ທ້າຍອາທິດຜ່ານມາ, ພົຈວ ບຸນມີ ແສງຄຳຢອງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງພົບປະ ແລະ ຊີ້ນຳວຽກງານວິຊາສະເພາະຢູ່ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໂດຍການຕ້ອນຮັບຂອງ ພັອ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ມີຄະນະພັກ, ມີບັນດາຫົວໜ້າກອງບັນຊາການ ປກສ ເມືອງອ້ອມຂ້າງ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານ-ນັກຮົບພາຍໃນກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ພັອ ທອງໃບ ລໍວັນໄຊ ໄດ້ຕາງໜ້າໃຫ້ຄະນະພັກກອງບັນຊາການ ໄດ້ຂຶ້ນລາຍງານສະພາບການເຄື່ອນໄຫວວຽກງານວິຊາສະເພາະໃນໄລຍະຜ່ານມາ ເປັນຕົ້ນແມ່ນຜົນງານການເຄື່ອນໄຫວວຽກງານຂອງບັນດາເຫຼົ່າຮົບວິຊາສະເພາະກຳລັງປ້ອງກັນຄວາມສະຫງົບກອງບັນຊາການ ປກສ ແຂວງບໍລິຄຳໄຊ ໃນໄລຍະ 6 ເດືອນຜ່ານມາວ່າ: ໄດ້ລົງເກັບກູ້ອາວຸດຢູ່ເຂດເທດສະບານເມືອງວຽງທອງໄດ້ 94 ກະບອກ, ລູກປືນ 123 ລູກ, ລະເບີດມີ 2 ໜ່ວຍ, ປືນລ່າເນື້ອ 1.419 ກະບອກ, ລົງກວດກາຂຶ້ນທະບຽນ ແລະ ອອກບັດຊົ່ວຄາວໃຫ້ຄົນຕ່າງປະເທດເຂົ້າມາເຄື່ອນໄຫວພັກເຊົ່າ ແລະ ປະກອບການດຳເນີີນທຸລະກິດ 392 ຄົນ ຍິງ 96 ຄົນ, ມີ 8 ສັນຊາດ, ຈໍານວນບໍ່ຖືກຕ້ອງ 247 ຄົນ ຍິງ 56 ຄົນ, ມີ 4 ສັນຊາດ, ວຽກງານຄະດີຄົນຕ່າງປະເທດເກີດຂຶ້ນມີ 33 ເລື່ອງ ຂໍ້ຫາສ້າງຄອບຄົວໂດຍບໍ່ຮັບອານຸຍາດ 23 ເລື່ອງ, ມີຜູ້ຖືກຫາ 23 ຄົນ ຍິງ 1 ຄົນ ຂໍ້ຫາລັກລີ້ຊ່ອນ 10 ເລື່ອງ ມີຜູ້ຖືກຫາ 10 ຄົນ, ສົ່ງປະຊາຊົນຫວຽດນາມທີ່ລັກເຂົ້າມາຕັ້ງຖິ່ນຖານພູມລຳເນົາຢູ່ລາວແບບບໍ່ຖືກຕ້ອງກັບຄືນປະເທດ 6 ຄົນ ຍິງ 3 ຄົນ; ກວດກາຄົນເຂົ້າເມືອງໄດ້ 318.248 ຄົນ ຍິງ 126.020 ຄົນ, ກວດກາຄົນອອກເມືອງໄດ້ 328.188 ຄົນ ຍິງ 130.174 ຄົນ, ກວດກາພາຫານະເຂົ້າເມືອງໄດ້ 69.545 ຖ້ຽວຄັນ, ກວດກາພາຫານະອອກເມືອງໄດ້ 66.847 ຖ້ຽວຄັນ; ວຽກງານເກັບກໍາຂ່າວໄດ້ເອົາໃຈໃສ່ກວດກາຕິດຕາມສະພາບການເຄື່ອນໄຫວຂອງ ກຸ່ມຄົນບໍ່ດີທີ່ຈະເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ແລະ ຂັດຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຢ່າງເປັນປົກກະຕິຕໍ່ເນື່ອງ ແລະ ວຽກງານອື່ນໆ ກໍໄດ້ເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ.

ໂອກາດດັ່ງກ່າວ, ພົຈວ ບຸນມີ ແສງຄຳຢອງ ຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນຂອງ ປກສ ແຂວງບໍລິຄໍາໄຊ ຈົ່ງເພີ່ມທະວີວຽກງານສຶກສາອົບຮົມ-ນຳພາແນວຄິດໃຫ້ສຳມະຊິກພັກ, ພະນັກງານ-ນັກຮົບໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນສົມບັດສິນທຳປະຕິວັດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ແລະ ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະທີ່ທັນສະໄໝ, ຕີຖອຍທຸກກົນອຸບາຍຫັນປ່ຽນຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີ, ຕັ້ງໜ້າສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນແມ່ນພາຍໃນແຂວງບໍລິຄຳໄຊ, ໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງ ພ້ອມທັງໄດ້ຊີ້ນຳກໍາລັງວິຊາສະເພາະ ປກສ ແຂວງບໍຄໍາໄຊ ໂດຍສະເພາະກຳລັງສັນຕິບານແຂວງ ມີສະຕິ, ຕີລາຄາວິເຄາະ, ວິໃຈຂ່າວ ແລະ ມີແຜນການຊອກຮູ້ປະກົດການ, ກົນອຸບາຍມ້າງເພທໍາລາຍສັດຕູໃນ ແລະ ກຸ່ມຄົນບໍ່ຫວັງດີ.