ເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ບູນປີ ໄລປະເສີດ ເຈົ້າເມືອງເມືອງນາແລ

ໃນທ້າຍເດືອນພຶດສະພາ ທີ່ຜ່ານມາ, ກອງບັນຊາການ ປກສ ເມືອງນາແລ ແຂວງຫຼວງນ້ຳທາ ໄດ້ຈັດພິທີປະກາດຍຸບ ຫ້ອງການ ປກສ ບໍລິການປະຊາຊົນ ກຸ່ມບ້ານເລົາ ເພື່ອສະດວກໃຫ້ແກ່ການຄຸ້ມຄອງກວດກາການເຄື່ອນໄຫວຂອງພົນລະເມືອງ, ການປະຕິບັດໜ້າທີຂອງກຳລັງ ປກສ ກຸ່ມບ້ານ ໃຫ້ມີຄວາມເຂັ້ມງວດ, ເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ບູນປີ ໄລປະເສີດ ເຈົ້າເມືອງເມືອງນາແລ, ມີ ພັທ ອິນສົມ ທຳລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ມີ ຄະນະຫ້ອງການເມືອງ, ຫົວໜ້າຄະນະກອງບັນຊາການ ປກສ ເມືອງນາແລ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.

ພິທີປະກາດຍຸບ ຫ້ອງການ ປກສ ບໍລິການປະຊາຊົນ ກຸ່ມບ້ານເລົາ ເພື່ອສະດວກໃຫ້ແກ່ການຄຸ້ມຄອງກວດກາການເຄື່ອນໄຫວຂອງພົນລະເມືອງ
ພິທີປະກາດຍຸບ ຫ້ອງການ ປກສ ບໍລິການປະຊາຊົນ ກຸ່ມບ້ານເລົາ ເພື່ອສະດວກໃຫ້ແກ່ການຄຸ້ມຄອງກວດກາການເຄື່ອນໄຫວຂອງພົນລະເມືອງ

ພັຕ ຊຽງທອງ ນຸພາວົງ ຫົວໜ້າຫ້ອງການກອງບັນຊາການ ປກສ ເມືອງນາແລ ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ສະບັບເລກທີ 140/ຈມ ລົງວັນທີ 7 ພຶດສະພາ 2019 ວ່າດ້ວຍ ການຍຸບຫ້ອງການ ປກສ ບໍລິການປະຊາຊົນກຸ່ມບ້ານເລົາ, ຂໍ້ຕົກລົງຂອງ ກອງບັນຊາການ ປກສ ເມືອງນາແລ ສະບັບເລກທີ 28/ປກສມ ລົງວັນທີ 30 ພຶສະພາ 2019 ວ່າດ້ວຍ ການມອບໂອນບ້ານຫາດລົມ, ບ້ານທົ່ງຖອນ, ບ້ານເລົາ, ບ້ານພູວຽງ ແລະ ບ້ານນ້ຳແຫງ ໂອນໄປຂຶ້ນກັບ ຫ້ອງການ ປກສ ບໍລິການປະຊາຊົນກຸ່ມບ້ານວັງມີໄຊ; ບ້ານຫາດລອຍ ແລະ ບ້ານສະໂຫຼຍ ໂອນໄປຂຶ້ນກັບ ຫ້ອງການ ປກສ ບໍລິການປະຊາຊົນກຸ່ມບ້ານພູຫຼວງ; ສ່ວນສິດໃນການຄຸ້ມຄອງ ແມ່ນຂຶ້ນກັບ ກອງບັນຊາການ ປກສ ເມືອງນາແລ ຄືເກົ່າ.

ປະກາດການເລື່ອນຊັ້ນໃຫ້ນາຍຕຳຫຼວດ
ປະກາດການເລື່ອນຊັ້ນໃຫ້ນາຍຕຳຫຼວດ

ໂອກາດດຽວກັນ, ກໍໄດ້ປະກາດການເລື່ອນຊັ້ນໃຫ້ນາຍຕຳຫຼວດ ຈາກຊັ້ນ ພັນຕີ ຂຶ້ນ ພັນໂທ 1 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 2 ສະຫາຍ ແລະ ຮ້ອຍໂທ ຂຶ້ນ ຮ້ອຍເອກ 1 ສະຫາຍ ເຊິ່ງໃຫ້ກຽດ ປະດັບຊັ້ນໂດຍ ພັທ ອິນສົມ ທຳລະສິນ ຄະນະພັກກອງບັນຊາການ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.