ການປາຖະກະຖາ ກ່ຽວກັບ “ເມືອງວຽງໄຊ - ຖານທີ່ໝັ້ນ”

ວັນທີ 2 ພະຈິກ 2018, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາການປາຖະກະຖາກ່ຽວກັບ ເມືອງວຽງໄຊ-ຖານທີ່ໝັ້ນ ຂອງການປະຕິວັດລາວ ຄົບຮອບ 50 ປີ ໃຫ້ກຽດເຜີຍແຜ່ໂດຍ ສຈ ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງຫົວໜ້າຜູ້ປະຈໍາການຄະນະຮັບຜິດຊອບການສະເຫຼີມສະຫຼອງ ເມືອງວຽງໄຊ-ຖານທີ່ໝັ້ນ ຂອງການປະຕິວັດລາວ ຄົບຮອບ 50 ປີ, ມີຄະນະພັກ-ຄະນະນໍາກະຊວງ-ອົງການທຽບເທົ່າ, ຄະນະພັກນະຄອນຫຼວງວຽງຈັນ, ຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຄະນະໂຄສະນາອົບຮົມສູນກາງພັກ

ສຈ ປອ ກິແກ້ວ ໄຂຄໍາພິທູນ ກ່າວວ່າ: 

ກອງປະຊຸມເຜີຍແຜ່ ແນະນໍາການປາຖະກະຖາກ່ຽວກັບ “ເມືອງວຽງໄຊ-ຖານທີ່ໝັ້ນ” ໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ໃຫ້ຄະນະພັກ-ຄະນະນໍາບັນດາກະຊວງ-ອົງການ, ຄະນະໂຄສະນານະຄອນຫຼວງ ແລະ ແຂວງ ນໍາໄປຈັດຕັ້ງການປາຖະຖາກ່ຽວກັບ ການສ້າງຕັ້ງ ເມືອງວຽງໄຊ-ຖານທີ່ໝັ້ນ ຂອງການປະຕິວັດ ເພື່ອໃຫ້ພະນັກງານລັດຖະກອນຢູ່ກະຊວງ-ອົງການທຽບເທົ່າ, ນະຄອນຫຼວງ, ແຂວງ ກໍຄືພໍ່-ແມ່ປະຊາຊົນລາວ ໄດ້ເຊື່ອມຊຶມເອົາມູນເຊື້ອຄວາມປີຊາສາມາດ, ຄວາມສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໃນການນໍາພາປະຕິວັດ, ເປັນການລະນຶກຈົດຈໍາລໍ້າລຶກໄຊຊະນະອັນຍິ່ງໃຫຍ່ຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ກໍຄືຜົນງານອັນລໍ້າເລີດ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງການນໍາຮຸ່ນກ່ອນ ໂດຍສະເພາະ ປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາຄົນອື່ນໆທີ່ໄດ້ນໍາພາ-ພາລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດ, ການສ້າງເມືອງວຽງໄຊ ເປັນຖານທີ່ໝັ້ນອັນແຂງແກ່ນ ເພື່ອເຮັດສໍາເລັດການປະຕິວັດຊາດ ກ້າວຂຶ້ນສູ່ສັງກາດໃໝ່.

ຄະນະໂຄສະນາອົບຮົມສູນກາງພັກ

ພ້ອມກັນນັ້ນ, ກໍເພື່ອສຶກສາອົບຮົມພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນຮຸ່ນຄົນໝຸ່ມໃຫ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ ເສັ້ນທາງກ້າວເດີນອັນລະອິດລະອ້ຽວຂອງການປະຕິວັດ, ມູນເຊື້ອຕໍ່ສູ້ມີໄຊ ແລະ ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ກໍຄືການຄົ້ນຄວ້າຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທໍາປະຕິວັດ ຂອງບັນດາທ່ານຜູ້ນໍາປະຕິວັດຮຸ່ນກ່ອນ, ເພື່ອເສີມຂະຫຍາຍມູນເຊື້ອແຫ່ງການຊີ້ນໍາ-ນໍາພາຮອບດ້ານຂອງພັກ, ມູນເຊື້ອຕໍ່ສູ້ພິລະອາດຫານຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ມູນເຊື້ອສາມັກຄີປອງດອງຊາດ ແລະ ມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງງານສ້າງສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນລາວເຮົາ, ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮົາກ້າວຂຶ້ນສູ່ຈຸດໝາຍທີ່ໄດ້ກໍານົດໄວຢ່າງມີໄຊ.

ກອງປະຊຸມເຜີຍແຜ່ແນະນໍາການປາຖະກະຖາ