ໃນລະຫວ່າງວັນທີ 28-29 ມິຖຸນາຜ່ານມາ, ຄະນະພັກກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເປີດກວ້າງ ຄັ້ງທີ V ສະໄໝທີ 2 ຂອງຕົນຂຶ້ນ, ເປັນປະທານໂດຍ ພັອ ທອງໃບ ລໍວັນໄຊ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ເຂົ້າຮ່ວມໂດຍ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆບໍລິຄໍາໄຊ, ມີຄະນະພັກ, ເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ ສະມາຊິກພັກອ້ອມກອງບັນຊາການ ປກສ ແຂວງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາຄືນຜົນສຳເລັດດ້ານດີ-ດ້ານອ່ອນໃນການຊີ້ນຳ-ນຳພາໃນໄລຍະ 1 ປີຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດໃນການນຳພາການສ້າງກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ຕາມມາດຖານເງື່ອນໄຂ 4 ດ້ານ 5 ເນື້ອໃນ, ຄະນະພັກໄດ້ຖືເອົາວຽກງານສຶກສາອົບ ຮົມ-ນຳພາແນວຄິດເປັນສຳຄັນຕໍ່ພະນັກງານສະມາຊິກພັກ, ພະນັກງານ-ນັກຮົບ, ນຳພາຮ່ຳຮຽນເຊື່ອມຊຶມເອກະສານນິຕິກຳຕ່າງໆຂອງພັກ-ລັດ, ໄດ້ຮັບຮູ້ເຊື່ອມຊຶມເປັນປະຈຳ, ນຳພາຮ່ວມດຳເນີນຊີວິດພັກເປັນປົກກະຕິ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ; ວຽກງານກໍ່ສ້າງຂະຫຍາຍພັກ, ໄດ້ເລື່ອນສະມະຊິກພັກສຳຮອງຂຶ້ນສົມບູນໄດ້ 12 ສະຫາຍ ຍິງ 2 ສະຫາຍ, ອຳນວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງເຄື່ອນໄຫວຕາມພາລະບົດບາດເປັນກຳລັງແຮງໃຫ້ແກ່ການຈັດຕັ້ງພັກໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ວຽກງານຂະບວນ ການດ້ານຕ່າງໆ, ເອົາໃຈໃສ່ນຳພາວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ເຊັ່ນ: ອອກບັດໄອດີ ID ໃຫ້ຄົນຕ່າງປະເທດຈຳນວນ 198 ຄົນ ຍິງ 68 ຄົນ, ມີ 6 ສັນຊາດ; ກວດກາຄົນເຂົ້າ-ອອກເມືອງມີ 646.436 ຄົນ ຍິງ 256.194 ຄົນ, ພາຫານະເຂົ້າ-ອອກເມືອງທັງໝົດ 136.392 ກວ່າຖ້ຽວຄັນ; ວຽກງານແກ້ໄຂ ແລະ ມ້າງລາຍຄະດີ ຄື: ສາມາດເກັບກູ້ອາວຸດເຖື່ອນໄດ້ 2.175 ກະບອກ, ລູກປືນ 123 ລູກ, ລະເບີດ 2 ໜ່ວຍ, ແກ້ໄຂລົດເຖື່ອນທີ່ນໍາເຂົ້າບໍ່ຖືກຕ້ອງມາເສຍພາສີ, ມີຄະດີຢາເສບຕິດເກີດຂຶ້ນທັງໝົດ 26 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 29 ຄົນ ຍິງ 13 ຄົນ, ຢຶດຂອງກາງໄດ້ຢາບ້າ 208.695 ເມັດ, ເຮໂຣອິນ 40 ແທ່ງ, ລົດໃຫຍ່ 4 ຄັນ, ລົດຈັກ 3 ຄັນ.

ໃນໂອກາດນີ້, ສະຫາຍ ປອ ກອງ ແກ້ວ ໄຊສົງຄາມ ໄດ້ເນັ້ນໃຫ້ຄະນະພັກຄະນະບັນຊາທຸກຂັ້ນ ຈົ່ງເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນຳພາແນວ ຄິດໃຫ້ສະມະຊິກພັກ, ພະນັກງານ-ນັກຮົບໃຫ້ມີແນວຄິດໜັກແໜ້ນມີຄຸນສົມບັດສິນທຳປະຕິວັດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ແລະ ມີຄວາມຊຳນຊຳນານທາງດ້ານວິຊ ສະເພາະທີ່ທັນສະໄໝ, ຕີຖອຍທຸກກົນອຸບາຍຫັນປ່ຽນຂອງກຸ່ມຄົນບໍ່ດີ, ຕັ້ງໜ້າສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນແມ່ນພາຍໃນແຂວງບໍລິຄຳໄຊ ໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງ.