ຫ້ອງພະລາທິການ ປກສ ແຂວງອຸດົມໄຊ ໄດ້ຈັດພິທີເປີດບັ້ນດຳເນີນຊີວິດການເມືອງ ປະຈຳປີ 2018 ໃນທ້າຍເດືອນກໍລະກົດ 2018 ພາຍໃຕ້ການຊີ້ນຳໂດຍ ພັທ ພອນສະຫວັດ ສຸລິຍະທຳ ຄະນະພັກ ຮອງຫົວໜ້າກອງບັນຊາ ການ ປກສ ແຂວງ, ມີຄະນະກອງບັນຊາການ, ຄະນະພັກ, ຄະນະຫ້ອງ, ແຂກຖືກເຊີນ, ພະນັກງານຫຼັກແຫຼ່ງຕະຫຼອດຮອດພະນັກງານ-ນັກຮົບພາຍໃນຫ້ອງເຂົ້າຮ່ວມ.

ພັທ ຄຳຜາຍ ບຸດຕະຜົງ ເລຂາຄະນະພັກ ຫົວໜ້າຫ້ອງພະລາທິການ ໄດ້ຂຶ້ນຜ່ານບົດລາຍງານການຊີ້ນຳ-ນຳພາບັນຊາວຽກງານເບື້ອງພັກ ແລະ ລັດປະຈຳປີ 2017, ບົດຊີ້ ແຈງອັນລວມຄະນະໜ່ວຍພັກ, ຄະນະພັກຂັ້ນຫ້ອງ-ພະແນກ, ການຜັນຂະຫຍາຍບັ້ນດຳ ເນີນຊີວິດການເມືອງໄລຍະໜຶ່ງປີຜ່ານມາ, ຍົກໃຫ້ເຫັນບັນດາກໍລະນີຈຸດອ່ອນຂໍ້ຄົງຄ້າງຕາມການຕຳນິສົ່ງຂ່າວ ເພື່ອພ້ອມກັນປັບປຸງ-ປ່ຽນແປງ ແລະ ແກ້ໄຂຢ່າງຖືກຕ້ອງ, ຮັບປະກັນ ແລະ ພາວະວິໄສດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້-ຄວາມສາມາດ, ແບບແຜນວິທີນຳພາ-ບັນຊາ, ຄຸ້ມຄອງ, ວິທີເຮັດວຽກອັນລວມ ແລະ ອັນສະເພາະຂອງກົມ, ກອງ, ບຸກຄົນ.

ໃນພິທີ, ແຕ່ລະສະຫາຍຍັງໄດ້ປະກອບ ຄຳຄິດຄຳເຫັນຕຳນິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອຮັບປະກັນໃນການກໍ່ສ້າງກົມກອງ, ກໍ່ສ້າງພັກ ແລະ ພະນັກງານ-ນັກຮົບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ສຸມໃສ່ວຽກງານເສດຖະກິດແກ້ໄຂຊີວິດການເປັນຢູ່ໃຫ້ຖືກຕ້ອງສອດຄ່ອງ ແລະ ຮັບປະກັນ ຕິດພັນກັບຂະບວນການວຽກດ້ານຕ່າງໆພາຍໃນຫ້ອງຂອງຕົນໃຫ້ເປັນຂະບວນຟົດຟື້ນຂະຫຍາຍຕົວກ້ວາງຂວາງມີການແຂ່ງຂັນກັນ ພ້ອມກັນຕັດສິນໃຈເຮັດສຳເລັດໜ້າທີ່ຕາມການມອບໝາຍຈາກຂັ້ນເທິງ, ຮັບປະກັນຄວາມໜັກແໜ້ນດ້ານການເມືອງ-ແນວຄິດ, ມີຄຸນສົມບັດສິນທຳປະຕິວັດ, ມີລະບຽບວິໄນເຂັ້ມງວດ ແລະ ເຂັ້ມແຂງດ້ານການຈັດຕັ້ງໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ຂ່າວໃຫ້ຮູ້ຕື່ມອີກວ່າ: ຫ້ອງ 509 ກໍໄດ້ເປີດບັ້ນດຳເນີນຊີວິດການເມືອງ ປະຈຳປີ 2018 ເຂົ້າຮ່ວມໂດຍ ພັທ ສີວອນ ໄຊຍະວົງ ຄະນະພັກຮອງຫົວໜ້າກອງບັນຊາການ ປກສ ແຂວງ ຜູ້ຊີ້ນຳວຽກງານຫ້ອ 501 ແລະ 509 ເລຂາຄະນະພັກຫົວໜ້າຫ້ອງ, ຮອງຫ້ອງ, ບັນດາພະແນກຕະຫຼອດຮອດພະນັກງານ-ນັກຮົບພາຍໃນຫ້ອງ.