ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດພິທີປິດຊຸດຝຶກອົບຮົມວິຊາສະເພາະໄລຍະສັ້ນ ໃຫ້ກຳລັງໃໝ່-ກຳລັງທົດແທນ ທົ່ວກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ ປະຈຳປີ 2018 ໃນວັນທີ 22 ມິຖຸນາຜ່ານມາ, ເປັນປະທານໂດຍ ພັທ ທອງໄຫຼ ໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ປກສ ເມືອງ ແລະ ຄະນະຮັບຜິດຊອບ ຕະຫຼອດຮອດນັກສໍາມະນາກອນເຂົ້າຮ່ວມ.

ພັທ ບຸນນິດ ໂຮມຄະສິດ ຮອງຫົວໜ້າຫ້ອງການເມືອງ ທັງເປັນຄະນະຮັບຜິດຊອບບັ້ນຝຶກອົບຮົມ ໄດ້ຜ່ານບົດສະຫຼຸບການຝຶກອົບຮົມວິຊາສະເພາະໄລຍະສັ້ນ ໃຫ້ກຳລັງໃໝ່-ກຳລັງທົດແທນ; ເຊິ່ງມີຜູ້ເຂົ້າຝຶກອົບຮົມຈໍານວນ 127 ສະຫາຍ ຍິງ 38 ສະຫາຍ, ໃຊ້ເວລາ 15 ວັນ ເລີ່ມແຕ່ວັນທີ 4-22 ມິຖຸນາ 2018; ຜ່ານການຈັດຕັ້ງປະຕິບັດສາມາດຕີລາຄາດ້ານດີຫຼາຍດ້ານ ເປັນຕົ້ນແມ່ນຍ້ອນມີຄະນະພັກ-ຄະນະກອງບັນຊາການ ໄດ້ລົງໃກ້ຊິດຕິດແທດໃຫ້ທິດຊີ້ນໍາ ຈຶ່ງເຮັດໃຫ້ບັ້ນຝຶກອົບຮົມຄັ້ງນີ້ສໍາເລັດຕາມຄາດໝາຍ, ຍ້ອນບັນດານັກສໍາມະນາກອນແຕ່ລະສະຫາຍ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມຕັດສິນໃຈສູງ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດກົດລະບຽບໂຮງຮຽນ ກໍຄືລະບຽບຂອງກຳລັງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ, ມີຄວາມກະຕືລືລົ້ນໃນການຮໍ່າຮຽນ ເຊິ່ງສະແດງອອກໃນເວລາຂຶ້ນຫ້ອງຮຽນພາກທິດສະດີ ແລະ ລົງພາກປະຕິບັດຕົວຈິງ ແຕ່ລະສະຫາຍໄດ້ເອົາໃຈໃສ່ຟັງຄໍາບັນຍາຍ ແລະ ການສາທິດຕົວຈິງຂອງຄູ-ອາຈານ ເຮັດໃຫ້ນັກສໍາມະນາກອນສ່ວນຫຼາຍແມ່ນມີຄວາມຮັບຮູ້, ເຂົ້າໃຈ ແລະ ເກັບກຳບົດຮຽນໄດ້ດີ.

ຜ່ານການຮຽນພາກທິດສະດີ ແລະ ພາກປະຕິບັດຕົວຈິງ ສາມາດຕີລາຄາ ແລະ ຈັດປະເພດຢ່າງລະອຽດ, ໃນນັ້ນປະເພດດີເດັ່ນມີ 80 ສະຫາຍ ຍິງ 32 ສະຫາຍ, ປະເພດດີ 40 ສະຫາຍ ຍິງ 2 ສະຫາຍ, ປະເພດກາງ 7 ສະຫາຍ ຍິງ 4 ສະຫາຍ ພ້ອມທັງມອບໃບຢັ້ງຢືນຜົນສໍາເລັດການຮຽນລະບຽບ ແລະ ວິຊາ ສະເພາະຂອງກຳລັງປ້ອງກັນຄວາມສະຫງົບ ໃຫ້ບັນດານັກສໍາມະນາກອນ ໂດຍການມອບຂອງ ພັທ ທອງໄຫຼ ໄຊຍະລາດ.