ອາທິດແລ້ວນີ້, ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດການຈັດຕັ້ງ, ໂຍກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນນໍາພາ-ບັນຊາ ເພື່ອເປັນການປັບປຸງກົງຈັກການຈັດຕັ້ງຢູ່ແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງ ກໍຄືວຽກງານປ້ອງກັນຄວາມສະຫງົບໃນໄລຍະໄໝ່. ໂດຍມີ ທ່ານ ແດນປີ ມູນທະດີ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄໍາໄຊ ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວ ປກສ ແຂວງ, ບັນດາ ປກສ ເມືອງເຂົ້າຮ່ວມ.

ພັທ ຄໍາໄມ ແກ່ນຄໍາຈັນ ຮອງຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1306/ປກສ, ລົງວັນທີ 24 ກໍລະກົດ 2018 ວ່າດ້ວຍການໂຍກຍ້າຍ ແລະ ແຕ່ງຕັ້ງ ນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງບໍລິຄໍາໄຊ,

ໂດຍຕົກລົງໂຍກຍ້າຍ ແລະ ແຕ່ງຕັ້ງ ພັທ ອານົງ ພະບາດໄຊ ຈາກໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ໄປຮັບໜ້າທີ່ເປັນຫົວໜ້າຫ້ອງການເມືອງ ປກສ ແຂວງ, ພັທ ໄຊຍະສຸກ ຫຼຽນຕະກຸນ ຈາກໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ໄປຮັບໜ້າທີ່ເປັນຮັກສາການຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ພັທ ບົວແກ້ວ ຈັນທະບູນສຸກ ຈາກ ປກສ ເມືອງປາກຊັນ ໄປຮັບໜ້າທີ່ເປັນຫົວໜ້າກອງພັນເຄື່ອນທີ່, ພັທ ສີລາ ພົມມະຈັນ ຈາກ ປກສ ເມືອງບໍລິຄັນ ໄປຮັບໜ້າທີ່ເປັນຫົວໜ້າຄ້າຍຄຸມ ຂັງ-ດັດສ້າງ, ພັທ ເຄນພອນ ຄໍາພະໄຊ ຈາກຫ້ອງ 504 ໄປຮັບໜ້າທີ່ເປັນອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ພັຕ ບຸນລັບ ລາດຊະວົງສຸກ ຈາກຫ້ອງຕໍາຫຼວດ ໄປຮັບໜ້າທີ່ເປັນຮອງຫົວໜ້າຫ້ອງການເມືອງ, ພັທ ບຸນນິດ ໂຮມຄະສິດ ຈາກຫ້ອງການເມືອງໄປເປັນຮອງຫົວໜ້າຫ້ອງການກອງບັນຊາການ, ພັທ ປານີ ຫຼວງສົມພູ ຈາກຫ້ອງ 504 ໄປຮັບໜ້າທີ່ເປັນຮອງຫົວໜ້າຫ້ອງພະລາທິການ, ພັທ ສຸລິໄຊ ພົມມີໄຊ ຈາກ ປກສ ເມືອງ ວຽງທອງ ໄປຮັບໜ້າທີ່ເປັນຮອງຫ້ອງ 504, ພັທ ສົມແພງ ຈັນທະເລືອງ ຈາກຫ້ອງສັນຕິບານໄປຮັບໜ້າທີ່ເປັນຮອງຫ້ອງ 504, ພັທ ສໍາລານ ແກ້ວອໍາພອນ ຈາກຫ້ອງຕໍາຫຼວດໄປຮັບໜ້າທີ່ເປັນຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ, ພັທ ດາວເລືອງ ພົ້ວສີ ຈາກຫ້ອງພະລາທິ ການໄປຮັບໜ້າທີ່ເປັນຮອງກອງບັນຊາການ ປກສ ເມືອງປາກຊັນ, ພັທ ທະນົງສັກ ສີວົງດາວ ຈາກຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄປຮັບໜ້າທີ່ເປັນຫົວໜ້າຫ້ອງ 504, ພັຕ ເດດມີໄຊ ຫົວໜ້າພະແນກຕໍາຫຼວດຈະລາຈອນ ຂຶ້ນເປັນຮອງຫົວໜ້າຫ້ອງຕໍາຫຼວດ. ພ້ອມທັງປະກາດແຕ່ງຕັ້ງ ພັຕ ບຸນ ອິນທິລາດ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງປາກຊັນ ເປັນຮອງກອງບັນຊາການ ປກສ ເມືອງປາກຊັນ, ພັຕ ໄມພອນ ລາດຊະຈັນ ເປັນຮອງກອງບັນຊາການ ປກສ ເມືອງບໍລິຄັນ, ພັທ ພອນຄໍາ ພິມມະຈັນ ເປັນຮອງກອງບັນຊາການ ປກສ ເມືອງວຽງທອງ.

ໂອກາດດັ່ງກ່າວ, ຍັງໄດ້ມີການຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ ໃນນັ້ນໄດ້ຮັບຫຼຽນໄຊແຮງງານຊັ້ນ III ຈໍານວນ 12 ສະຫາຍ, ຫຼຽນກາແຮງງານ 5 ສະຫາຍ ແລະ ໃບຍ້ອງຍໍ ຈໍານວນ 16 ສະຫາຍ, ເປັນກຽດມອບໂດຍ ທ່ານ ແດນປີ ມູນທະດີ.