ກອງປະຊຸມເປີດກວ້າງຄັ້ງທີ 3 ສະໄໝທີ 5 ຂອງອົງຄະນະພັກກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ປະຈຳໄຕມາດ 1-2 ໄດ້ຈັດຂຶ້ນໃນທ້າຍເດືອນກໍລະກົດຜ່ານມາ, ເປັນປະທານໂດຍ ພັອ ບົວພັນ ຍໍລະວົງສາ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີບັນດາຄະນະພັກ 4 ຫ້ອງ, 3 ກອງພັນ, ກອງຮ້ອຍເອກະລາດ ແລະ ສະມາຊິກພັກເຂົ້າຮ່ວມ.

ພັອ ບຸນແພງ ທີລະສັກ ໄດ້ຂຶ້ນຜ່ານບົດສະຫຼຸບໃນໄລຍະຜ່ານມາ, ຄະນະພັກ ໄດ້ສຸມໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບ ໃນທົ່ວກອງບັນຊາການ ໄດ້ນຳເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາມະຕິ, ຄຳສັ່ງຂອງຂັ້ນເທິງ ແລະ ບັນດາມູນເຊື້ອຕ່າງໆມີທັງໝົດ 05 ຄັ້ງ, ຈຳນວນພົນເຂົ້າຮ່ວມ 1.021 ຄົນ, ຍິງ 104 ຄົນ.

ນອກນັ້ນ, ຍັງຊີ້ນຳບັນດາຫ້ອງເຄື່ອນໄຫວຕາມພາລະບົດບາດໃນການເປັນໃຈກາງການປະສານງານລະຫວ່າງຂັ້ນເທິງ ແລະ ຂັ້ນລຸ່ມ, ເປັນເສນາໃຫ້ແກ່ກອງບັນຊາການ ໃນການຄົ້ນຄວ້າວຽກງານຕ່າງໆຕາມ 4 ວຽກໃຫຍ່ 41 ໂຄງການ ແລະ ບັນດາກົມກອງຮາກຖານເຊັ່ນ, ພະແນກການ, ກອງພັນ ແລະ ກອງຮ້ອຍເອກະລາດກໍ່ໄດ້ເອົາໃຈໃສ່ເຄື່ອນໄຫວເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ; ສັ່ງລວມແລ້ວ ຄະນະພັກກອງບັນຊາການໄດ້ຊີ້ນຳ-ນຳພາທົ່ວກອງບັນຊາການຈັດຕັ້ງປະຕິບັດສຳເລັດໜ້າທີ່ການເມືອງຂອງຕົນ ແລະ ໄດ້ປະຕິບັດຕາມມະຕິ, ຄຳສັ່ງຂອງຂັ້ນເທິງເຊັ່ນ: ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມທີ່ສຳຄັນຂອງພັກ, ຂອງຊາດ ແລະ ຂອງສາກົນໄດ້ມີຄວາມປອດໄພ 100%.

ທິດທາງແຜນການ ປະຈຳໄຕມາດ 3-4 ປີ 2018 ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໂດຍການນຳເອົາບັນດາມະຕິຄຳສັ່ງຂອງຂັ້ນເທິງມາສຶກສາອົບຮົມໃນແຕ່ລະໄລຍະ ແນໃສ່ເຮັດໃຫ້ຄະນະພັກ-ຄະນະບັນຊາຂັ້ນຕ່າງໆ ແລະ ສະມາຊິກພັກ, ພະນັກງານ-ນັກຮົບທຸກສະຫາຍມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ ແລະ ຕໍ່ປະຊາຊົນ.

ໃນກອງປະຊຸມ ຍັງໄດ້ມອບໃບຢັ້ງຢືນກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ໃຫ້ 3 ໜ່ວຍ ແລະ 10 ໜ່ວຍພັກຮາກຖານ.