ຂ່າວຕ່າງປະເທດລາຍງານໃນວັນທີ 26 ກໍລະກົດນີ້ວ່າ: ເຫດໄຟປ່າທີ່ຮຸນແຮງທີ່ສຸດໃນຮອບ 100 ປີໃນເອີຣົບ ສົ່ງຜົນໃຫ້ມີຜູ້ເສຍຊີວິດໃນເກຼັກ ເພີ່ມຂຶ້ນເປັນຢ່າງໜ້ອຍ 81 ຄົນ, ບາດເຈັບອີກ 187 ຄົນ, ເຜົາໄໝ້ບ້ານເຮືອນ ກັບ ຜືນປ່າ ຈົນເຫຼືອແຕ່ຊາກ ແລະ ຕົວເລກຜູ້ຫາຍສາບສູນ ອາດເພີ່ມຂຶ້ນຫຼາຍກວ່າສະຖິຕິໄຟປ່າທີ່ເຄີຍເກີດຂຶ້ນທີ່ເກາະເອເວຍ ທາງພາກໃຕ້ຂອງເກຼັກ ເມື່ຶອປີ 2007 ນຳອີກ ເຊິ່ງຄັ້ງນັ້ນມີຜູ້ເສຍຊີວິດ 77 ຄົນ. ທາງດ້ານນາຍົກລັດຖະມົນຕີ ອາເລັກຊິສ ຊີປຣາສ ແຫ່ງເກຼັກ ໄດ້ອອກມາປະກາດໄຫວ້ທຸກທົ່ວປະເທດເປັນເວລາ 3 ມື້.

ຂະນະດຽວກັນ, ສົມເດັດພະສັນຕະປາປາ ເບເນດິກ ທີ 16 ອົງປະມຸກແຫ່ງສາສະໜາຄຣິສນິກາຍກາໂຕລິກ ລວມທັງ ທ່ານ ຢອງ-ໂຄຼດ ຢຸງເກີ ປະທານຄະນະກຳມາທິການສະຫະພາບເອີຣົບ (EU) ແລະ ທ່ານ ເຢນສ໌ ສະໂຕນເທນເບີກ ປະທານອົງການສົນທິສັນຍາປ້ອງກັນອັດລັງຕິກເໜືອ ( ນາໂຕ ) ຕ່າງກໍໃຫ້ຄຳໝັ້ນວ່າ ຈະໃຫ້ການຊ່ວຍເຫຼືອ ເກຼັກ.

ຂະນະທີ່, ສະຖານະການໄພແຫ້ງແລ້ງໃນປະເທດ ເອວ ຊັນວາດໍ ມີອຸນຫະພຸມເພີ່ມສູງເປັນ 41 ອົງສາເຊ ເຮັດໃຫ້ລັດຖະບານຕ້ອງປະກາດ “ເຕືອນໄພສີແດງ” ເພື່ອຈັດສັນກອງທຶນສາທາລະນະເລື່ອງອາຫານ ແລະ ຊ່ວຍເຫຼືອຊາວກະສິກອນ; ສ່ວນສະພາບອາກາດທາງພາກຕາເວັນຕົກສຽງໃຕ້ຂອງ ສະຫະລັດອາເມລິກາ ມີສະຖິຕິຮ້ອນສູງເຖິງ 52,7 ອົງສາເຊ ໃນລັດຄາລິຟໍເນຍ ເຊິ່ງຄາດວ່າ: ອຸນຫະພູມຈະຮ້ອນຂຶ້ນຕື່ມອີກທີ່ ລັດອາຣິໂຊນາ ລວມທັງອີກຫຼາຍພື້ນທີ່ໃນລັດຄາລິຟໍເນຍ, ລັດຢູທາ ແລະ ລັດເນວານາ.

ນອກຈາກນີ້, ໃນວັນທີ 25 ກໍລະກົດ ຜ່ານມານີ້ ທາງການບູນກາຣີ ກໍໄດ້ປະກາດເຕືອນເພື່ອນບ້ານທາງພາກໃຕ້ ເຊັ່ນ ປະເທດເກຼັກ ແລະ ຕັວກກີ ໃຫ້ລະວັງໄພພິບັດ ເນື່ອງຈາກຝົນຕົກໜັກ ເຊິ່ງຄາດວ່າ: ຈະເຮັດໃຫ້ລະດັບນ້ຳຖ້ວມສູງຂຶ້ນໃນແມ່ນ້ຳອາດາ ແລະ ມາຣິດຊາ ຈົນຫຼົ້ນຝັ່ງເຂົ້າຖ້ວມພື້ນທີ່.

ກະຊວງການຕ່າງປະເທດບູນກາຣີ ຖະແຫຼງການວ່າ: ເຂື່ອນອີວາລອບກຣາດ ທາງແມ່ນ້ຳອາດາ ຢູ່ທາງເທືອກເຂົາໂຣໂດບ ມີທ່າອ່ຽງຫຼົ້ນອອກມາໃນອີກ 2-3 ມື້ນີ້ ເນື່ອງຈາກຝົນຕົກໜັກຫຼາຍ. ໂດຍແມ່ນ້ຳອາດາ ມີເສັ້ນທາງໄຫຼແມ່ນໄປທາງພາກຕາເວັນອອກ ເຂົ້າສູ່ເກຼັກ ແລະ ມາປ່ອງໃສ່ແມ່ນ້ຳມາຣິດຊາ ທາງຊາຍແດນເກຼັກ ທີ່ຕິດກັບ ຕັວກກີ. ທັ້ງນີ້, ທາງການບູນກາຣີ ໄດ້ປະກາດສະຖານະການສຸກເສີນຕາມຊຸມຊົນຫຼາຍແຫ່ງແລ້ວ ເຊິ່ງປັດຈຸບັນກໍມີຊາຍຊະລາຄົນໜຶ່ງເສຍຊີວິດ ຫຼັງຈາກຖືກກະແສນ້ຳຖ້ວມ ພັດໄປທີ່ເມືອງເຕຕີເວນ ໃນວັນທີ 24 ກໍລະກົດ ທີ່ຜ່ານມາ.

ອີກດ້ານໜຶ່ງ, ໃນວັນທີ 25 ກໍລະກົດ ທີ່ຜ່ານມາ ທີມກູ້ໄພເຂດປົກຄອງຕົນເອງມົງໂກລີໃນ ຂອງຈີນ ກໍໄດ້ເຂົ້າຊ່ວຍເຫຼືອຊ່າງໄຟຟ້າ 8 ຄົນ ທີ່ຕິດຄ້າງຢູ່ເທິງເສົາສົ່ງສັນຍານວິທະຍຸ ເຊິ່ງຖືກກະແສນ້ຳຖ້ວມທີ່ໄຫຼແຮງຫຼາຍ ອ້ອມຮອບເອົາໄວ້, ການຊ່ວຍເຫຼືອຕ້ອງໃຊ້ເວລາເຖິງ 15 ຊົ່ວໂມງ. ຫຼັງຈາກນັ້ນ, ທີມກູ້ໄພຍັງໄດ້ເຂົ້າຊ່ວຍເຫຼືອຜູ້ປະສົບໄພອີກ 3 ຄົນ ທີ່ຕິດຢູ່ໃນລົດໄຖນາ ຫຼັງເກີດຝົນຕົກໜັກໃນໄລຍະຫຼາຍອາທິດທີ່ຜ່ານມາ.