ງານເອັກສ໌ໂປຈີນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ພະຈິກນີ້ ວ່າ: ປະທາປະເທດ ສີ ຈິ້ນຜິງ ຂອງຈີນ ຈະໃຊ້ງານເອັກສ໌ໂຊ ການນຳເຂົ້າສາກົນຈີນ (CIIE) ທີ່ນະຄອນຊຽງໄຮ້ ທີ່ທ່ານເປີດງານໃນວັນທີ 5 ພະຈິກ ເປັນສັນຍາລັກສະແດງອອກວ່າ ຈີນ ສະນັບສະໜູນການຄ້າເສລີ ແລະ ກະແສໂລກາພິວັດ.

ເວັບໄຊໜັງສືພິມເຊົາໄຊນາ ມໍນິງ ລາຍງານວ່າ: ປະທານປະເທດ ສີ ຈິ້ນຜິງ ຈະກ່າວສູນທອນພົດເປີດງານທີ່ຈັດຂຶ້ນລະຫວ່າງ ວັນທີ 5-10 ພະຈິກ ແຕ່ຈະບໍ່ປະກາດນະໂຍບາຍໃໝ່ໆທີ່ທຸລະກິດຕ່າງປະເທດຢາກຟັງ, ງານເອັກສ໌ໂປນີ້ ຈະເປັນໂອກາດໃຫ້ບໍລິສັດ ແລະ ຜູ້ຄ້າຂາຍ 3.000 ແຫ່ງທົ່ວໂລກ ໄດ້ຮັບຄຳສັ່ງຊື້ໃໝ່ໆຈາກບໍລິສັດຈີນ ທີ່ມີຜູ້ບໍລິໂພກຈຳນວນມະຫາສານ ແລະ ໜຶ່ງໃນນັ້ນ ເປັນນັກທຸລະກິດຊາວອາເມລິກາເຊື້ອສາຍຈີນ ທີ່ຂາຍໂຮງງານໃນຈີນໃນ 3 ປີກ່ອນ ແລ້ວຍ້າຍໄປເປີດໂຮງງານເຄື່ອງໃຊ່ສ່ວນບຸກຄົນ ໃນລັດຄາລິຟໍເນຍ ຂອງ ສະຫະລັດ ອາເມລິກາ ໂດຍລາວໄດ້ເຊົ່າບູດໃນງານນີ້ 12 ບູດ ຈັດສະແດງສິນຄ້າທີ່ບໍ່ສາມາດຈຳໜ່າຍໃນຈີນ ເພາະຍື່ນຂໍຈົດທະບຽນສິນຄ້າ 100 ລາຍການ ຕັ້ງແຕ່ເປີດສຳນັກງານຂາຍໃນນະຄອນຊຽງໄນ້ ໃນປີຜ່ານມາ ແຕ່ບໍ່ໄດ້ຮັບອະນຸຍາດຈັກລາຍງານເລີຍ ຈົນເປັນຜົນໃຫ້ຕ້ອງສູນເສຍເງິນໄປຫຼ້າໆ 1,5 ລ້ານຢວນ. ນອກຈາກນີ້, ຍັງຕ້ອງແບກຮັບຕົ້ນທຶນການຜະລິດທີ່ສູງຂຶ້ນ ເພາະສົງຄາມການຄ້າລະຫວ່າງ ສະຫະລັດ ອາເມລິກາ ແລະ ຈີນ ເຮັດໃຫ້ຕ້ອງຈ່າຍຄ່າວັດສະດຸບັນຈຸສິນຄ້ານຳເຂົ້າຈາກຈີນ ເພີ່ມຂຶ້ນ 10% ໃນຂະນະນີ້ ແລະ ອາດເພີ່ມເປັນ 25% ຕັ້ງແຕ່ປີໜ້າ.

ລັດຖະບານຈີນ ໄດ້ຫຼຸດພາສີນຳເຂົ້າສິນຄ້າເກືອບ 200 ປະເພດ ຈາກ 17,7% ໃນປີຜ່ານມາ ເຫຼືອ 7,7% ໃນປັດຈຸບັນ, ຫຼຸດພາສີສິນຄ້າອຸປະໂພກ-ບໍລິໂພກບາງຢ່າງແລ້ວ 3 ຄັ້ງ ໃນປີນີ້ ແລະ ຮັບປາກຈະບໍ່ເກັບພາສີນຳເຂົ້າສິນຄ້າບາງລາຍການທີ່ນຳມາຈັດສະແດງໃນງານເອັກສ໌ໂປນີ້ ແຕ່ຍັງຄົງມີມາດຕະການທີ່ບໍ່ແມ່ນພາສີ ເຊິ່ງຊັບຊ້ອນ ແລະ ເບິ່ງບໍ່ເຫັນຢູ່ເປັນຈຳນວນຫຼາຍ. ທັ້ງນີ້, ສະຫະປະຊາຊາດ ລະບຸວ່າ: ຈີນ ໃຊ້ມາດຕະການທີ່ບໍ່ແມ່ນພາສີກັບສິນຄ້ານຳເຂົ້າຈາກ ສະຫະລັດ ອາເມລິກາ 22 ມາດຕະການ ຂະນະທີ່ ສະຫະລັດ ອາເມລິກາ ໃຊ້ກັບ ຈີນ 100 ມາດຕະການ.