ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ (20 ກໍລະກົດ 1955-20 ກໍລະກົດ 2018 ) ຢ່າງເປັນຂະບວນການຟົດຟື້ນ ໃນວັນທີ 24 ກໍລະກົດ 2018 ເປັນປະທານໂດຍ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ແລະ ພັອ ນາງ ຄໍາພູ ສິດທິເສນ ປະທານສະຫະພັນແມ່ຍິງກະຊວງປ້ອງກັນປະເທດ, ເຂົ້າຮ່ວມມີ ພົຈວ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ພະນັກງານປະຕິວັດອາວຸໂສ, ປ້າວິລະຊົນ, ວິລະສະຕີແຫ່ງຊາດ, ຄອບຄົວການນໍາ, ແຂກຮັບເຊີນ ແລະ ຄະນະສະຫະພັນແມ່ຍິງ.

ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອຂອງວັນທີ 20 ກໍລະກົດ ວ່າ: ວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຮັບຜິດຊອບໂດຍກົງຕໍ່ພາລະກໍາປະຫວັດສາດຂອງການປະຕິວັດ, ນັບແຕ່ຫົວທີທີ່ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງ, ພັກກໍໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນພາກສ່ວນໜຶ່ງໃນກໍາລັງແຮງທີ່ສໍາຄັນຂອງພັກພາຍໃຕ້ການນໍາພາຂອງພັກ ແລະ ໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດຂອງແມ່ຍິງໃນໂລກທີ່ເລັ່ງທວງໃຫ້ປະຕິບັດເສລີພາບ, ຄວາມສະເໝີພາບລະຫວ່າງຍິງ-ຊາຍທາງດ້ານການເມືອງ-ເສດຖະກິດ, ວັດທະນະທໍາ-ສັງຄົມເທື່ອລະກ້າວ, ອົງການຈັດຕັ້ງແມ່ຍິງຂັ້ນຮາກຖານຈຶ່ງໄດ້ເກີດຂຶ້ນ ໂດຍເລີ່ມຈາກການຈັດຕັ້ງໜ່ວຍແມ່ນັກຮົບຢູ່ຊົນນະບົດ, ໜ່ວຍຍຸວັນນາລີຢູ່ຕາມຕົວເມືອງ, ການຈັດຕັ້ງດັ່ງກ່າວໄດ້ເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ນັບກວ້າງຂວາງ.

ມາຮອດວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງເປັນທາງການທີ່ເປັນຕົ້ນກໍາເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວປັດຈຸບັນ ແຕ່ງຕັ້ງຄະນະໜ່ວຍ ປະກອບມີ 3 ທ່ານ ຄື: ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວໜ້າ, ທ່ານ ນາງ ຄໍາສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ນາງ ຄໍາແພງ ບຸບຜາ ເປັນກໍາມະການ ເພື່ອນໍາພາອົງການຈັດຕັ້ງແມ່ຍິງ ແລະ ຂົນຂວາຍຂະບວນການແມ່ຍິງທົ່ວປະເທດ; ຊຶ່ງໃນໄລຍະນັ້ນ ການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານຍັງແມ່ນໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ ແລະ ໜ່ວຍເອື້ອຍນັກຮົບ.

ພີທີສະເຫຼີມສະຫຼອງຄັ້ງນີ້, ບັນດາທ່ານທີ່ເຂົ້າຮ່ວມໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ເປັນຕົ້ນແມ່ນບົດຟ້ອນອວຍພອນ, ເດີນແບບເຄື່ອງນຸ່ງທະຫານ, ບົດຟ້ອນເຫຼົ່າຮົບອາກາດ ( ສາວໂດດຈ້ອງ ), ບົດຟ້ອນເຜົ່າອາຄາ, ບົດຟ້ອນເຫຼົ່າຮົບສື່ສານ ແລະ ມອບກະຕ່າດອກໄມ້ໃຫ້ແມ່ປ້າອາວຸໂສ, ຄອບຄົວການນໍາ.