ການນໍາກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ທີ່ອະນຸສອນສະຖານປະທານ ໄກສອນພົມວິຫານ ໃນວັນທີ 5 ມິຖຸນາ 2019 ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ ຄົບຮອບ 57 ປີ (6 ມິຖຸນາ 1962-6 ມິຖຸນາ 2019) ນໍາໂດຍ ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງ ແລະ ປກສ ນະຄອນໄກສອນພົມວິຫານເຂົ້າ ຮ່ວມ.

ການເຂົ້າວາງພວງມະລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້ ເພື່ອລະນຶກເຖິງຄຸນງາມຄວາມດີຂອງທ່ານຜູ້ນຳທີ່ແສນເຄົາລົບ ແລະ ນັກຮົບປະຕິວັດທີ່ເສຍສະຫຼະເລືອດເນື້ອຊີວິດ ເພື່ອປະຊາຊົນລາວໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືປະຊາຊົນຊາວແຂວງສະຫວັນນະເຂດ ທັງເປັນຜູ້ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຜ່ານຂະບວນວິວັດຂອງການນຳອັນສະຫຼາດສ່ອງໃສ ແລະ ຄວາມເປັນແບບຢ່າງທີ່ແສນປະເສີດອັນໃສແຈ້ງນີ້ ຄະນະ ພັກ-ຄະນະການນໍາພະນັກງານທະຫານຕຳຫຼວດຕະຫຼອດຮອດພໍ່-ແມ່ປະຊາຊົນລາວບັນດາເຜົ່າ ຄົງຈະບໍ່ມີວັນຈະຫຼົງລືມ ແລະ ຈື່ຈຳໄປຕະຫຼອດຢ່າງສຸດອົກສຸດໃຈ.