ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງບໍລິຄໍາໄຊ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍ ແລະ ໄພ ອັນຕະລາຍຂອງຢາເສບຕິດຢູ່ໂຮງຮຽນມັດທະຍົມສົມບູນບ້ານວຽງຄໍາ ເມືອງປາກກະດິງ ແຂວງບໍລິຄໍາໄຊ ໃນວັນທີ 10 ທັນວາ 2019 ເພື່ອໃຫ້ນັກຮຽນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ.

ພັຕ ນາງ ພວງເພັດ ວໍລະວົງ ຮອງຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ຍົກໃຫ້ເຫັນຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ກົດໝາຍວ່າດ້ວຍຢາເສບຕິດ ດໍາລັດວ່າດ້ວຍຈັດຕັ້ງປະຕິບັດກົດໝາຍ ແລະ ປະມວນກົດໝາຍອາຍາ ໝວດທີ 8 ວ່າດ້ວຍການກະທໍາຜິດກ່ຽວກັບຢາເສບຕິດ ມາດຕາ 314-325. ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນປະເພດຂອງຢາເສບຕິດໃນແບບຕ່າງໆທີ່ມີຜົນທໍາຮ້າຍຕໍ່ຮ່າງກາຍໂດຍກົງທີ່ແຕກ ຕ່າງກັນ ເມື່ອຕົກເປັນທາດຂອງຢາເສບຕິດແລ້ວ ຜູ້ເສບຈະມີຮ່າງກາຍຈ່ອຍຜ່ອມ, ຊຸດໂຊມ, ສຸຂະພາບອ່ອນແອ ແລະ ມີພະຍາດແຊກຊ້ອນໄດ້ງ່າຍ, ຍິ່ງໄປກວ່ານັ້ນຍັງເຮັດໃຫ້ລະບົບປະສາດເກີດອາການພາບຫຼອນ, ຄວບຄຸມຕົນເອງບໍ່ໄດ້ ຈົນເຖິງຂັ້ນທຳຮ້າຍຮ່າງກາຍຕົນເອງ ແລະ ບຸກຄົນອື່ນທີ່ຢູ່ອ້ອມຂ້າງ.

ບັນຫາຢາເສບຕິດ ເປັນສາເຫດຕົ້ນຕໍ ທີ່ພາໃຫ້ເກີດບັນດາປະກົດການຫຍໍ້ທໍ້ຢູ່ໃນສັງຄົມ ເປັນຕົ້ນແມ່ນຂີ່ລັກງັດແງະ, ປຸ້ນຈີ້-ຊິງຊັບ, ການກໍ່ອາລະວາດຕີກັນ, ຄາດຕະກໍາ ແລະ ກໍ່ເຫດອາຊະຍາກໍາໃນຮູບແບບຕ່າງໆ, ເຊິ່ງບັນ ຫາດັ່ງກ່າວແມ່ນເປັນຜົນກະທົບໂດຍກົງຕໍ່ລະບອບການເມືອງ, ເສດຖະກິດ, ວັດທະນາທໍາ-ສັງຄົມ ທັງເປັນການກົດໜ່ວງຖ່ວງດຶງຕໍ່ກັບການສ້າງສາ ແລະ ພັດທະນາປະເທດຊາດ.