ໃນວັນທີ 10 ມິຖຸນາ, ສຳນັກງານພາສີອາກອນຈີນ ເປີດເຜີຍຂໍ້ມູນ ວ່າ: ຍອດການສົ່ງອອກເດືອນພຶດສະພາ ເພີ່ມຂຶ້ນເກີນຄາດ 1,1% ຈາກເດືອນດຽວກັນຂອງປີຜ່ານມາ ສວນທາງກັບຍອດການນຳເຂົ້າທີ່ຫຼຸດລົງຄໍ່າກວ່າຄາດ 8,5% ແລະ ສົ່ງຜົນໃຫ້ຈີນ ເກີນດຸນການຄ້າທີ່ 41.650 ລ້ານໂດລາສະຫະລັດ.

ຕົວເລກດັ່ງກ່າວ ສວນທາງກັບທີ່ ສຳນັກງານຣອຍເຕີ ສຳຫຼວດຄວາມຄິດເຫັນຂອງນັກວິເຄາະ ທີ່ຄາດຄະເນວ່າ:

ຍອດການສົ່ງອອກຈີນ ເດືອນພຶດສະພາ ຈະຫຼຸດລົງ 3,8% ຫຼັງຈາກຫຼຸດລົງ 2,7% ໃນເດືອນເມສາ, ສ່ວນຍອດການນຳເຂົ້າຈະຫຼຸດລົງ 3,8% ຫຼັງຈາກເພີ່ມຂຶ້ນ 4% ໃນເດືອນເມສາ ແລະ ຈະເຮັດໃຫ້ຍອດເກີນດຸນການຄ້າຢູ່ທີ່ 20.500 ເພີ່ມຂຶ້ນຈາກ 13.830 ລ້ານໂດລາສະຫະລັດ ໃນເດືອນເມສາ.

ນັກວິເຄາະ ຄາດຄະເນແບບນັ້ນ ເພາະຄວາມເຄັ່ງຕຶງທາງການຄ້າ ລະຫວ່າງ ຈີນ ກັບ ສະຫະລັດອາເມລິກາ ທະວີຄວາມຮຸນແຮງຂຶ້ນ ໃນເດືອນຜ່ານມາ ເມື່ອ ປະທານາທິບໍດີ ໂດໂນ ທຣຳ ປະກາດໃນວັນທີ 10 ພຶດສະພາ ວ່າຈະຂຶ້ນພາສີສິນຄ້າຈີນ ມູນຄ່າ 200.000 ລ້ານໂດລາສະຫະລັດ ເປັນ 25% ໂດຍກ່າວຫາວ່າ ຈີນປີ້ນຄວາມທັ້ງໆທີ່ຮັບປາກວ່າ ຈະປ່ຽນແປງທາງໂຄງສ້າງເລື່ອງພຶດຕິກຳທາງເສດຖະກິດ ແລະ ພິຈາລະນາຂຶ້ນພາສີສິນຄ້ານຳເຂົ້າຈາກຈີນ ທີ່ເຫຼືອອີກ 300.000 ລ້ານໂດລາສະຫະລັດ ຈຶ່ງເຮັດໃຫ້ຈີນຕອບໂຕ້ດ້ວຍມາດຕະການດຽວກັນ.