ປະຊາຊົນ ຢູ່ 6 ບ້ານ ຈໍານວນ 1.000 ກວ່າຄົນ ຂອງເມືອງສະໝາມໄຊ ແຂວງອັດຕະປື ໄດ້ຮັບຜົນໄຟນໍາຖ້ວມຢ່າງໜັກ ເນື່ອງຈາກການເກີດອຸບັດຕິເຫດໂຄງການສ້າງເຄື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຢູ່ເມືອງສະໝາມໄຊ ແຂວງອັດຕະປື ເຮັດໃຫ້ປະລິມານນໍ້າມະຫາສານໄຫຼລົງສູ່ບ້ານທີ່ລຽບຕາມລໍາເຊປຽນ. ເບື້້ອງຕົ້ນມີຜູ້ສູນຫາຍ 30 ກວ່າຄົນ. ປັດຈຸບັນ, ລັດຖະບານປະກາດເອົາເຂດໄຟນໍ້າຖ້ວມຂອງເມືອງສະໜານໄຊ ເປັນເຂດປະສົບໄຟພິບັດສຸກເສີນລະດັບແຂວງ.

ຈາກການເປີດເຜີຍອຳນາດການປົກຄອງເມືອງສະໜາມໄຊ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນຄັ້ງວັນທີ 23 ກໍລະກົດ 2018 ເກີດເຫດການນໍ້າຖ້ວມຢ່າງແຮງ ເຊິ່ງເປັນຜົນກະທົບສືບເນື່ອງມາຈາກອິດທິພົນຂອງພາຍຸເຊິນຕິນ ເຮັດໃຫ້ມີຝົນຕົກຕໍ່ເນື່ອງກັນຫຼາຍວັນໃນພື້ນທີ່ເຂດເມືອງສະໜາມໄຊ ໂດຍສະເພາະແມ່ນຢູ່ພື້ນທີ່ອ່າງເກັບນ້ຳເຂື່ອນເຊປຽນ-ເຊນ້ຳນ້ອຍ ມີປະລິມານນ້ຳເພີ່ມຂຶ້ນໄວວາ ອ້າງເກັບນໍ້າຮັບປະລິນໍ້າບໍໄດ້ ເຮັດໃຫ້ຄູກັນນ້ຳຂາດ ສົ່ງຜົນໃຫ້ປະລິມານນ້ຳມະຫາສານໄດ້ໄຫຼລົງຢ່າງໄວວາ ເຊິ່ງເຮັດປະຊາຊົນລຽບຕາມແມ່ນ້ຳເຊປຽນ ຈໍານວນ 6 ໝູ່ບ້ານຖ້ວມຢ່າງໜັກ ໃນນີ້ມີບ້ານໃໝ່, ບ້ານຫີນລາດ, ບ້ານທ່າຫີນໃຕ້, ບ້ານທ່າແສງຈັນ, ບ້ານສະໝອງ, ບ້ານແທ ແລະ ຄຸ້ມໂຄກກ່ອງ ເມືອງສະໝາມໄຊ ແຂວງອັດຕະປື ໃນເບື້ອງຕົ້ນມີປະຊາຊົນໄດ້ຮັບຜົນກະທົບ 1.000 ກວ່າຄອບຄົວ ແລະ ມີຜູ້ສູນຫາຍປະມານ 30 ກວ່າຄົນ.

ນອກນັ້ນ, ເຈົ້າໜ້າທີ່ຍັງໄດ້ກໍານົດແຜນຄາດຄະເນນໍ້າຖ້ວມດັ່ງນີ້, ເມືອງສະໝາມໄຊ ລະດັບນໍ້າຕັ້ງແຕ່ 13-19 ແມັດຕາມລໍາດັບຄື: ບ້ານໜອງແຂ້, ໂພນສະອາດ, ຫາດອຸດົມໄຊ, ສົ້ມປ່ອຍ, ຕະເງົາ, ຫາດຊາຍຄໍາ, ບຸ່ງແກ້ວ, ອຸດົມໄຊ, ຄັນໝາກນາວ, ອຸດົມສຸກ, ຫີນສົມບັດ, ດອນໃຜ່, ມິດສໍາພັນ, ຕະປາກ, ຈອມໂພຍ ແລະ ທ່ານເດືອ. ຫາດຊາຍສູງ, ນໍ້າກົງ, ຫາດຍາວ, ດອນເສືອ, ຫາດພິລາ, ດອນສູງ, ອິນທິ, ຈອມໂພຍ, ປຸຍ, ຫີນລາດ, ທ່າແສງຈັນ, ສະໜອງໃຕ້, ດອນບົກ, ດອນມ່ວງ, ແທ, ໂຄກກ່ອງ.

ເມືອງສະມັກຄີໄຊ ລະດັບ 15-19 ແມັດຄື: ເວີນແຄນ, ເຊຂະໝານ, ເຊກອງ, ຫຼັກສາມ, ຕໍາມະເລີຍ, ລະຍາກກາງ, ແຄມຊັງ, ຈໍາປາວ, ສະມັກຄີ, ສີວິໄລ, ເມືອງໃໝ່, ເຊໃຫຍ່, ໄຊສະອາດ, ສະເພາະທອງ, ທ່າຫີນ, ລະຍາວເກົ່າ, ກະເຍິ, ຮ່າລາງໃຫຍ່, ກະໂສມ, ສອກ, ໂສກ, ມີໄຊ ແລະ ຂຸມຄໍ່. ເມືອງໄຊເສດຖາ ລະດັບ 15-19 ແມັດຄື: ທ່າລານ, ຫາດສະຕີ, ສະແຄະ, ໄຊສີ, ແກ້ງໄຊ, ແກ້ງໃຫຍ່, ວັດທາດ, ວັດຫຼວງ, ສົມໂຄດ, ໂພໄຊ, ຝັງແດງ, ຄັນມະກ່ອງ, ຫາດຊັນ, ວັດເໜືອ, ໃຫຍ່ອຸດົມ, ດອນສິມ, ຊ້າຍ, ຕວຍ, ນໍ້າຫຽງ ແລະ ສະປວນ ແລະ ເມືອງພູວົງ: ລະດັບນໍ້າ 15 ແມັດ ມີບ້ານວຽງໄຊ, ວົງໄຊ, ວົງລະຄອນ, ວັງຍາວ, ພູໂຮມ, ວົງສົມພູ ແລະ ວົງຄໍາສາ ແລະ ເມືອງຊານໄຊ ລະດັບນໍ້າ 15-19 ແມັດ ມີບ້ານຕາດກຸ່ມ, ໃໝ່ນາກອກ, ຫີນດໍາ ແລະ ດອນແຄນ.

ຕໍກັບບັນຫາດັ່ງກ່າວ, ໃນວັນທີ 24 ກໍລະກົດ 2018 ຫ້ອງການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການກ່ຽວກັບການຊ່ວຍເຫຼືອປະສົບໄພທີ່ໄດ້ຮັບຜົນກະທົບຈາການເກີດອຸບັດຕິເຫດໂຄງການສ້າງເຄື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຢູ່ເມືອງສະໝາມໄຊ ແຂວງອັດຕະປື ເປັນເຂດປະສົບໄຟພິບັດສຸກເສີນລະດັບແຂວງ ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສົມທົບກັບກະຊວງປ້ອງກັນປະເທດ, ແຂວງອັດຕະປື ແລະ ພາກສ່ວນທີ່ກ່ຽວຂ້ອງຮີບຮ້ອນແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອເປັນໃຈກາງປະສານງານລະດົມທຶນທ້ອນໂຮມເອົາທຶນຮອນ ແລະ ວັດຖຸປັດໃຈຈາກພາກສ່ວນຂອງພາກລັດທັງສູນກາງ ແລະ ທ້ອງຖິ່ນ ພາກເອກະຊົນ ຜູ້ປະກອບການອົງການຈັດຕັ້ງສາກົນປະຈໍາ ສປປ ລາວ ແລະ ພໍແມ່ປະຊາຊົນຜູ້ມີນໍາໃຈໃສສັດທາ ເພື່ອໄປຊ່ວຍເຫຼືອຢ່າງຮີບດ່ວນ.