ໜໍ່ໄມ້ ມີຄຸນຄ່າທາງອາຫານສູງ ທັງໂປຣຕິນ, ວິຕາມິນ ແລະ ສິ່ງສຳຄັນມີ ກົດອະມິໂນ ທີ່ຮ່າງກາຍຜະລິດເອງບໍ່ໄດ້ ຕ້ອງນຳເຂົ້າຈາກອາຫານປະເພດຕ່າງໆ. ນອກຈາກນັ້ນ, ໜໍ່ໄມ້ຍັງມີກາກໄຍອາຫານທີ່ຊ່ວຍໃຫ້ຮ່າງກາຍນຳເອົາກາກ ແລະ ສານພິດອອກສູ່ພາຍນອກໄດ້ໄວ ໂດຍການດູດນໍ້າ ແລະ ເພີ່ມບໍລິມາດໃຫ້ກາກຫຼາຍຂຶ້ນ ຈົນຮ່າງກາຍຕ້ອງສົ່ງອອກກະທັນຫັນ.

ຄຸນປະໂຫຍດຂອງໜໍ່ໄມ້

ນອກນີ້, ເມື່ອໜໍ່ໄມ້ຜ່ານລະບົບການຍ່ອຍແລ້ວ ຈະໃຫ້ຄຸນປະໂຫຍດຫຼາຍຢ່າງ, ເຊິ່ງຮ່າງກາຍກໍຈະດູດຊຶມເຂົ້າສູ່ກະແສເລືອດ ສ່ວນກາກອາຫານທີ່ເຫຼືອ ຫຼື ສານພິດຕ່າງໆ ເຊັ່ນ: ຢາຂ້າແມງໄມ້, ໂລຫະໜັກຕ່າງໆ ຫຼື ນີໄຕຣ ກໍຈະໄປລວມກັນຢູ່ລຳໄສ້ໃຫຍ່, ແຕ່ຖ້າມີກາກໄຍອາຫານຫຼາຍໆ ກາກໄຍອາຫານເຫຼົ່ານີ້ຈະຊ່ວຍດູດນໍ້າແລະ ເພີ່ມປະລິມານ ເຮັດໃຫ້ກາກອາຫານເຫຼົ່ານີ້ມີນໍ້າໜັກຫຼາຍ ຈະເຄື່ອນຂະບວນອອກສູ່ໂລກພາຍນອກໄດ້ໄວ ກາກໄຍອາຫານຈຶ່ງຊ່ວຍຫຼຸດການເກີດພະຍາດມະເຮັງລຳໄສ້ໃຫຍ່.

ໜໍ່ໄມ້ ສາມາດເອົາໄປແປຮູບໃຫ້ເປັນອາຫານໄດ້ຫຼາຍຊະນິດ ເຊັ່ນ: ໜໍ່ໄມ້ສົດໆຕົ້ມກັບກະດູກໝູ, ແກງຂົ້ວໜໍ່ໄມ້ ຫຼື ຈະຕົ້ມໄວ້ກິນກັບແຈ່ວ, ເຮັດຊຸບໜໍ່ໄມ້. ເພື່ອຫຼຸດຄວາມຂົມຂອງໜໍ່ໄມ້ຕ້ອງຕົ້ມໃສ່ກັບນ້ຳໃບຢານາງ ແລ້ວໜໍ່ໄມ້ກໍຈະຫວານ. ຖ້າຢາກເກັບໜໍ່ໄມ້ໄວ້ກິນນອກລະດູ ກໍຕ້ອງດອງໜໍ່ໄມ້ໃຫ້ເປັນໜໍ່ໄມ້ສົ້ມ ເອົາໄວ້ເຮັດແກງ ຫຼື ຂົ້ວໄດ້.

ຄຸນປະໂຫຍດຂອງໜໍ່ໄມ້:
– ຫຼຸດການເກີດພະຍາດມະເຮັງລຳໄສ້ໃຫຍ່, ປ້ອງກັນອາການຍຶ່ງທ້ອງ, ຊ່ວຍຍ່ອຍອາຫານ, ເຊິ່ງມີຄຸນປະໂຫຍດຫຼາຍ ເພາະໜໍ່ໄມ້ເປັນອາຫານທີ່ໃຫ້ເສັ້ນໄຍສູງ.
– ແກ້ກະຫາຍ, ໄລ່ລະບົບຂັບຖ່າຍເບົາໄດ້ດີ, ແກ້ໄອ, ບຳລຸງກຳລັງ ແລະ ແກ້ອາການອອກຮ້ອນຕ່າງໆໄດ້ດີ
ເພາະມີລິດເປັນຢາເຢັນຄືກັນກັບເຫັດ.
– ໄລ່ສານພິດໃຕ້ຜິວໜັງ, ໄລ່ຕຸ່ມຜື່ນທຸກຊະນິດ ພຽງດື່ມນ້ຳແກງທີ່ໄດ້ຈາກການຕົ້ມໜໍ່ໄມ້.
– ແກ້ອາການທ້ອງບິດຊໍາເຮື້ອໄດ້.

ນອກຈາກໜໍ່ໄມ້ສົດ ຈະມີຄຸນຄ່າທາງອາຫານສູງແລ້ວ ໜໍ່ໄມ້ດອງເຖິງວ່າຈະບໍ່ມີຄຸນຄ່າທາງອາຫານ ແຕ່ຍັງມີຄຸນປະໂຫຍດອີກ ຄື: ຈະມີແບັກທີເຣຍໃນໜໍ່ໄມ້ດອງທີ່ຊື່ ຄະລອດທຣີເດຍ ເປັນແບັກທີເຣຍ ທີ່ປົນຢູ່ໃນດິນ ຈະເລີນເຕີບໃຫຍ່ໄດ້ດີໃນສະພາບບໍ່ມີອົກຊີແຊນ ເຊັ່ນ: ໃນອາຫານຈຳພວກຂອງໝັກ ຫຼື ປະເພດຂອງດອງທັງ ຫຼາຍ ແລະ ລວມທັງອາຫານກະປ໋ອງທີ່ບໍ່ໄດ້ຜ່ານການທຳລາຍແບັກທີເຣຍຢ່າງຖືກວິທີ, ແບັກທີເຣຍຊະນິດນີ້ມີພິດ ແຕ່ມັນກໍມີປະໂຫຍດ, ເຊິ່ງອົງການອາຫານ ແລະ ຢາ FDA ຂອງສະຫະລັດອາເມລິກາ ອະນຸຍາດໃຫ້ນຳແບັກທີເຣຍນີ້ໄປຜ່ານຂະບວນການແຍກເອົາສານພິດອອກ ແລ້ວເຮັດໃຫ້ຈືດຈາງ ເພື່ອນຳໄປໃຊ້ໃນການບຳບັດປິ່ນປົວພະຍາດທີ່ກ່ຽວກັບກ້າມຊີ້ນ ໂດຍຕັ້ງຊື່ໃໝ່ວ່າ: Botox, ເຊິ່ງກໍແມ່ນສານທີ່ເຮັດໃຫ້ໜ້າໃສ ສຳລັບຜູ້ຮັກຄວາມງາມທັງຫຼາຍໄປສີດ ເພື່ອຫຼຸດຮອຍຫ່ຽວຍານ.

ຂໍ້ຄວນລະວັງໃນການກິນໜໍ່ໄມ້:
ໜໍ່ໄມ້ມີຄຸນຄ່າທາງອາຫານສູງໃນໂຕຂອງມັນເອງ ສ່ວນໜໍ່ໄມ້ດອງກໍມີຄຸນຄ່າຄືກັນ, ແຕ່ສຳລັບຄົນປ່ວຍເປັນພະຍາດບາງຊະນິດແລ້ວ, ທ່ານໝໍກໍໄດ້ແນະນຳບໍ່ໃຫ້ກິນຄືກັນ ເປັນຕົ້ນແມ່ນພະຍາດປະດົງຂໍ່, ຜູ້ທີ່ປ່ວຍເປັນພະຍາດຊະນິດນີ້ ບໍ່ຄວນກິນ ເພາະໃນໜໍ່ໄມ້ມີສານພິວລີນສູງ, ເຊິ່ງສານຊະນິດນີ້ອາດຈະເຮັດໃຫ້ກົດຢູຣິກ ທີ່ເປັນສາເຫດຂອງການເກີດພະຍາດປະດົງສູງຂຶ້ນ, ເຊິ່ງກົດຢູຣິກ ເປັນສານທີ່ເກີດຈາກການເຜົາຜານຂອງພິວລີນ ມີຫຼາຍໃນຊີ້ນສັດ, ເຄື່ອງໃນສັດ, ຖົ່ວຊະນິດຕ່າງໆ ແລະ ພືດຜັກອ່ອນ ໂດຍສະເພາະໜໍ່ໄມ້.

ຜູ້ທີ່ມີສະພາບໝາກໄຂ່ຫຼັງເສື່ອມ ຫຼື ໝາກໄຂ່ຫຼັງຊຸດໂຊມ ໂດຍປົກກະຕິກົດຢູຣິກ ຈະຖືກໄລ່ອອກທາງນ້ຳຍ່ຽວຂອງຄົນເຮົາ. ຖ້າຫາກຮ່າງກາຍມີການສ້າງກົດຢູຣິກຫຼາຍເກີນໄປ ຫຼື ໝາກໄຂ່ຫຼັງໄລ່ກົດຢູຣິກ ໄດ້ໜ້ອຍລົງ ເນື່ອງຈາກໝາກໄຂ່ຫຼັງເຮັດວຽກບໍ່ດີ ກົດຢູຣິກ ກໍຈະຈັບສະສົມຢູ່ຕາມຂໍ້, ຕາມຜິວໜັງຫຼອດເລືອດໝາກໄຂ່ຫຼັງ ແລະ ອະໄວຍະວະຕ່າງໆ ເຮັດໃຫ້ເກີດອາການປວດຂໍ້ ແລະ ພະຍາດແຊກຊ້ອນຕ່າງໆທີ່ເປັນອັນຕະລາຍໄດ້ ເຊັ່ນ: ຂໍ້ພິການ, ໜິ້ວໝາກໄຂ່ຫຼັງ ແລະ ກະດູູກຜ່ອຍ ເປັນຕົ້ນ.

ຄວາມເຊື່ອທີ່ບໍ່ຖືກຕ້ອງກ່ຽວກັບໜໍ່ໄມ້:
– ຄົນເຮົາມັກຈະຄິດວ່າໜໍ່ໄມ້ ມີແຕ່ໂທດເປັນຂອງຜິດ ຖ້າບໍ່ກິນຈະດີກ່ວາ.
– ກິນໜໍ່ໄມ້ແລ້ວປວດຂໍ້ ຄວາມຈິງແລ້ວ ໜໍ່ໄມ້ບໍ່ໄດ້ເຮັດໃຫ້ຂໍ້ເສື່ອມ ຫຼື ປວດຂໍ້, ແຕ່ຈະມີຜົນກັບຜູ້ທີ່ເປັນພະຍາດປະດົງຂ້ໍເທົ່ານັ້ນ. ດັ່ງນັ້ນ, ຄົນທີ່ມີອາການປວດຂໍ້ຈາກສາເຫດອື່ນໆ ຈຶ່ງກິນໜໍ່ໄມ້ໄດ້ຕາມປົກກະຕິ.
– ຄົນເປັນພະຍາດເບົາຫວານສາມາດກິນໜໍ່ໄມ້ໄດ້ ເພາະການກິນໜໍ່ໄມ້ນັ້ນບໍ່ໄດ້ມີຜົນກັບລະດັບນ້ຳຕານໃນກະແສເລືອດ ເພາະສະນັ້ນເຖິງຈະເປັນພະຍາດເບົາຫວານກໍກິນໄດ້.
– ຜູ້ທີ່ເປັນພະຍາດຕັບຫ້າມກິນ ເຊິ່ງພະຍາດຕັບ ມີສາເຫດມາຈາກຫຼາຍປັດໄຈ ທັງຈາກໄວຣັດເບ ແລະ ອາການຕັບແຂງ, ແຕ່ແພດຢັ້ງຢືນວ່າ ການກິນໜໍ່ໄມ້ບໍ່ມີຜົນຕໍ່ພະຍາດດັ່ງກ່າວ.
– ເມື່ອມີອາການລົງຂາວ ໃຫ້ເຊົາກິນໜໍ່ໄມ້ ຄວາມຈິງແລ້ວໜໍ່ໄມ້ສົດບໍ່ມີຜົນຕໍ່ອາການ, ແຕ່ຖ້າຫາກຜູ້ທີ່ມີອາການລົງຂາວກໍຍັງສາມາດກິນໜໍ່ໄມ້ສົດໄດ້. ແນວໃດກໍຕາມ, ການກິນໜໍ່ໄມ້ ກໍຄວນກິນໃຫ້ພໍດີພໍງາມ ເພາະອາຫານທຸກປະເພດກໍມີທັງຜົນດີ ແລະ ຜົນຂ້າງຄຽງ ເຊັ່ນດຽວກັນ.