ຍິງຄົນໜຶ່ງ ອາຍຸ 42 ປີ ທີ່ຖືກແຟນເກົ່າລັກພາຕົວໄປກັກຂັງ ທີ່ບ້ານຝ່າຍຊາຍເປັນເວລາດົນນານເຖິງ 22 ປີ ກ່ອນຈະໜີອອກມາໄດ້

ໃນວັນທີ 6 ມິຖຸນາ ທີ່ຜ່ານມາ, ສຳນັກຂ່າວ ອິນໂຟແບ ລາຍງານຂ່າວ ກໍລະນີສະເທືອນໃຈຂອງຍິງຄົນໜຶ່ງ ອາຍຸ 42 ປີ ທີ່ຖືກແຟນເກົ່າລັກພາຕົວໄປກັກຂັງ ທີ່ບ້ານຝ່າຍຊາຍເປັນເວລາດົນນານເຖິງ 22 ປີ ກ່ອນຈະໜີອອກມາໄດ້ ທີ່ເມືອງໂຣຊາຣິໂອ ປະເທດອາກຊັງຕິນ.

ຍິງສາວຜູ້ເສຍຫາຍ ເຊິ່ງບໍ່ໄດ້ເປີດເຜີຍຊື່ເພື່ອຄວາມປອດໄພ ຖືກ ທ້າວ ອອສກາ ປັດຈຸບັນອາຍຸ 57 ປີ ລັກພາຕົວ ຕັ້ງແຕ່ຕອນອາຍຸ 19 ປີເທົ່ານັ້ນ ກ່ອນຈະຫຼຸດຈາກການຕົກເປັນທາດ ໃນອີກ 22 ປີຕໍ່ມາ ໂດຍອາໄສຈັງຫວະເຂົ້າຫ້ອງນໍ້າ ແລະ ອອກມາທາງປະຕຸໜ້າບ້ານ ທີ່ບໍ່ໄດ້ລັອກໄວ້ໃນຕອນນັ້ນ ແລ່ນໜີອອກມາພ້ອມກັບເອົາເງິນສົດ ແລະ ໂທລະສັບມືຖືຂອງ ທ້າວ ອອສກາ ແລະ ແຈ້ງຄວາມທີ່ສະຖານີຕຳຫຼວດ ຈົນນຳໄປສູ່ການຈັບກຸມ ທ້າວ ອອສກາ ໃນອີກ 2-3 ມື້ຕໍ່ມາ.

ທ່ານ ລູເຊຍນາ ອັນລາເຣວລາ ໄອຍະການ ລະບຸວ່າ:

ຜູ້ຖືກສົງໄສ ຖືກຕັ້ງຂໍ້ຫາລັກພາຕົວ ແລະ ທຳຮ້າຍຮ່າງກາຍ ມີໂທດຕິດຄຸກຕັ້ງແຕ່ 2-6 ປີ ເຊິ່ງທາງໄອຍະການ ກໍຍອມຮັບວ່າ ບໍ່ໄດ້ສະທ້ອນຄວາມຜິດທີ່ກັກຂັງຜູ້ເສຍຫາຍ ດົນເຖິງ 22 ປີເລີຍ.

ຍິງສາວຜູ້ເສຍຫາຍ ຖືກ ທ້າວ ອອສກາ ປັດຈຸບັນອາຍຸ 57 ປີ ລັກພາຕົວ ຕັ້ງແຕ່ຕອນອາຍຸ 19 ປີເທົ່ານັ້ນ
ຍິງສາວຜູ້ເສຍຫາຍ ຖືກ ທ້າວ ອອສກາ ປັດຈຸບັນອາຍຸ 57 ປີ ລັກພາຕົວ ຕັ້ງແຕ່ຕອນອາຍຸ 19 ປີເທົ່ານັ້ນ

ຜູ້ເສຍຫາຍ ຖືກ ທ້າວ ອອສກາ ທຳຮ້າຍ ແລະ ຂົ່ມຂູ່ ຕັ້ງແຕ່ເລີ່ມຄົບກັນໃໝ່ໆ ເຊິ່ງພໍ່ແມ່ຝ່າຍຍິງ ຮູ້ເລື່ອງນີ້ ແລະ ພະຍາຍາມຊ່ວຍເຫຼືອແລ້ວ ແຕ່ ທ້າວ ອອສກາ ວາງແຜນຈັບແຟນສາວເປັນຕົວປະກັນ ໂດຍລ່າວໂຊ້ເຂົ້າກັບຂາຕຽງ ໃນໄລຍະ 2 ປີທຳອິດ ແລະ ຂົ່ມຂູ່ວ່າຈະທຳຮ້າຍລູກຊາຍ ເຊິ່ງເປັນລູດຕິດຈາກສາມີຄົນກ່ອນ ເພື່ອໃຫ້ຜູ້ເສຍຫາຍ ຍອມເຮັດຕາມ.

ທາງໄອຍະການ ບອກຕື່ມວ່າ:

ທ້າວ ອອສກາ ໃຫ້ຜູ້ເສຍຫາຍ ໂທຫາຄອບຄົວໄດ້ ແຕ່ຕ້ອງເວົ້າຕາມທີ່ຕົນສັ່ງເທົ່ານັ້ນ ຈົນຄອບຄົວຝ່າຍຍິງເຂົ້າໃຈຜິດມາຕະຫຼອດ 22 ປີ ວ່າ ຜູ້ເສຍຫາຍບໍ່ຕ້ອງການຕິດຕໍ່ຫາອີກຕໍ່ໄປແລ້ວ.

ເຫດເກີດຂຶ້ນທີ່ເມືອງໂຣຊາຣິໂອ ປະເທດອາກຊັງຕິນ
ເຫດເກີດຂຶ້ນທີ່ເມືອງໂຣຊາຣິໂອ ປະເທດອາກຊັງຕິນ

ທັ້ງນີ້, ສື່ທ້ອງຖິ່ນ ລາຍງານອີກວ່າ:

ຜູ້ເສຍຫາຍ ໄດ້ຮັບອອກນຸຍາດໃຫ້ອອກຈາກບ້ານ ທີ່ຕັ້ງຢູ່ໃນບໍລິສັດຂອງ ທ້າວ ອອສກາ ເປັນບາງຄັ້ງ ແຕ່ຕ້ອງແຖຫົວ ແລະ ແຕ່ງຕົວຄ້າຍກັບຜູ້ຊາຍ ເພື່ອບໍ່ໃຫ້ຄົນຈື່ຈຳຜູ້ເສຍຫາຍໄດ້ ແລະ ຂະນະນີ້ ທ້າວ ອອສກາ ຖືກຝາກຂັງລະຫວ່າງ ການພິຈາລະນາຄະດີ ເຊິ່ງຈະດຳເນີນການສອບສວນເພີ່ມເຕີມຕໍ່ໄປ.