ໜ້າຫຼັກ Tags ປກສ ແຂວງບໍລິຄຳໄຊ

Tag: ປກສ ແຂວງບໍລິຄຳໄຊ

ທາບທາມບຸກຄະລາກອນ ກຽມແຕ່ງຕັ້ງ ຫົວໜ້າ-ຮອງ ກອງບັນຊາການ ປກສ ແຂວງບໍລິຄຳໄຊ

ສະຫາຍ ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງຫົວໜ້າກົມໃຫ່ຍການເມືອງ ໃຫ້ທິດຊີ້ນຳ ທັງເປັນປະທານໃນກອງປະຊຸມ ທາບ ທາມບຸກຄະລາກອນ ປກສ ແຂວງຄຳມ່ວນ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ທາບ ທາມບຸກຄະລາກອນ...

ຊີ້ນໍາ ປກສ ແຂວງບໍລິຄໍາໄຊ ແກ້ໄຂບັນຫາ 4 ເຖື່ອນ

ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໄດ້ຊີ້ນໍາໃຫ້ພະນັກງານກໍ່ສ້າງຮາກຖານການເມືອງ ປກສ ແຂວງບໍລິຄໍາໄຊ ເອົາໃຈໃສ່ເກັບກໍາສະຖິຕິພົນລະເມືອງ ໃຫ້ຊັດເຈນ ເພື່ອແນໃສ່ສະກັດກັ້ນບັນຫາ 4 ເຖື່ອນ ເຮັດໃຫ້ແຂວງມີສະຖຽນລະພາບທາງການເມືອງ, ມີຄວາມສະຫງົບ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ.

ປກສ ແຂວງບໍລິຄຳໄຊ ສັບຊ້ອນນັກຮຽນຈົບຈາກໂຮງຮຽນ ປກສ ຊັ້ນຕົ້ນ

ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ປະກາດສັບຊ້ອນນັກຮຽນທີ່ຈົບມາຈາກໂຮງຮຽນ ປກສ ຊັ້ນຕົ້ນ ໃນຂອບເຂດທົ່ວປະເທດ ປະຈໍາປີ 2019 ແລະ ສັບຊ້ອນນາຍຕໍາຫຼວດທີ່ມາຈາກກົມກອງອື່ນ ໃນວັນທີ 25 ມີນາ 2019 ນີ້ ໂດຍການເປັນປະທານຂອງ ພັທ ອານົງ ພະບາດໄຊ ຫົວໜ້າຫ້ອງການເມືອງ ປກສ ແຂວງບໍລິຄໍາໄຊ, ມີຄະນະຫ້ອງ,...

ປກສ ແຂວງບໍລິຄຳໄຊ ມອບ-ສົ່ງນັກໂທດກັບຄືນປະເທດ

ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ມອບຕົວນັກໂທດ ເປັນພົນລະເມືອງໄທ ທີ່ກະທໍາຜິດຄະດີສໍ້ໂກງຊັບພົນລະເມືອງ ໃຫ້ເຈົ້າໜ້າທີ່ຕໍາຫຼວດໄທ ໃນທ້າຍອາທິດທີ່ຜ່ານມາ, ພາຍຫຼັງປະຕິບັດໂທດຄົບຕາມກໍານົດ. ນັກໂທດທີ່ສົ່ງກັບຄືນປະເທດໃນຄັ້ງນີ້ ຊື່ ທ້າວ ສຸພົນ ອາຍຸ...

ປກສ ແຂວງບໍລິຄຳໄຊ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດພະນັກງານ-ນັກຮົບ

ໃນ 6 ເດືອນທ້າຍປີ 2018 ນີ້, ຄະນະພັກ-ຄະນະນໍາຫ້ອງພະລາທິການ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຈະສືບຕໍ່ສຶກສາອົບຮົມວຽກງານການເມືອງ-ນໍາພາແນວຄິດພະນັກງານ-ນັກຮົບ ເພື່ອແນ່ໃສ່ສ້າງໃຫ້ໄດ້ພະນັກງານ-ນັກຮົບທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ, ສຸມໃສ່ເຮັດໜ້າທີ່ການເມືອງຕາມການມອບໝາຍໃຫ້ສໍາເລັດເທື່ອລະກ້າວ. ພັທ ຈັນເພັງ ຫຼ້າວິໄລ ຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ກ່າວໃນກອງປະ ຊຸມສະຫຼຸບວຽກງານ...

ປກສ ແຂວງບໍລິຄຳໄຊ ປະກາດໂຍກຍ້າຍ-ແຕ່ງຕັ້ງພະນັກງານຂັ້ນນຳພາ-ບັນຊາ

ອາທິດແລ້ວນີ້, ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດການຈັດຕັ້ງ, ໂຍກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນນໍາພາ-ບັນຊາ ເພື່ອເປັນການປັບປຸງກົງຈັກການຈັດຕັ້ງຢູ່ແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງ ກໍຄືວຽກງານປ້ອງກັນຄວາມສະຫງົບໃນໄລຍະໄໝ່. ໂດຍມີ ທ່ານ ແດນປີ ມູນທະດີ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄໍາໄຊ ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວ ປກສ ແຂວງ, ບັນດາ ປກສ...

ພົຈວ ບຸນມີ ແສງຄຳຢອງ ລົງຊີ້ນຳວຽກງານຢູ່ ປກສ ແຂວງບໍລິຄຳໄຊ

ທ້າຍອາທິດຜ່ານມາ, ພົຈວ ບຸນມີ ແສງຄຳຢອງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງພົບປະ ແລະ ຊີ້ນຳວຽກງານວິຊາສະເພາະຢູ່ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໂດຍການຕ້ອນຮັບຂອງ ພັອ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ມີຄະນະພັກ, ມີບັນດາຫົວໜ້າກອງບັນຊາການ ປກສ ເມືອງອ້ອມຂ້າງ, ຫົວໜ້າພະແນກ, ຮອງພະແນກ...

ປກສ ແຂວງບໍລິຄຳໄຊ ມອບເງິນອຸດໜູນ-ນະໂຍບາຍໃຫ້ພະນັກງານ-ນັກຮົບ

ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບເງິນອຸດໜູນໃຫ້ຄອບຄົວພະນັກງານຜູ້ເສຍຊີວິດ ແລະ ຜູ້ທີ່ອອກສ້າງເສດຖະກິດຄອບຄົວ ໃນວັນທີ 4 ກໍລະກົດ 2018 ເຂົ້າຮ່ວມ ແລະ ມອບເງິນໂດຍ ພັທ ບຸນມີໄຊ ຈັນ ທະວົງ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີ ພັທ ຄຳແພງ ໄຊທາວົງ...

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ປກສ ແຂວງບໍລິຄຳໄຊ

ໃນລະຫວ່າງວັນທີ 28-29 ມິຖຸນາຜ່ານມາ, ຄະນະພັກກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເປີດກວ້າງ ຄັ້ງທີ V ສະໄໝທີ 2 ຂອງຕົນຂຶ້ນ, ເປັນປະທານໂດຍ ພັອ ທອງໃບ ລໍວັນໄຊ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ເຂົ້າຮ່ວມໂດຍ ສະຫາຍ ປອ...

ປກສ ແຂວງບໍລິຄຳໄຊ ປິດຝຶກອົບຮົມວິຊາສະເພາະໄລຍະສັ້ນໃຫ້ ກຳລັງໃໝ່-ກຳລັງທົດແທນ

ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດພິທີປິດຊຸດຝຶກອົບຮົມວິຊາສະເພາະໄລຍະສັ້ນ ໃຫ້ກຳລັງໃໝ່-ກຳລັງທົດແທນ ທົ່ວກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ ປະຈຳປີ 2018 ໃນວັນທີ 22 ມິຖຸນາຜ່ານມາ, ເປັນປະທານໂດຍ ພັທ ທອງໄຫຼ ໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ...