ທ້າຍເດືອນກໍລະກົດທີ່ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມເມືອງຜົ້ງສາລີ ແຂວງຜົ້ງສາລີ ໄດ້ເປີດຂະບວນການແຂ່ງຂັນ 4 ບຸກ ຢູ່ບັນດາໜ່ວຍຊາວໜຸ່ມຂົງເຂດເສດຖະກິດເປັນປະທານໂດຍ ທ່ານ ສົມຈັນ ອີນຕະພົມ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ມີບັນດາຄະນະບໍລິຫານງານຊາວໜຸ່ມເມືອງ, ບັນດາເລຂາຄະນະໜ່ວຍຊາວໜຸ່ມ ຕະຫຼອດຮອດບັນດາສະມາຊິກຊາວໜຸ່ມຂົງເຂດເສດຖະກິດເຂົ້າຮ່ວມ.

ທ່ານ ພອນແກ້ວ ແກ້ວຈັນ ຫົວໜ້າໜ່ວຍງານຫ້ອງການຊາວໜຸ່ມເມືອງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດເປີດບັ້ນຂະບວນການຂໍ້ແຂ່ງຂັນ 4 ບຸກ. ຈາກນັ້ນ, ບັນດາເລຂາໜ່ວຍຊາວໜຸ່ມຂົງເຂດເສດຖະກິດປະກອບມີ 5 ໜ່ວຍ ຄື: ໜ່ວຍຊາວໜຸ່ມການເງິນເມືອງ, ກະສິກຳ-ປ່າໄມ້ເມືອງ, ແຜນການ-ທະນາຄານນະໂຍບາຍ-ໂຍທາເມືອງ, ອຸດສາຫະກຳການຄ້າ-ເຕັກໂນໂລຊີເມືອງ ແລະ ໜ່ວຍຊາວໜຸ່ມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ; ກໍໄດ້ຜັດປ່ຽນກັນຂຶ້ນຜ່ານບົດຕີລາຄາຄືນການຈັດຕັ້ງ ປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໃນໄລຍະຜ່ານມາ ໃນການນຳພາສະມາຊິກພາຍໃນໜ່ວຍເຄື່ອນໄຫວ ຂະບວນການລວມ. ເຊິ່ງສາມາດຕີລາຄາດ້ານແນວ ຄິດໄດ້ 90%, ດ້ານການຈັດຕັ້ງໄດ້ 90%, ດ້ານການ ຝຶກຝົນຫຼ່ໍຫຼອມຮໍ່າຮຽນໄດ້ 90%, ດ້ານວິຊາຊີບສ້າງ ວຽກເຮັດງານທຳ ໄດ້ 90%.

ນອກນັ້ນ, ຍັງໄດ້ພ້ອມກັນວາງທິດທາງແຜນການພັດທະນາວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍໃນ 1 ປີຕໍ່ໜ້າ ໃຫ້ສອດຄ່ອງກັບລະບຽບກົດໝາຍຄາດໝາຍສູ້ຊົນໃນແຕ່ລະດ້ານໃຫ້ສາມາດບັນລຸ 92%- 100%. ຈາກນັ້ນ, ເລຂາແຕ່ລະໜ່ວຍກໍໄດ້ຕາງໜ້າໃຫ້ບັນດາສະມາ ຊິກຊາວໜຸ່ມຂອງຕົນຂຶ້ນຈັບມືກັນ ເພື່ອຮັບຮອງ ເອົາຂໍ້ແຂ່ງຂັນແນໃສ່ນຳໄປຈັດຕັ້ງປະຕິບັດໃຫ້ປະ ສົບຜົນສຳເລັດຍິ່ງຂຶ້ນ.

ໃນພິທີຍັງໄດ້ມອບໃບຢັ້ງຢືນໜ່ວຍ 4 ບຸກ ໃຫ້ ໜ່ວຍຊາວໜຸ່ມທັງ 5 ໜ່ວຍ ແລະ ມອບໃບຍ້ອງຍໍໃຫ້ແກ່ສະມາຊິກທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ ຈຳນວນ 52 ສະຫາຍ ຍິງ 25 ສະຫາຍ.