ລາງລົດໄຟສ່ວນຫຼາຍຂອງບັງກຼາເທດ ບໍ່ມີຮົ້ວກັ້ນ ຈຶ່ງເປັນອັນຕະລາຍຫຼາຍຕໍ່ປະຊາກອນ 165 ລ້ານຄົນ
ລາງລົດໄຟສ່ວນຫຼາຍຂອງບັງກຼາເທດ ບໍ່ມີຮົ້ວກັ້ນ ຈຶ່ງເປັນອັນຕະລາຍຫຼາຍຕໍ່ປະຊາກອນ 165 ລ້ານຄົນ

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 30 ມິຖຸນາ ທີ່ຜ່ານມາ ວ່າ: ລາງລົດໄຟ ສ່ວນຫຼາຍຂອງ ບັງກຼາເທດ ບໍ່ມີຮົ້ວກັ້ນ ຈຶ່ງເປັນອັນຕະລາຍຫຼາຍຕໍ່ປະຊາກອນ 165 ລ້ານຄົນ, ແຕ່ລະປີ ເກີດອຸບັດຕິເຫດ ເຖິງແກ່ຊີວິດ ຫຼື ຂ້າຕົວຕາຍ ປະມານ 1.000 ຄັ້ງ, ແຕ່ ເຈົ້າໜ້າທີ່ ບອກວ່າ ໄລຍະ 2-3 ປີ ຜ່ານມາ ການໃສ່ຫູຟັງ ເປັນປັດໄຈໃໝ່ ເນື່ອງຈາກຜູ້ຄົນໃສ່ຫູຟັງ ເພື່ອຟັງເພງ ຫຼື ລົມໂທລະສັບ ຂະນະຍ່າງຢູ່ຕາມລາງລົດໄຟ.

ເຖິງວ່າກົດໝາຍຫ້າມໃສ່ຫູຟັງ ຂະນະຍ່າງຕາມລາງລົດໄຟ ແຕ່ຜູ້ຄົນຈຳນວນຫຼາຍກໍບໍ່ສົນໃຈ ເຊິ່ງລົດໄຟຕຳເສຍຊີວິດໄປຫຼາຍຄົນແລ້ວ ” ທ່ານ ຢີຊິນ ຟາຣຸກ ໂມຊັນເດີ ຜູ້ບັນຊາການ ຕຳຫຼວດລົດໄຟ ທາກາລຳພຶງ ແລະ ທ່ານຍັງກ່າວອີກ ວ່າ: ການເສຍຊີວິດ ເພີ່ມຂຶ້ນ ເປັນສະຖິຕິ ໃນປີ 2014 ທີ່ 109 ຄົນ ແລ້ວຕົວເລກຫຼຸດລົງ ຕັ້ງແຕ່ນັ້ນ ເນື່ອງຈາກ ລັດຖະບານ ສົ່ງເສີມໃຫ້ສ້າງ ການເອົາໃຈໃສ່, ແຕ່ປີ ທີ່ຜ່ານມາ ກໍຍັງມີ ຜູ້ເສຍຊີວິດອີກ ເຖິງ 54 ຄົນ.

ທ່ານ ມໍເຊດ ອາລຳ ຮອງຜູ້ບັນຊາການ ຕຳຫຼວດລົດໄຟ ເປີດເຜີຍ ວ່າ:

ເຈົ້າໜ້າທີ່ ຕ້ອງປຸກລະດົມ ທຸກວິທີທາງ ເຊັ່ນ: ການຈັດຂະບວນແຫ່ ແຈກໃບປິວ ແລະ ການໃຊ້ ໂທລະໂຄ່ງ ປະກາດເຕືອນ ແຕ່ຜູ້ຄົນ ຍັງຍ່າງຕາມ ລາງລົດໄຟ ປານກັບວ່າ ບໍ່ຮູ້ວ່າ ຈະເກີດອັນຕະລາຍເຖິງຕາມໄດ້. ນອກຈາກນີ້, ຂໍ້ມູນຈາກ ຕຳຫຼວດ ຍັງລະບຸອີກ ວ່າ: ໄລຍະ 6 ປີເຄິ່ງ ທີ່ຜ່ານມາ, ມີຜູ້ເສຍຊີວິດ ທັ້ງໂດຍ ອຸບັດຕິເຫດ ແລະ ຂ້າຕົວຕາຍ ຕາມລາງລົດໄຟ ທົ່ວປະເທດ ໃນຂອບເຂດໄລຍະທາງ 2.800 ກິໂລແມັດ ມີຈຳນວນເກືອບ 6.000 ຄົນ.