ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງຫຼວງນໍ້າທາ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ປະເພດປືນແກັບຈໍານວນ 800 ກວ່າກະບອກ ແລະ ສິນຄ້າຕ້ອງຫ້າມປະເພດຕ່າງໆຈໍານວນໜຶ່ງ ໃນວັນທີ 20 ກໍລະກົດ 2018 ຢູ່ທີສະໜາມຂີ້ເຫື່ຍອແຂວງຫຼວງນໍ້າທາ.

ພັທ ແສງແກ້ວ ມະນີຄຳ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃຫ້ຮູ້ວ່າ: ອາວຸດລ່າເນື້ອທີ່ນໍາໄປທໍາລາຍຖີ້ມໃນຄັ້ງນີ້, ເຊິ່ງໄດ້ຈາການປຸກລະດົມທ້ອນໂຮມຈາກປະຊາຊົນບັນດາເມືອງໃນທົ່ວແຂວງ ໃນໄລຍະປີ 2017 ຫາ ຕົ້ນປີ 2018;  ເຊິ່ງລວມມີປືນແກັບທັງໝົດ 836 ກະບອກ, ປື້ນບວດ 2 ກະບອກ, ລູກຫວານ 16 ກິໂລກຼາມ ສ່ວນຫຼາຍເກັບກູ້ໄດ້ຢູ່ເມືອງນາແລ 580 ກະບອກ.

ສ່ວນສິນຄ້າຕ້ອງຫ້າມ ມີເຄື່ອງຊ໋ອດປາ 32 ເຄື່ອງ, ຈັກສະຕີນຕັດໄມ້ 6 ເຄື່ອງ, ມາດ 32 ກິໂລກຼາມ, ຂີ້ເຈ້ຍ 43 ກິໂລກຼາມ, ດອກແກັບ 8 ກັບ, ຢາປວດຫາຍ 32 ກັບ, ແກ່ນໝາກຢາຝິ່ນ 9 ກິໂລກຼາມ ແລະ ຕາປະທັບທີ່ໃຊ້ການບໍ່ໄດ້ 59 ໜ່ວຍ. ການທໍາລາຍໃນຄັ້ງນີ້, ແມ່ນໄດ້ຂຸດຂຸມຝັງ ແລະ ຈູດທໍາລາຍ. ເພື່ອແນ່ໃສ່ຮັບປະກັນໃຫ້ແກ່ການປົກປັກຮັກສາອະນຸລັກສັດນໍ້າ-ສັດປ່າ, ຊີວະນາໆພັນ ແລະ ສິງແວດລ້ອມໃຫ້ມີຄວາມຢືນຢົງຕະຫຼອດໄປ. ພ້ອມດຽວກັນນັ້ນ, ກໍເພື່ອເປັນການກະຕຸກຊຸກຍູ້ໃຫ້ພະນັກງານທະຫານ, ຕຳຫຼວດ, ພໍ່-ແມ່ປະຊາຊົນບັນດາເຜົ່າໃຫ້ຄວາມຮ່ວມໄມ້ຮ່ວມມືໃນການສະກັດກັ້ນ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ໃຫ້ຫຼຸດລົງ.