ເປັນປະທານໂດຍ ສະຫາຍ ສົມສະນິດ ສຸວັນນະລາດ

ໃນຕອນເຊົ້າວັນທີ 1 ພະຈິກ 2018, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງ ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2017 ໂດຍການເປັນປະທານຂອງ ສະຫາຍ ສົມສະນິດ ສຸວັນນະລາດ ຮອງເລຂາຄະນະພັກ, ປະທານກວດກາພັກ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ມີບັນດາສະຫາຍເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສໍາຮອງພາຍໃນ ຫສນຍ ເຂົ້າຮ່ວມ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ບົດແນະນຳເພີ່ມເຕີມ ເລກທີ 04/ຄກສພ ລົງວັນທີ 5 ມັງກອນ 2018 ກ່ຽວກັບສິດຕົກລົງວິໄນຂັ້ນກ່າວເຕືອນ, ປ່ຽນແປງ ຫຼື ລົບລ້າງຮູບການລົງວິໄນຂອງ ຄະນະກວດກາພັກແຕ່ຂັ້ນເມືອງ ແລະ ທຽບເທົ່າຂຶ້ນໄປ; ຂໍ້ກຳນົດ ເລກທີ 05/ ຄກສພ ລົງວັນທີ 5 ມັງກອນ 2018 ວ່າດ້ວຍ ການຕິດຕາມ, ກວດກາການຈັດຕັ້ງປະຕິບັດຜົນຂອງການກວດກາ; ບົດແນະນໍາ ເລກທີ 25 /ອກລ, ລົງວັນທີ 30 ມັງກອນ 2018 ກ່ຽວກັບການດໍາ ເນີນຄະດີສໍ້ລາດບັງຫຼວງ; ບົດແນະ ນຳ ເລກທີ 36/ອກລ ລົງວັນທີ 5 ກຸມພາ 2018 ກ່ຽວກັບ ການກວດກາຕາມຜົນຂອງການກວດສອບ. ທັງນີ້, ກໍເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານທົ່ວ ຫສນຍ ໄດ້ຮັບຮູ້, ເຊື່ອມຊຶມຕໍ່ເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2017 ກໍຄືບັນດາເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ ເວົ້າລວມ, ເວົ້າສະເພາະກໍແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຂອງອົງຄະນະພັກ ຫສນຍ ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ)

ໃນຕອນທ້າຍ, ປະທານກອງປະຊຸມ ຍັງໄດ້ເຜີຍແຜ່ບົດໂອ້ລົມຂອງ ສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຕໍ່ ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2017 ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນສຳເລັດ, ດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນຈາກການຈັດຕັ້ງປະຕິບັດວຽກງານກວດກາ ໃນໄລຍະຜ່ານມາ, ທິດທາງແຜນການ ປະຈຳປີ 2018; ພ້ອມດຽວກັນນັ້ນ, ປະທານກອງປະຊຸມ ຍັງໄດ້ຜ່ານທິດທາງແຜນການໃນການຈັດຕັ້ງປະຕິບັດວຽກງານກວດກາຂອງ ຫສນຍ ເປັນຕົ້ນແມ່ນຈະໄດ້ສືບຕໍ່ຄົ້ນຄວ້າ  ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຂອງອົງຄະນະພັກ ຫສນຍ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ; ສ້າງ ແລະ ປັບປຸງກົນໄກການຈັດຕັ້ງປະຕິບັດວຽກງານກວດກາພັກ, ລັດ, ຕ້ານ ແລະ ສະກັດກັ້ນປະກົດການ ຫຍໍ້ທໍ້ຕ່າງໆ; ສືບຕໍ່ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຄະນະພັກຮາກຖານ, ຄະນະໜ່ວຍພັກຕະຫຼອດຮອດສະມາຊິກພັກ-ພະນັກງານ; ສືບຕໍ່ຕິດຕາມ ແລະ ຊຸກຍູ້ການກໍ່ສ້າງພັກປອດໃສ, ໜັກແໜ້ນ, ເຂັ້ມ ແຂງ; ດຳເນີນການແຈ້ງຊັບສິນໃຫ້ສຳເລັດຕາມແຜນກຳນົດໄວ້; ເອົາໃຈໃສ່ຄົ້ນຄວ້າແກ້ໄຂຄຳສະເໜີຂອງປະຊາຊົນໃຫ້ໄວ, ມີຄວາມຖືກຕ້ອງ, ຮັບປະກັນໃນການເປັນເສນາທິການໃຫ້ແກ່ຂັ້ນເທິງສາມາດຕົກລົງບັນຫາໄດ້ຢ່າງຖືກຕ້ອງ ແລະ ມີປະສິດທິຜົນສູງ.

ກອງປະຊຸມວຽກງານກວດກາທົ່ວປະເທດ