ໃນວັນທີ 26 ກໍລະກົດ 2018, ສະຫະພັນແມ່ຍິງ ແຂວງເຊກອງ ຕາງໜ້າໃຫ້ເອື້ອຍນ້ອງສະມາຊິກແມ່ຍິງທຸກຄົນ ຮ່ວມກັບສະຫະພັນແມ່ຍິງ ເມືອງລະມາມ ແລະ ນັກທຸລະກິດຍິງ ນໍາໂດຍທ່ານ ນາງ ບຸນຮຽງ ບຸນຈິດ ປະທານສະຫະພັນແມ່ຍິງແຂວງ ໄດ້ນໍາເອົາເຄື່ອງອຸປະໂພກ, ບໍລິໂພກ ລວມມູນຄ່າ ເກືອບ 17 ລ້ານກີບ, ພ້ອມເງິນສົດຈໍານວນ 15 ລ້ານກວ່າກີບ ໄປມອບໃຫ້ຄະນະນໍາຫ້ອງວ່າການປົກຄອງ ແຂວງອັດຕະປື ເພື່ອນຳໄປຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ທັງນີ້ເພື່ອເປັນກຳລັງແຮງໃຈໃຫ້ຜູ້ທີ່ຖືກຜົນກະທົບດັ່ງກ່າວໄດ້ຜ່ານວິກິດຄັ້ງນີ້ໄປດ້ວຍດີ.

ເຄຶ່ອງ ແລະ ເງິນສົດຈໍານວນດັ່ງກ່າວໄດ້ຈາກການລະດົມນໍາສະມາຊິກແມ່ຍິງໜ່ວຍອ້ອມຂ້າງແຂວງ ຕະຫຼອດຮອດປະຊາຊົນ ແລະ ແມ່ຄ້າຊາວຂາຍຕາມຫ້າງຮ້ານຕ່າງໃນເທສະບານແຂວງ.

ພາບ-ຂ່າວ: ພຸດທະສອນ