ທາບທາມບຸກຄະລາກອນ ກຽມແຕ່ງຕັ້ງ ຫົວໜ້າ-ຮອງ ກອງບັນຊາການ ປກສ ແຂວງບໍລິຄຳໄຊ

0
750
ສະຫາຍ ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງຫົວໜ້າກົມໃຫ່ຍການເມືອງ ໃຫ້ທິດຊີ້ນຳ ທັງເປັນປະທານໃນກອງປະຊຸມ ທາບ ທາມບຸກຄະລາກອນ ປກສ ແຂວງຄຳມ່ວນ
ສະຫາຍ ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງຫົວໜ້າກົມໃຫ່ຍການເມືອງ ໃຫ້ທິດຊີ້ນຳ ທັງເປັນປະທານໃນກອງປະຊຸມ ທາບ ທາມບຸກຄະລາກອນ ປກສ ແຂວງຄຳມ່ວນ

ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ທາບ ທາມບຸກຄະລາກອນ ເພື່ອແຕ່ງຕັ້ງຫົວໜ້າ ແລະ ຮອງກອງບັນຊາການ ປກສ ແຂວງ ຊຸດໃໝ່ ໃນວັນທີ 13 ທັນວາ 2019; ເຂົ້າຮ່ວມ ແລະ ເປັນປະທານໂດຍ ສະຫາຍ ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງຫົວໜ້າກົມໃຫ່ຍການເມືອງ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະນະຈາກສູນກາງ, ມີບັນດາຄະນະພັກ, ຄະນະກອງບັນຊາການ ປກສ ແຂວງ, ຫົວໜ້າ, ຄະນະຫ້ອງ, ກອງ, ປກສ ເມືອງ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງບໍລິຄຳໄຊ ເຂົ້າຮ່ວມ.

ກອງປະຊຸມທາບທາມບຸກຄະລາກອນ ປກສ ແຂວງຄຳມ່ວນ

ສະຫາຍ ພັທ ຄອນສະຫວັນ ສົມພາໄຊ ຮອງຫົວໜ້າກົມກວດກາກະຊວງປ້ອງ ກັນຄວາມສະຫງົບ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ລົງທາບທາມຄະແນນສຽງຄວາມໄວ້ວາງໃຈຕໍ່ນາຍຕຳຫຼວດທີ່ສະເໜີແຕ່ງຕັ້ງຫົວໜ້າ ແລະ ຮອງກອງບັນຊາການ ປກສ ແຂວງບໍລິຄຳໄຊ ສະບັບເລກທີ 4156/ກມປສ, ລົງວັນທີ 5 ທັນວາ 2019; ຈາກນັ້ນ, ສະຫາຍ ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ຜ່ານມະຕິຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ບັນຊາ ໃນກຳລັງປ້ອງກັນຄວາມສະຫງົບ ສະບັບເລກທີ 38/ຄພປກສ, ລົງວັນທີ 2 ພະຈິກ 2018 ອີງຕາມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມ
ຄອງ ອີງຕາມຄຳສັ່ງແນະນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນ ກາງພັກ ວ່າດ້ວຍມາດຖານຂອງພະນັກ ງານນຳພາ-ຄຸ້ມຄອງ, ມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກກະຊວງປ້ອງ ກັນຄວາມສະຫງົບ ຄັ້ງທີ 7 ສະໄໝທີ
IV ເພື່ອເຮັດໃຫ້ການແຕ່ງຕັ້ງ, ໂຍກຍ້າຍ, ບັນຈຸສັບຊ້ອນ, ຈັດວາງ, ສັບປ່ຽນໜ້າທີ່
ພະນັກງານນຳພາ-ບັນຊາໃນກຳລັງປ້ອງກັນຄວາມສະຫງົບ ມີຄວາມເປັນເອກະພາບ, ຖືກຕ້ອງຕາມລະດັບວິຊາສະເພາະຄວາມຮູ້-ຄວາມສາມາດ, ຕອບສະໜອງໃຫ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ, ສະຫາຍປະທານຍັງໄດ້ກ່າວວ່າ:

“ໃຫ້ຄະນະພັກແຕ່ລະຂັ້ນ ກຳແໜ້ນມະຕິຕົກລົງສະບັບນີ້ຢ່າງເລິກເຊິ່ງ, ຄົ້ນຄວ້າກຳນົດມາດຖານສະເພາະຂອງເຫຼົ່າວິຊາສະເພາະຂອງກົມກອງຂອງຕົນທີ່ຈະເຂົ້າ ທາບ ທາມ ໃຫ້ສອດຄ່ອງກັບມະຕິຕົກລົງສະບັບນີ້ ແລະ ຊີ້ນຳ-ນຳພາຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ເຂັ້ມງວດ”.

ຕອນທ້າຍ, ໄດ້ມີການປ່ອນບັດທາບທາມຄະແນນສຽງ ເພື່ອສະເໜີແຕ່ງຕັ້ງຫົວໜ້າ ແລະ ຮອງກອງບັນຊາການ ປກສ ແຂວງບໍລິຄຳໄຊ ຊຸດໃໝ່ ເຊິ່ງໄດ້ດຳເນີນໄປຢ່າງຖືກຕ້ອງຕາມລະບຽບຫຼັກການທີ່ກຳນົດໄວ້.