ທ້າວ ລາວມໍ ຈໍາເລີຍ ອາຍຸ 48 ປີ ຢູ່ບ້ານລາວວາ ເມືອງໄຊ ແຂວງອຸດົມໄຊ ຖືກສານປະຊາຊົນຂັ້ນຕົ້ນ ແຂວງອຸ ດົມໄຊ ຕັດອິດສະລະພາບ 8 ປີ ຖານຄອບຄອງຢາເສບຕິດປະເພດຢາບ້າ ແລະ ເຮໂຣອິນ ໃນອາທິດຜ່ານມາ.

ໄອຍະການປະຊາຊົນ ແຂວງອຸດົມໄຊ ຖະແຫຼ່ງຕໍ່ຄະນະສານ ໃຫ້ຮູ້ວ່າ: ໃນວັນທີ 15 ກັນຍາ 2018, ມີທ້າວ ວ້າ ບໍ່ຮູ້ທີ່ຢູ່ຂັບຂີ່ລົດກະບະບໍ່ຈື່ຍີ່ຫໍ້ໝາຍເລກທະບຽນ ໄດ້ມາຖາມຂາຍຢາບ້າ ຈໍານວນ 3 ຖົງ ລວມ ມີ 455 ເມັດ ແລະ ເຮໂຣອິນ ຈໍານວນ 1 ກ້ອນໜັກ 0,4 ກຼາມ. ຜູ້ກ່ຽວຈຶ່ງໄດ້ຊື້ໄວ້ເພື່ອເສບ ແລະ ຂາຍຕໍ່. ຫຼັງຈາກໄດ້ແລ້ວ ກໍເອົາຢາບ້າຈໍານວນ 2 ເມັດ ເຊື່ອງໄວ້ໃນຖົງໂສ້ງ; ມື້ຕໍ່ມາໄດ້ໂທລະສັບຫາ ທ້າວ ລອງ (ນ້ອງເຂີຍ) ເພື່ອບອກໃຫ້ເອົາດອກໄຟ, ຫົວປັກສຽບ ແລະ ສາຍໄຟມາໃຫ້ຢູ່ເຮືອນ. ພໍທ້າວ ລອງ ມາຮອດ ຈຳເລີຍໄດ້ເອົາຢາບ້າ ຈໍານວນ 2 ເມັດ ອອກໃຫ້ເສບ 1 ເມັດ ແລະ ເສບ 1 ເມັດ; ຈາກນັ້ນ, ໄດ້ບອກໃຫ້ ທ້າວ ລອງ ຂັບຂີ່ລົດຈັກໄປສົ່ງຫານາງ ໄດ (ລູກສາວ ) ຢູ່ບ້ານປ່າວໃຫຍ່. ຈາກນັ້ນ, ທັງ 2 ຄົນ ກໍຂັບຂີ່ລົດຈັກອອກມາ ໂດຍບໍ່ໄດ້ບອກໃຫ້ ທ້າວ ລອງ ຮູ້ວ່າເອົາຢາເສບຕິດມານໍາ ຈຳນວນ 3 ຖົງ ລວມມີ 455 ເມັດ. ພໍຂັບຂີ່ມາຮອດຫຼັກ 37 ໄດ້ແວ່ເຂົ້າໄປໃສ່ນໍ້້າມັນ ເມື່ອໄປຮອດຫຼັກກິໂລແມັດທີ່ 35 ທາງແຍກເຂົ້າໄປບ້ານປ່າວໃຫຍ່ ພົບເຫັນເຈົ້າໜ້າທີ່ຕັ້ງດ່ານກວດກາ ທ້າວ ລາວມໍ ເວົ້າກັບ ທ້າວ ລອງ ວ່າ: ເອົາຢາເສບຕິດມານໍາ. ພໍເວົ້າສຸດຄວາມ ທ້າວ ລອງ ກໍຈອດລົດໃຫ້ເຈົ້າໜ້າທີ່ກວດກາພົບເຫັນຢາເສບຕິດຈຳນວນດັ່ງກ່າວຢູ່ໃນ ຖົງໂສ້ງແລ້ວກັກຕົວໄປສອບສວນ.

ຜ່ານການຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ ຖ້ວນ, ຮອບດ້ານ, ພາວະວິໄສ ເຫັນວ່າ: ການກະທໍາຂອງຈໍາເລີຍໃນຄັ້ງນີ້ເປັນການກະທໍາຜິດຕາມຂໍ້ກ່າວຫາແທ້ ການກະທໍາຂອງ ທ້າວ ລາວມໍ (ຈໍາເລີຍ) ເປັນການກະທໍາທີ່ແຕະຕ້ອງຕໍ່ກົດໝາຍອາຍາ ໃນໝວດທີ 7 ວ່າດ້ວຍການກະທໍາຜິດຕໍ່ເສດຖະກິດຂອງຊາດ ແລະ ຜິດຕໍ່ກົດໝາຍ ວ່າດ້ວຍການປັບປຸງມາດຕາ 146 ກົດໝາຍອາຍາ ແລະ ມາດຕາ 75, 76 ກົດໝາຍ ວ່າດ້ວຍຢາເສບຕິດ ໂດຍອີງຕາມໃບຢັ້ງຢືນຜົນການພິສູດ, ວິໄຈຢາເສບຕິດຢ່າງຖືກຕ້ອງ ແລະ ຢັ້ງຢືນວ່າ ຢາບ້າ ຈໍານວນ 3 ຖົງ ມີ 455 ເມັດ ນໍ້າໜັກ 45,9 ກຼາມ. ຜ່ານການວິໄຈແມ່ນບັນຈຸສານເສບຕິດໃນໝວດ Metarnphetamine (ຢາບ້າ +) ຜິດຕໍ່ມາດຕາ 2 ຂໍ້ 2 ວັກ 1 ໃນການຄ້າ ຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ (ປະເພດຢາ ບ້າ) ໄດ້ກໍານົດໄວ້ວ່າ: ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ໃນຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນໍາຢາອີ, ຢາບ້າ, ຢາໄອສ໌ (Ice) ຫຼື ວັດຖຸອອກລິດຕໍ່ຈິດປະສາດ ຜ່ານ ສປປ ລາວ ເກີນກວ່າ 0,3 ກຼາມ ຫາ 100 ກຼາມ ຈະຖືກລົງໂທດຕິດອິດສະລະພາບແຕ່ 5 ປີ ຫາ 10 ປີ ແລະ ຈະຖືກປັບໃໝ່ ແຕ່ 10.000.000 ກີບ ຫາ 100. 000.000 ກີບ ແລະ ຈະຖືກຮີບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງ ກົດໝາຍອາຍາ.

ສ່ວນກ້ອນສີຂາວຜ່ານການວິໄຈ ແມ່ນບໍ່ພົບສານຢາເສບຕິດເຈືອປົນໃນໝວດໃດຕາມການຢັ້ງຢືນວິໄຈຂອງພະ ແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊ ສະບັບເລກ ທີ 196/ປອຊ, ລົງວັນທີ 11 ມັງ ກອນ 2019, ເຊິ່ງຜິດໃນຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ (ປະເພດເຮໂຣອິນປອມ) ມາດຕາ 2 ຂໍ້ 6 ຂີດໜ້າສອງ ໄດ້ກໍານົດໄວ້ວ່າ: ບຸກຄົນໄດ້ຫາກຜະລິດ, ຄ້າຂາຍ, ຈໍາໜ່າຍ ຫຼື ມີໄວ້ໃນຄອບຄອງ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນໍາຢາບ້າປອມ ຜ່ານ ສປປ ລາວ ໃຫ້ພິຈາລະນາດັ່ງນີ້: ຜ່ານການວິໄຈຫາກເຫັນວ່າ ມີເຊື້ອຢາເສບຕິດເຈືອປົນຢູ່ນໍານັ້ນຜູ້ຊື້ ແລະ ຜູ້ຂາຍ ະຖືກລົງໂທດຕັດອິດສະລະພາບແຕ່ 3 ປີ ຫາ 5 ປີ ແລະ ຈະຖືກປັບໃໝແຕ່ 500.000 ກີບ ຫາ 10.000.000 ກີບ ແລະ ຈະຖືກຮີບຊັບຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 34.

ເຫັນວ່າ: ຈໍາເລີຍໄດ້ຊັດທອດເຖິງ ທ້າວ ວ້າ ບໍ່ຮູ້ທີ່ຢູ່ທີ່ເອົາຢາເສບຕິດມາຂາຍໃຫ້ນັ້ນທາງເຈົ້າໜ້າທີ່ບໍ່ສາມາດນໍາຕົວຜູ້ກ່ຽວມາດໍາເນີນຄະດີໄດ້ ເນື່ອງຈາກວ່າ ບໍ່ຮູ້ທີ່ຢູ່ອັນແນ່ນອນ; ສ່ວນທ້າວ ລອງ ທີ່ເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີໃນຂໍ້ຫາ: ສົມຮູ້ຮ່ວມຄິດໃນການຄ້າ-ຂາຍຢາເສບຕິດຮ່ວມກັບທ້າວ ລາວມໍ ນັ້ນຜ່ານການກວດກາບັນດາຂໍ້ມູນ ແລະ ຫຼັກຖານແລ້ວເຫັນວ່າ ທ້າວ ລອງ ບໍ່ໄດ້ເປັນຜູ້ກະທໍາຜິດເນື່ອງຈາກວ່າ: ຜູ້ກ່ຽວໄດ້ໃຫ້ການປະຕິເສດວ່າ: ບໍ່ໄດ້ມີສ່ວນພົວພັນກັບການຄ້າ-ຂາຍຢາເສບຕິດຮ່ວມກັບ ທ້າວ ລາວມໍ ຕົນພຽງແຕ່ ໄປສົ່ງທ້າວ ລາວມໍ ໄປຫາລູກສາວຢູ່ບ້ານປ່າວໃຫຍ່ ເທົ່ານັ້ນ ແລະ ຈໍາເລີຍ ກໍໄດ້ຢັ້ງຢືນວ່າ ທ້າວ ລອງ ບໍ່ມີສ່ວນພົວພັນກັບການຄ້າ-ຂາຍຢາເສບຕິດ ຮ່ວມກັນກັບຕົນແທ້. ຈຶ່ງໄດ້ປ່ອຍຕົວ ຂອງ ທ້າວ ລອງ ຕາມຄໍາສັ່ງປ່ອຍຜູ້ຖືກຫາສະ ບັບເລກທີ 06/ອຍກຂ.ອຊ, ລົງວັນທີ 5 ພະຈິກ 2019 ພ້ອມທັງສົ່ງລົດຈັກຮອນດາເວບສີສົ້ມດຳ ໝາຍເລກ ທະບຽນ ຜົ້ງສາລີ ຈກ 9662 ແລະ ໂທລະສັບ ຈໍານວນ 1 ເຄື່ອງ.

ດ້ວຍເຫດນີ້, ຄະນະສານອາຍາຂັ້ນຕົ້ນແຂວງອຸດົມໄຊ ຈຶ່ງຕັດສິນລົງໂທດຕັດອິດສະລະພາບຈໍາເລີຍໃນສະຖານ ການຄ້າ-ຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງປະເພດຢາບ້າ 5 ປີ ປັບໃໝ 10.000.000 ກີບ ແລະ ໃນສະຖານມີຢາເສບຕິດປອມໄວ້ໃນຄອບຄອງປະເພດເຮໂຣອິນ 3 ປີ ປັບ ໃໝ 5.000.000 ກີບ ລວມໂທດທັງໝົດ 8 ປີ ປັບໃໝ 15.000.000 ກີບ.