ວັນທີ 31 ຕຸລາ 2018, ກອງບັນຊາການ ປກສ ແຂວງ ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກອງພັນປ້ອງກັນເຄື່ອນທີ່ ຄົບຮອບ 17 ປີ (2 ພະ ຈິກ 2001-2 ພະຈິກ 2018), ເຂົ້າ ຮ່ວມໂດຍ ພັທ ອິນສົມ ທຳລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ. ມີຄະນະຫ້ອງ, ກອງ, ຄ້າຍ, ລປພ ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງກອງບັນຊາການເຂົ້າຮ່ວມ 100 ກວ່າສະຫາຍ.

ພັທ ອິນສົມ ທຳລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຍົກໃຫ້ເຫັນການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນເຄື່ອນທີ່ ເຊິ່ງເລີ່ມແຕ່ສ້າງຕັ້ງກອງພັນ 208 ຂຶ້ນໃນ ວັນທີ 2 ພະຈິກ 2001 ແລະ ຈາກນັ້ນ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ປ່ຽນຊື່ມາເປັນກອງພັນປ້ອງກັນເຄື່ອນທີ່ມາເຖິງປັດຈຸບັນ. ສຳລັບກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ສ້າງຕັ້ງກອງຮ້ອຍເຄື່ອນທີ່ 1 ຂຶ້ນໃນວັນທີ 19 ມິ ຖຸນາ 2007 ແລະ ໄດ້ສ້າງຕັ້ງກອງຮ້ອຍ ເຄື່ອນທີ່ 2 ໃນວັນທີ 18 ສິງຫາ 2008 ຍ້ອນຄວາມຮຽກຮ້ອງຕ້ອງການ, ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບແຂວງຫຼວງນໍ້າທາ. ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ອອກຂໍ້ຕົກລົງໂຮມສອງກອງຮ້ອຍຕັ້ງເປັນກອງພັນປ້ອງກັນເຄື່ອນທີ່ຂຶ້ນໃນວັນທີ 30 ກໍລະກົດ 2013.

ຈາກນັ້ນ, ທ່ານກໍໄດ້ຍົກໃຫ້ເຫັນທີ່ຕັ້ງ, ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ບຸກຄະລາກອນ, ຫຼັກການ ແລະ ລະບອບວິທີເຮັດວຽກຂອງກຳລັງປ້ອງກັນເຄື່ອນທີ່ແຂວງຫຼວງນໍ້າທາ ຈຸດປະສົງກໍເພື່ອເຮັດໃຫ້ນາຍ ແລະ ພົນຕຳຫຼວດ ໄດ້ຮັບຮູ້ເຊື່ອມຊຶມເຂົ້າໃຈພາລະບົດບາດຂອງວຽກງານປ້ອງກັນເຄື່ອນທີ່.