ຂ່າວຕ່າງປະເທດ ລາຍງານ ໃນວັນທີ 1 ກໍລະກົດ ທີ່ຜ່ານມາ ວ່າ: ຝຣັ່ງ ໄດ້ອອກຄຳສັ່ງຫ້າມລົດຍົນທີ່ປ່ອຍມົນລະພິດ ແລ່ນໃນນະຄອນຫຼວງປາຣີ ໃນໄລຍະເວລາກາງເວັນ ທ່າມກາງສະພາບອາກາດຮ້ອນຈັດ, ແຕ່ນັບຈາກວັນທີ 1 ກໍລະກົດ ຄຳສັ່ງດັ່ງກ່າວຈະໄດ້ຂະຫຍາຍລວມໄປເຖິງ ລົດຍົນ, ລົດບັນທຸກ ແລະ ລົດຈັກ ທີ່ໃຊ້ນໍ້າມັນດີເຊວ (ນໍ້າມັນກາຊວນ) ແລະ ມີອາຍຸເກີນກວ່າ 13 ປີ.

ລາຍງານ ລະບຸວ່າ:

ມາດຕະການໃໝ່ດັ່ງກ່າວ ມີເປົ້າໝາຍກຳຈັດຍານພາຫະນະຈຳນວນຫຼາຍໝື່ນຄັນ ທີ່ສ້າງມົນລະພິດທາງອາກາດ ອອກໄປຈາກຖະໜົນ ໂດຍຜູ້ຂັບຂີ່ລົດຍົນທີ່ຝ່າຝືນຄຳສັ່ງຫ້າມດັ່ງກ່າວ ມີໂທດປັບ 68 ເອີໂຣ ແລະ ເພີ່ມເປັນ 135 ເອີໂຣ ສຳລັບຜູ້ຂັບຂີ່ລົດບັນທຸກ ແລະ ລົດໂດຍສານ, ສ່ວນພື້ນທີ່ຊານເມືອງຂອງປາຣີ ທີ່ປະຊາຊົນມີຄວາມຈຳເປັນຕ້ອງໃຊ້ລົດຍົນຈຳນວນຫຼາຍ ຈະໄດ້ຮັບການຍົກເວັ້ນໂທດ ໃນໄລຍະ 2 ປີທຳອິດ.

ທັ້ງນີ້, ລັດຖະບານຝຣັ່ງ ໄດ້ຕົກລົງທີ່ຈະຫຼຸດຜ່ອນໂທດດັ່ງກ່າວ ຫຼັງຈາກມີສຽງຄັດຄ້ານຈາກ ເຈົ້າເມືອງ ໃນບາງເມືອງ ເນື່ອງຈາກຢ້ານວ່າ ຈະສ້າງຄວາມບໍ່ພໍໃຈຈົນເປັນເຫດໃຫ້ເກີດການປະທ້ວງ ເຊິ່ງເຄີຍເກີດຂຶ້ນໃນປີຜ່ານມາ ຈາກການປັບຂຶ້ນລາຄານໍ້າມັນ.

ຝຣັ່ງ ມີຜູ້ເສຍຊີວິດຈາກມົນລະພິດທາງອາກາດ ປີລະ 48.000 ຄົນ ນັບເປັນສາເຫດການເສຍຊີວິດ ອັນດັບ 2 ຮອງຈາກຄວັນຢາສູບ ແລະ ທາງການນະຄອນຫຼວງປາຣີ ມີເປົ້າໝາຍກຳຈັດລົດຍົນທີ່ໃຊ້ນໍ້າມັນແອັດຊັງ ອອກໄປຈາກຖະໜົນ ກ່ອນທີ່ຈະເປັນເຈົ້າພາບຈັດການແຂ່ງຂັນກິລາໂອລິມປິກລະດູຮ້ອນ ປີ 2024.