ພາຍຫຼັງໄດ້ຮັບຂ່າວຢູ່ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມກະທັນຫັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ປິດກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກໍລະກົດ 2018. ໂດຍທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮີບຮ້ອນເດີນທາງໄປແຂວງດັ່ງກ່າວ ໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2018, ພາຍຫຼັງເດີນທາງມາຮອດເມືອງສະໜາມໄຊ ກໍໄດ້ຮັບການຕ້ອນຮັບຈາກທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື ພ້ອມດ້ວຍຄະນະ.

ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງ ປະທານຕ້ານໄພພິບັດຂັ້ນແຂວງ ໄດ້ລາຍງານສະພາບການນໍ້າຖ້ວມຄັ້ງນີ້ ໃຫ້ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຊາບວ່າ: ໃນເວລາ 14 ໂມງ ຂອງວັນທີ 23 ກໍລະກົດ 2018 ໄດ້ຮັບແຈ້ງຂ່າວຈາກບໍລິສັດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ກ່ຽວກັບສະພາບປະລິມານນໍ້າຢູ່ພາຍໃນເຂື່ອນ ທີ່ຈະມີຄວາມສ່ຽງຕໍ່ຄວາມປອດໄພຂອງເຂື່ອນ. ດັ່ງນັ້ນ, ອໍານາດການປົກຄອງແຂວງ ຈຶ່ງໄດ້ແຈ້ງໃຫ້ອໍານາດການປົກຄອງເມືອງ ເພື່ອແຈ້ງຕໍ່ໄປຍັງປະຊາຊົນພາຍໃນບ້ານທີ່ອາໄສຢູ່ເຂດບໍລິເວນດັ່ງກ່າວ ເພື່ອກະກຽມຍົກຍ້າຍອອກຈາກບ້ານດ່ວນ. ພາຍຫຼັງປະຊາຊົນໄດ້ຮັບຂ່າວດັ່ງກ່າວແລ້ວ ຄອບຄົວຈໍານວນໜຶ່ງ ກໍໄດ້ພາກັນຮີບຮ້ອນອອກຈາກບ້ານຕົນເອງ, ສ່ວນປະຊາຊົນອີກຈໍານວນໜຶ່ງ ແມ່ນຍັງບໍ່ທັນສາມາດໄດ້ຍົກຍ້າຍອອກ. ຫຼັງຈາກນັ້ນ, ເວລາ 19 ໂມງຂອງວັນດຽວກັນ ນໍ້າຈຶ່ງໄຫຼເຂົ້າບັນດາບ້ານພາຍໃນເມືອງສະໜາມໄຊ; ເຊິ່ງໃນນີ້ມີຈໍານວນ 8 ບ້ານ (ບ້ານຫີນລາດ, ບ້ານໃໝ່, ບ້ານທ່າແສງຈັນ, ບ້ານທ່າຫີນ, ບ້ານສະໝອງ, ບ້ານໂຕກກ່ອງ, ບ້ານໄຊດອນໂຂງ ແລະ ບ້ານໜອງຫີນ) ກວມເອົາ 1.005 ຄອບຄົວ, ເຊິ່ງມີພົນລະເມືອງ ຈໍານວນ 4.283 ຄົນ ທີ່ໄດ້ຮັບຜົນກະທົບໜັກ ແລະ ເສຍຫາຍຫຼາຍກວ່າໝູ່.

ພາຍຫຼັງເກີດສະພາບດັ່ງກ່າວແລ້ວ ອໍານາດການປົກຄອງແຂວງ, ເມືອງ ໄດ້ສົມທົບກັບທຸກກໍາລັງພາຍໃນແຂວງ ເຂົ້າຊ່ວຍເຫຼືອຜູ້ປະສົບໄພເຄາະຮ້າຍ. ປັດຈຸບັນ, ຕາມການເກັບກໍາຂໍ້ມູນເບື້ອງຕົ້ນ ຢູ່ບ້ານໃໝ່ ໄດ້ມີຜູ້ເສຍຊີວິດຈໍານວນ 7 ຄົນ, ເຮືອນເສຍຫາຍ 79 ຫຼັງ ແລະ ບ້ານໄຊດອນໂຂງ ຍັງບໍ່ທັນເຫັນ 20 ຄົນ, ສ່ວນບ້ານອື່ນໆແມ່ນຍັງສືບຕໍ່ເກັບກໍາຂໍ້ມູນ; ສໍາລັບບັນດາສັດລ້ຽງຂອງປະຊາຊົນ ເປັນຕົ້ນ: ງົວ, ຄວາຍ ແລະ ສັດນ້ອຍ ແມ່ນຖືກນໍ້າພັດໄຫຼສຸໄປໝົດ. ການປະເມີນຜົນເສຍຫາຍຄັ້ງນີ້ ແມ່ນຍັງບໍ່ທັນສາມາດສະຫຼຸບໄດ້. ໃນໂອກາດນີ້, ທ່ານຮອງເຈົ້າແຂວງ ປະທານຕ້ານໄພພິບັດຂັ້ນແຂວງ ຍັງໄດ້ຂໍການຮ່ວມມືຊ່ວຍເຫຼືອຈາກບັນດາພາກສ່ວນທຸລະກິດ, ຫ້າງຮ້ານ, ບຸກຄົນ, ນິຕິບຸກຄົນ ແລະ ທຸກພາກສ່ວນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ການຊ່ວຍເຫຼືອທາງດ້ານວັດຖຸ, ປັດໄຈ, ທຶນຮອນ ແລະ ເຫື່ອແຮງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຄັ້ງນີ້ ປະສົບຜົນສໍາເລັດໂດຍໄວ.

ພາຍຫຼັງໄດ້ຮັບຟັງການລາຍງານ ເພື່ອເຮັດໃຫ້ການແກ້ໄຂບັນຫາດັ່ງກ່າວສໍາເລັດໂດຍໄວ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ການນໍາຂອງແຂວງ, ເມືອງ ແລະ ທຸກພາກສ່ວນພາຍໃນແຂວງ ອຳນວຍຄວາມສະດວກໃຫ້ໜ່ວຍງານກູ້ໄພ ແລະ ພາກສ່ວນຕ່າງໆ ຮີບຮ້ອນສືບຕໍ່ຊ່ວຍເຫຼືອ ເພື່ອພະຍາຍາມຊອກຫາປະຊາຊົນຜູ້ຍັງມີຊີວິດທີ່ຍັງຄ້າງຢູ່ພື້ນທີ່-ທີ່ມີຄວາມສ່ຽງ ໂດຍນໍາໃຊ້ພາຫະນະທີ່ມີ ເປັນຕົ້ນ: ພາຫະນະທາງອາກາດ, ທາງນໍ້າ ແລະ ທາງບົກ ແລ້ວແຕ່ເງື່ອນໄຂສະດວກ ແລະ ເໝາະສົມກັບສະພາບຕົວຈິງ; ບັນດາປະຊາຊົນຜູ້ເຄາະຮ້າຍທີ່ຖືກບາດເຈັບ ແລະ ສາມາດນໍາມາສູນປິ່ນປົວໄດ້ແລ້ວນັ້ນ ແມ່ນໃຫ້ເອົາໃຈໃສ່ເບິ່ງແຍງດ້ານຊີວິດການເປັນຢູ່, ດ້ານອາຫານການກິນ ເພື່ອຊ່ວຍຟື້ນຟູສະພາບຮ່າງກາຍ ແລະ ຈິດໃຈຂອງເຂົາເຈົ້າໃຫ້ໄດ້ໄວເທົ່າທີ່ຈະໄວໄດ້; ບັນດາແພດໝໍ, ພະຍາບານ ຈະເອົາໃຈໃສ່ຕິດຕາມ, ປິ່ນປົວຊ່ວຍເຫຼືອບັນດາຄົນເຈັບທີ່ໄດ້ຮັບຜົນກະທົບຄັ້ງນີ້ ກໍເພື່ອຫຼີກລ່ຽງຄວາມສ່ຽງທີ່ຈະເກີດພະຍາດຕິດແປດ ຫຼື ເກີດພະຍາດອື່ນໆ ທີ່ຈະເກີດຂຶ້ນຕາມພາຍຫຼັງ ແລະ ໃຫ້ຮີບຮ້ອນສັງລວມ, ເກັບກໍາບັນຊີຜູ້ທີ່ຍັງບໍ່ທັນສາມາດຄົ້ນພົບເຫັນໃນແຕ່ລະບ້ານ ວ່າຍັງມີຈໍານວນເທົ່າໃດ ເພື່ອສະຫຼຸບຈໍານວນຕົວເລກ; ຄຽງຄູ່ກັນນັ້ນ, ກໍໃຫ້ແຈ້ງໄປຍັງບັນດາແຂວງ ແລະ ບັນດາປະເທດເພື່ອນບ້ານ ເພື່ອຊ່ວຍຕິດຕາມ ແລະ ເກັບກູ້ຊາກສົບຂອງຜູ້ເສຍຊີວິດ; ສຳລັບອໍານາດການປົກຄອງແຂວງ ຈະສືບຕໍ່ຮີບຮ້ອນສ້າງຈຸດປະສານງານ ແລະ ຈຸດບໍລິຈາກເຄື່ອງຊ່ວຍເຫຼືອຕ່າງໆ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ບັນດາອົງການຈັດຕັ້ງ, ບຸກຄົນ ຫຼື ທຸກພາກສ່ວນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະໃຫ້ການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຄັ້ງນີ້.

ໃນໂອກາດລົງມາຕິດຕາມຜູ້ປະສົບໄພນໍ້າຖ້ວມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໃຫ້ການຊ່ວຍເຫຼືອປະຊາຊົນ ບັນເທົາທຸກຜູ້ທີ່ໄດ້ຮັບຜົນກະທົບເບື້ອງຕົ້ນ ເປັນເງິນສົດຈໍານວນ 1,2 ຕື້ກີບ ແລະ ຢາປິ່ນປົວພະຍາດຈໍານວນ 200 ແກັດ.