ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບເງິນອຸດໜູນໃຫ້ຄອບຄົວພະນັກງານຜູ້ເສຍຊີວິດ ແລະ ຜູ້ທີ່ອອກສ້າງເສດຖະກິດຄອບຄົວ ໃນວັນທີ 4 ກໍລະກົດ 2018 ເຂົ້າຮ່ວມ ແລະ ມອບເງິນໂດຍ ພັທ ບຸນມີໄຊ ຈັນ ທະວົງ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີ ພັທ ຄຳແພງ ໄຊທາວົງ ຫົວໜ້າພະແນກ ນະໂຍບາຍ-ປະກັນສັງຄົມ ພ້ອມດ້ວຍຄະນະພັກ, ພະນັກງານ-ນັກຮົບ, ຄອບຄົວຜູ້ເສຍຊີວິດ ແລະ ຄອບຄົວຜູ້ອອກສ້າງເສດຖະກິດຄອບຄົວເຂົ້າຮ່ວມ.

ພັທ ບຸນມີໄຊ ຈັນທະວົງ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງບໍລິຄໍາໄຊ ສະບັບເລກທີ 3188/ປກສ ແລະ ຂໍ້ຕົກລົງສະບັບເລກທີ 3179/ປກສ, ລົງວັນທີ 06 ມີຖຸນາ 2018 ວ່າດ້ວຍການປະຕິບັດນະໂຍບາຍເງິນອຸດໝູນໃຫ້ແກ່ພະນັກງານ-ນັກຮົບຜູ້ເສຍຊີວິດ ແລະ ອອກສ້າງເສດຖະກິດຄອບຄົວ ຈໍານວນ 4 ຄອບຄົວ ລວມເປັນເງິນ ທັງໝົດ 276.981.000 ກີບ ເພື່ອເປັນການປະຕິບັດຕາມນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ພະ ນັກງານ-ນັກຮົບໃນກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ກໍຄືກໍາລັງ ປກສ ແຂວງບໍລິຄໍາໄຊ ທີ່ໄດ້ເສຍຊີວິດ ແລະ ອອກສ້າງເສດຖະກິດຄອບຄົວຢ່າງເໝາະສົມກັບສະພາບຕົວຈິງ.

ໃນໂອກາດດັ່ງກ່າວ, ພັທ ບຸນມີໄຊ ຈັນທະວົງ ໄດ້ກ່າວວ່າ: ການມອບເງິນອຸດໝູນ-ນະໂຍບາຍໃຫ້ຄອບຄົວຜູ້ເສຍຊີວິດ ແລະ ອອກສ້າງເສດຖະກິດຄອບຄົວໃຫ້ພະນັກງານ-ນັກຮົບໃນກໍາລັງ ປກສ ແຂວງບໍລິຄໍາໄຊ ຄັ້ງນີ້ ແມ່ນເປັນການປະຕິບັດຕາມແນວທາງ-ນະໂຍບາຍຂອງພັກ-ລັດ, ຂັ້ນເທິງທີ່ເຫັນໄດ້ເຖິງຄຸນງາມຄວາມດີຂອງພະນັກງານ-ນັກ ຮົບຜູ້ທີ່ເສຍຊີວິດ ແລະ ອອກສ້າງເສດຖະກິດຄອບຄົວ ທີ່ໄດ້ປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ວຽກງານພາຍໃນກົມກອງໃນໄລຍະຜ່ານມາ, ຫວັງວ່າເງິນຈໍານວນດັ່ງກ່າວນີ້ຈະຊ່ວຍແກ້ໄຂຄວາມຈໍາເປັນພາຍໃນຄອບຄົວໄດ້.