ອົງຄະນະພັກກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວຊີ້ນຳ-ນຳພາວຽກງານປະຈຳໄຕມາດ II (ເມສາ-ມິຖຸນາ) ແລະ ທິດທາງແຜນການໄຕມາດ III (ກໍລະກົດ-ກັນຍາ) ປີ 2018 ໃນວັນທີ 24 ກໍລະກົດນີ້; ເປັນປະທານໂດຍ ພົຈວ ຈັນສະແຫວງ ທິບຄູນທອງ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຄະນະພັກກອງບັນຊາການ, ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.

ພັທ ພູນສະຫວັນ ພົນເສນາ ຄະນະປະຈຳພັກ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ຂຶ້ນຜ່ານບົດສະຫຼຸບ ວ່າ: ຜ່ານມາ, ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ຈັດຕັ້ງເຜີຍແຜ່ເອກະສານມະຕິຄຳສັງຂອງກົມການເມືອງສູນກາງພັກ ກ່ຽວກັບ ວຽກງານກໍ່ສ້າງພັກ-ພະນັກງານ ວ່າດ້ວຍ ການເພີ່ມມທະວີສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອເຮັດໃຫ້ລະບົບການຈັດຕັ້ງພັກ ແລະ ຖັນແຖວສະມາຊິກພັກ ໃຫ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ, ກວດກາສະມາຊິກພັກ, ພະນັກງານ-ນັກຮົບເປັນປົກກະຕິ, ຜ່ານການຕິດຕາມກວດກາເຫັນວ່າ: ການກໍ່ສ້າງໄດ້ຂະຫຍາຍດ້ານຕັ້ງໜ້າ ແລະ ແກ້ໄຂດ້ານຫຍໍ້ທໍ້ ເຮັດໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ ແລະ ພະນັກງານ-ນັກຮົບ ທົ່ວອົງຄະນະພັກມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ຮູ້ຈັກຈຳແນກມິດ ແລະ ສັດຕູໄດ້ຢ່າງຈະແຈ້ງ, ປະຕິບັດມະຕິຄຳສັງ, ລະບຽບກົດໝາຍຂອງລັດທີ່ຂັ້ນເທິງວາງອອກໄດ້ຢ່າງຖືກຕ້ອງເຂັ້ມງວດ ແລະ ມີປະສິດທິພາບສູງ; ນອກນັ້ນ, ຍັງໄດ້ເອົາໃຈໃສ່ຊີ້ນຳພະນັກງານເຮັດວຽກງານສະເພາະ ເປັນຕົ້ນລົງເຄື່ອນໄຫວເກັບກຳຂໍ້ມູນແຫຼ່ງຂ່າວຕ່າງໆ ເພື່ອກຳບັນດາເປົ້າໝາຍຢ່າງລະອຽດ ພ້ອມຊອກວິທີແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ, ປ້ອງກັນສຳນັກງານອົງການ, ພື້ນຖານເສດຖະກິດການເງິນ, ການເຄື່ອນຍ້າຍສິ່ງຂອງທີ່ມີຄ່າ, ປ້ອງກັນກອງປະຊຸມທີ່ສຳຄັນຂອງພັກ-ລັດ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນງານຕ່າງໆມີຄວາມສະຫງົບປອດໄພ 100%, ພ້ອມທັງປະຈຳການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ, ຈັດກຳລັງອອກກວດກາລາດຕະເວນ ສາມາດສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ໃນສັງຄົມເປັນຕົ້ນກຸ່ມແກ້ງແຂ່ງລົດກວນເມືອງ, ລົດດັດແປງສະພາບເຕັກນິກ, ລົດຕິດຕັ້ງເຄື່ອງສຽງດັງເກີນຂອບເຂດອະນຸຍາດນຳໃຊ້ ເພື່ອເຮັດໃຫ້ສະຖານທີ່ດັ່ງກ່າວມີຄວາມສະຫງົບ-ປອດໄພ ແລະ ເປັນລະບຽບຮຽບຮ້ອຍ.

ໃນຕໍ່ໜ້ານີ້, ຄະນະພັກ ປທ ຈະເພີ່ມທະວີບົດບາດການນຳພາ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຄະນະພັກແຕ່ລະຂັ້ນໃຫ້ຂຶ້ນສູ່ລະດັບສູງ, ປັບປຸງແຜນການ, ວິທີການເຮັດວຽກໃຫ້ລ່ວງເລິກ ແລະ ມີວິທະຍາສາດສຶກສາອົບຮົມການເມືອງ-ແນວຄິດສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີສິນທຳປະຕິວັດ, ມີສະຕິຕໍ່ການຈັດຕັ້ງມີລະບຽບວິໄນເຂັ້ມງວດ, ປັບປຸງກໍ່ສ້າງພັກໃຫ້ມີຄວາມເຕີບໃຫຍ່, ໜັກແໜ້ນ, ເຂັ້ມແຂງ, ຮັບປະກັນທັງປະລິມານ ແລະ ຄຸນນະພາບ; ກໍ່ສ້າງກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ໃຫ້ບັນລຸຕາມຄາດໝາຍວາງໄວ້ ທັງສູ້ຊົນບໍ່ໃຫ້ມີໜ່ວຍພັກ, ສະມາຊິກພັກອ່ອນ.