ທ້າຍເດືອນກໍລະກົດທີ່ຜ່ານມາ, ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດພະນັກງານພັກການຮັບອຸດໜູນບຳນານ ພ້ອມທັງມອບ-ຮັບໜ້າທີ່ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ລະຫວ່າງ ຫົວໜ້າຜູ້ເກົ່າ ກັບຜູ້ຮັກສາການແທນ ໂດຍການເປັນກຽດເຂົ້າຮ່ວມຂອງ ພັທ ລຳຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ທ່ານ ລຳແກ້ວ ພະໄຊສົມບັດ ຫົວໜ້າຈັດຕັ້ງນະຄອນໄກສອນພົມວິຫານ, ມີຄະນະກອງບັນຊາການ ປກສ ນະຄອນໄກສອນພົມວິຫານ, ຄະນະພະແນກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັທ ຄຳຜາຍ ຄູນລາດສະ ວັນນະວົງ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການອະນຸມັດໃຫ້ ພັທ ບຸນມາ ແສນຜາສຸກ ຫົວໜ້າ ປກສ ນະຄອນໄກສອນພົມວິຫານ ພັກການຮັບອຸດໜູນບຳນານ.

ພ້ອມດຽວກັນນີ້, ທ່ານຫົວໜ້າ ປກສ ນະຄອນໄກສອນພົມວິຫານ (ຜູ້ເກົ່າ) ໄດ້ຜ່ານບົດບັນທຶກມອບວຽກ ເຊິ່ງໄດ້ຕີລາຄາການປະຕິບັດໜ້າທີ່ຜ່ານມາ, ຍົກໃຫ້ເຫັນຜົນງານທີ່ຍາດມາໄດ້ ແລະ ບາງບັນຫາທີ່ຍັງຄົງຄ້າງ ເພື່ອ ໃຫ້ຄະນະຮັບຜິດຊອບສືບຕໍ່ແກ້ໄຂ; ຈາກນັ້ນ, ກໍໄດ້ເຊັນມອບວຽກງານໃຫ້ ພັທ ສົມຄິດ ສິມມະໂນ ຮອງຫົວໜ້າ ປກສ ນະຄອນໄກສອນພົມວິຫານ ສືບຕໍ່ຮັບຜິດຊອບຊີ້ນຳ-ນຳພາຕໍ່ໄປ.

ໃນພິທີ, ພັທ ລຳຄູນ ວໍລະວົງ ໄດ້ຕີລາຄາສູງເຖິງບັນດາຜົນງານ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການປະຕິບັດໜ້າທີ່ໃນໄລຍະຜ່ານມາ ພ້ອມຮຽກຮ້ອງໃຫ້ຄະນະຜູ້ຮັບຜິດຊອບຮັບໜ້າທີ່ສືບຕໍ່ປະຕິບັດໜ້າທີ່ວຽກງານ, ເອົາໃຈໃສ່ລົງເລິກໃກ້ຊິດຕິດແທດກັບພະນັກງານວິຊາສະເພາະ, ນຳພາເປັນໝູ່ຄະນະແກ້ໄຂບັນຫາໃຫ້ທັນກັບສະພາບການ, ມີຄວາມຕື່ນຕົວ, ບຸກບືນ, ມີຄວາມຮັກແພງສາມັກຄີ, ນັບຖືການຈັດຕັ້ງ ແລະ ປະຕິບັດຕາມຂັ້ນຕອນ, ເປັນທີ່ເພິ່ງໃຫ້ປະຊາຊົນຫຼີກເວັ້ນບັນຫາຫາງສຽງຂອງສັງຄົມ.