ໃນວັນທີ 4 ມິຖຸນາ 2019, ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດທີ່ມີຜົນງານໃນການປະຕິບັດວຽກງານວິຊາສະ ເພາະ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນໃຫ້ກຽດປະດັບຊັ້ນ ໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກບັນດາ ຫ້ອງ, ກອງອ້ອມຂ້າງ ແລະ ຕາງໜ້າຈາກກອງບັນຊາການ ປກສ 11 ເມືອງ ເຂົ້າ ຮ່ວມ.

ພັທ ບຸນຊ່ວງ ຈັນດາລາ ຮັກສາການຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 920/ປກສ ລົງວັນທີ 22 ພຶດສະພາ 2019 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ ເພື່ອປະຕິບັດນະໂຍບາຍຂອງພັກ-ລັດຕໍ່ນາຍຕໍາຫຼວດຜູ້ທີ່ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຕະຖານເງື່ອນໄຂການເລື່ອນຊັ້ນທີ່ກຳນົດໄວ້ໃນກົດໝາຍວ່າ ດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ເຊິ່ງໃນນີ້ໄດ້ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 27 ສະຫາຍ, ຊັ້ນຮ້ອຍເອກ ຂຶ້ນ ພັນຕີ 16 ສະຫາຍ ແລະ ຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 31 ສະຫາຍ.

ໂອກາດນີ້, ທ່ານ ພົງສະຫວັນ ສິດທະວົງ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນເປັນແບບຢ່າງທີ່ດີໃນການເຄື່ອນ ໄຫວເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ບັນດາສະຫາຍຕ້ອງໄດ້ຮັບພາລະໜ້າທີ່ໜັກໜວງກວ່າເກົ່າ, ເພີ່ມຄວາມຮັບຜິດຊອບໃຫ້ສູງຂຶ້ນຕື່ມບາດກ້າວໜຶ່ງ ແລະ ສ້າງຄວາມເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນໃນ ການເຄື່ອນໄຫວວຽກງານແຕ່ລະໄລຍະ; ພ້ອມນີ້ບັນດາຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງ ເພີ່ມທະວີກຳແໜ້ນສະພາບຮອບດ້ານ, ເອົາໃຈໃສ່ສຶກສາອົບຮົມພະນັກງານ-ນັກຮົບ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ແລະ ບຸກບືນກ້າວຂຶ້ນເຮັດສຳເລັດໜ້າທີ່ຕາມການມອບໝາຍ.