ້ເຄື່ອງກຳເນີດໄຟຟ້ານໍ້າມັນກາຊວນ ກໍຍັງຊ່ວຍຫຍັງບໍ່ໄດ້ຫຼາຍປານໃດ.