ມົນລະພິດທາງອາກາດ ໃນອິນເດຍ

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 7 ມິຖຸນາ ວ່າ: ມົນລະພິດທາງອາກາດ ທີ່ປົກຄຸມເມືອງຕ່າງໆ ທັງໃຫຍ່ ແລະ ນ້ອຍ ໃນອິນເດຍ ເຮັດໃຫ້ເດັກນ້ອຍໃນປະເທດທີ່ອາຍຸຕໍ່າກວ່າ 5 ປີ ເສຍຊີວິດຫຼາຍກວ່າ 100.000 ຄົນ.

ຜົນການສຶກສາທີ່ເຜີຍແຜ່ ໃນວັນທີ 5 ມິຖຸນາ ທີ່ຜ່ານມາ ເນື່ອງໃນວັນສິ່ງແວດລ້ອມໂລກ ລະບຸວ່າ:

ອິນເດຍ ປະສົບກັບຄວາມຫຼົ້ມເຫຼວຫຼາຍຄັ້ງ ໃນການແກ້ໄຂບັນຫາສິ່ງແວດລ້ອມ ໃນປີຜ່ານມາ ແລະ ລາຍງານຂອງອົງການສະຫະປະຊາຊາດ ຍັງພົບວ່າ:

ເມືອງ 15 ແຫ່ງທົ່ວໂລກ ທີ່ເປັນເມືອງທີ່ມີມົນລະພິດຫຼາຍທີ່ສຸດໃນໂລກນັ້ນ ເປັນເມືອງຂອງອິນເດຍເຖິງ 14 ແຫ່ງ ແລະ ເຖິງແມ່ນວ່າ ປະເທດອື່ນໆຈະຮຽກຮ້ອງໃຫ້ລົງມືດຳເນີນການແກ້ໄຂບັນຫາມົນລະພິດ ເຊິ່ງເປັນກະແສໄປທົ່ວໂລກ ແຕ່ນັກການເມືອງອິນເດຍ ກໍບໍ່ໄດ້ໃຫ້ຄວາມສົນໃຈໃນເລື່ອງນີ້ ໃນການເລືອກຕັ້ງຄັ້ງຫຼ້າສຸດທີ່ຜ່ານມາ.

ທາງດ້ານ ສູນວິທະຍາສາດ ແລະ ສິ່ງແວດລ້ອມ ໄດ້ເຮັດລາຍງານສະພາບແວດລ້ອມຂອງອິນເດຍ ພົບວ່າ:

ມົນລະພິດທາງອາກາດ ເປັນສາເຫດ 12,5% ຂອງການເສຍຊີວິດ ທີ່ເກີດຂຶ້ນໃນປະເທດອິນເດຍ ທັງໝົດ ແລະ ຍັງພົບອີກວ່າ 86% ຂອງແຫຼ່ງນໍ້າໃນອິນເດຍ ມີມົນລະພິດຮ້າຍແຮງ.

ນອກຈາກນີ້, ຄວາມຄືບໜ້າໃນເລື່ອງການຊຸກຍູ້ການໃຊ້ພະລັງງານທົດແທນ ໃນອິນເດຍ ຢູ່ໃນສະພາບສິ້ນຫວັງ ເຊິ່ງນັບມາຈົນເຖິງເດືອນທີ່ຜ່ານມາ ອິນເດຍມີລົດໄຟຟ້າ 280.000 ຄັນ ເຊິ່ງເປັນພຽງເສດໜ້ອຍໆຂອງເປົ້າໝາຍ ທີ່ຈະໃຫ້ມີລົດໄຟຟ້າ 15-16 ລ້ານຄັນ ພາຍໃນປີ 2020.