ທ່ານ ສົມຈິດ ຈັນທະວົງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ຂຶ້ນຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ I ໃນວັນທີ 2 ສິງຫານີ້ ວ່າ: ການຈັດສັນທີ່ດິນຢູ່ແຂວງໄຊຍະບູລີ ໃນໄລຍະຜ່ານມາ ແມ່ນໄດ້ສຸມໃສ່ຈັດສັນທີ່ດິນໃນ 3 ລະດັບເຊັ່ນ: ລະດັບບ້ານ, ລະດັບເມືອງ ແລະ ລະດັບແຂວງ, ໂດຍຈັດສັນດິນຕາມ 8 ປະເພດທີ່ດິນ ແລະ ຈັດສັນທີ່ດິນຕາມການລົງທຶນໃນແຕ່ລະໂຄງການເພື່ອການພັດທະນາ, ສະເພາະໃນ 6 ເດືອນຕົ້ນປີ 2018 ນີ້ ໄດ້ຈັດສັນທີ່ດິນສຳເລັດແລ້ວ 12 ບ້ານ, ຖ້າທຽບໃສ່ແຜນການປີປະຕິບັດໄດ້ 11 % ຂອງແຜນການ.

ນອກນີ້, ຍັງສຸມໃສ່ຈັດສັນທີ່ດິນຕາມໂຄງການຕ່າງໆເຊັ່ນ: ໂຄງການຂະຫຍາຍຕົວເມືອງໄຊຍະບູລີ, ໂຄງການສ້າງຕັ້ງກອງພັນໃຫຍ່ 202, ໂຄງການສູນອານຸລັກຊ້າງລາວ, ໂຄງການທ່ອງທ່ຽວເຊໂນ-ລາວ ແລະ ໂຄງການລົງທຶນດ້ານກະສິກຳຕ່າງໆ, ການເຊົ່າ ແລະ ສຳປະທານທີ່ດິນ ແມ່ນໄດ້ສຳຫຼວດຈັດສັນຕາມການຕົກລົງອານຸຍາດໃຫ້ຜູ້ລົງທຶນແຕ່ລະໂຄງການ ໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ສາມາດເປັນໄປໄດ້. ດັ່ງນັ້ນ, ການຈັດສັນທີ່ດິນຜ່ານມາ ສ່ວນໃຫຍ່ໄດ້ເຮັດໃຫ້ການຄຸ້ມຄອງທີ່ດິນຫັນເຂົ້າສູ່ລະບົບລະບຽບເທື່ອລະກ້າວ, ຫຼຸດຜ່ອນການຈັບຈອງທີ່ດິນຊະຊາຍ ແລະ ການນຳໃຊ້ທີ່ດິນໄປຕາມເປົ້າໝາຍການຈັດສັນ, ອັນເຮັດໃຫ້ຄອບຄົວມີສິດຄອບຄອງທີ່ດິນ, ມີໃບຕາດິນຖາວອນ, ສາມາດຫັນດິນເປັນທຶນເຂົ້າໃນການພັດທະນາເສດຖະກິດຄອບຄົວ ແລະ ບັນດາໂຄງການຕ່າງໆ ສ່ວນໃຫຍ່ກໍສາມາດພັດທະນາໄປຕາມຈຸດປະສົງເປົ້າໝາຍ ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືປະເທດຊາດ.

ທ່ານ ສົມຈິດ ຈັນທະວົງ ໄດ້ກ່າວຕື່ມອີກວ່າ: ຜ່ານການຈັດສັນ ແລະ ຄຸ້ມຄອງທີ່ດິນໃນໄລຍະຜ່ານມາ ແມ່ນໄດ້ພົບກັບບັນຫາທີ່ຫຍຸ້ງຍາກ ແລະ ທ້າທາຍຫຼາຍດ້ານເຊັ່ນ ບັນຫາການຈັດສັນທີ່ດິນປະເພດດິນກະສິກຳ ໃນເຂດທີ່ຕິດກັບປ່າສະຫງວນແຫ່ງຊາດ ຊຶ່ງນິຕິກຳຮອງຮັບຍັງບໍ່ທັນຈະແຈ້ງ, ບັນຫາຄວາມຮັບຜິດຊອບ, ຄວາມເປັນເຈົ້າການຂອງອຳນາດການປົກຄອງ ໂດຍສະເພາະຂັ້ນບ້ານ ແລະ ປະຊາຊົນພາຍໃນບ້ານ ໃນການຄຸ້ມຄອງປົກປັກຮັກສາທີ່ດິນຂອບເຂດບ້ານຂອງຕົນຍັງບໍ່ທັນສູງ, ຍັງປະປ່ອຍໃຫ້ແຕ່ເຈົ້າໜ້າທີ່ກ່ຽວຂ້ອງເປັນຜູ້ກວດກາຝ່າຍດຽວ, ບັນຫາການຂັດແຍ່ງທີ່ດິນຍ້ອນການລະເມີດເຂດແດນ, ຂັດແຍ່ງທາງເຂົ້າຫາທີ່ດິນ, ຂັດແຍ່ງການແບ່ງມໍລະດົກ, ການປອມແປງຂໍ້ມູນທີ່ດິນ, ການໃຫ້ຂໍ້ມູນບິດເບືອນຄວາມເປັນຈິງ ແລະ ການຊວດຈຳນອກລະບົບບໍ່ຖືກຕ້ອງ ເຊິ່ງພາໃຫ້ເກີດຂໍ້ຂັດແຍ່ງເກີດຂຶ້ນ.

ຕໍ່ກັບບັນຫາດັ່ງກ່າວ, ພະແນກການທີ່ກ່ຽວຂ້ອງຈະສືບຕໍ່ຊຸກຍູ້ສົ່ງເສີມທຸກພາກສ່ວນທີ່ມີການເຄື່ອນໄຫວສິດນຳໃຊ້ທີ່ດິນ ເຊັ່ນ: ການເຊົ່າ-ສຳປະທານ, ການມອບ-ໂອນ, ຊື້-ຂາຍ, ການຊວດຈຳ ຕ້ອງໃຫ້ຜ່ານການຈົດທະບຽນທີ່ດິນໃຫ້ຖຶກຕ້ອງ, ພ້ອມທັງເອົາໃຈໃສ່ປັບປຸງຂອດບໍລິການຂອງວິຊາການໃຫ້ວ່ອງໄວ, ຖືກຕ້ອງມີຈັນຍາບັນ, ຈັນຍາທຳ ແລະ ຫັນການຄຸ້ມຄອງລັດດ້ວຍກົດໝາຍເທື່ອລະກ້າວ.