ປັດຈຸບັນນີ້, ຍັງມີປະຊາຊົນຈໍານວນບໍ່ໜ້ອຍຢູ່ເຂດທ້ອງຖິ່ນ ພາກັນລັກລອບປະກອບສ້າງອາວຸດ ປະເພດປືນແກັບ ເພື່ອໄວ້ລ່າສັດປ່າທີ່ຫວງຫ້າມ, ເຊິ່ງຜິດຕໍ່ລະບຽບກົດໝາຍ. ໄລຍະຜ່ານມາ, ເຈົ້າໜ້າທີ່ຫຼາຍທ້ອງຖິ່ນໄດ້ເອົາໃສ່ລະດົມເກັບກູ້ອາວຸດຈາກປະຊາຊົນ ເພື່ອເປັນການສະກັດກັ້ນປະກົດການຫຍໍ້ທໍ້, ແຕ່ຍັງມີການລັກລອບປະກອບສ້າງຜະລິດຂຶ້ນເອງ, ບາງຄົນພັດຮັບຈ້າງເຮັດຕາມສັ່ງ. ເມື່ອບໍ່ດົນມານີ້, ທີ່ພະແນກຕໍາຫຼວດ ສືບສວນ-ສອບສວນແຂວງຊຽງຂວາງ ໄດ້ສົມທົບກັບອໍານາດການປົກຄອງບ້ານ ໄດ້ເຂົ້າກວດຄົ້ນເຮືອນຂອງ ທ້າວ ຄໍາສີ ຫຼື ຫຼ້າ ອາຍຸ 56 ປີ ຢູ່ບ້ານຄັງວຽງ ເມືອງແປກ ພົບວັດຖຸທີ່ນໍາໃຊ້, ດັດແປງ ແລະ ເຮັດປືນ.

ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ໃຫ້ຮູ້ວ່າ: ທ້າວ ຄໍາສີ ລັກລອບຮັບເຮັດປືນແກັບ, ເຊິ່ງຜິດຕໍ່ລະບຽບກົດ ໝາຍ; ໄລຍະຜ່ານມາ ເຈົ້າໜ້າທີ່ ປກສ ເມືອງແປກ ໄດ້ສຶກສາອົບຮົມຜູ້ກ່ຽວມາແລ້ວ 1 ຄັ້ງ. ແຕ່ຜູ້ກ່ຽວຍັງບໍ່ເຂັດລາບ. ຜ່ານການຕິດຕາມຮອດວັນທີ 20 ພະຈິກ 2019, ຈຶ່ງປະສານສົມທົບກັບການຈັດຕັ້ງບ້ານ ເຂົ້າກວດຄົ້ນເຮືອນຜູ້ກ່ຽວ ພົບເຫັນວັດຖຸຂອງກາງທີ່ນໍາໃຊ້ຜະລິດ, ດັດແປງ ແລະ ມີອາວຸດປືນປະກອບສ້າງທີ່ຜິດຕໍ່ລະ ບຽບກົດໝາຍຫຼາຍລາຍການ. ໃນນີ້, ປືນປະກອບສ້າງ 3 ກະບອກ, ທ້າຍປືນປະກອບສ້າງ 3 ອັນ, ເລົາປືນ 16 ເລົາ, ກ້ອງສ່ອງປືນ 3 ອັນ, ປືນສັ້ນ 1 ກະບອກ, ລູກປືນ 156 ລູກ, ເບື່ອໝື້ແດງ 1 ຖົງ, ພ້ອມດ້ວຍອຸປະກອນໃນການຜະລິດປະກອບສ້າງປືນຈໍານວນໜຶ່ງ ເຊັ່ນ: ໂຕະເຫຼັກ 1 ໂຕະ, ໂຮງຊ່ຽນເຈາະ 1 ໂຮງ ແລະ ໂຮງກຶງ 1 ໂຮງ, ເຊິ່ງວັດຖຸ ແລະ ເຄື່ອງຂອງກາງດັ່ງກ່າວເຫັນວ່າ ເປັນສິ່ງຕ້ອງຫ້າມ ແລະ ຜິດຕໍ່ລະບຽບກົດໝາຍ.

ຜ່ານການສອບສວນ ຜູ້ກ່ຽວຍອມຮັບສາລະພາບວ່າ: ໄດ້ເລີ່ມຜະລິດປືນປະກອບສ້າງມາແຕ່ປີ 1986 ເພື່ອໄວ້ ຂາຍໃຫ້ປະຊາຊົນພາຍໃນບ້ານ ແລະ ບ້ານໄກ້ຄຽງ ເບື້ອງຕົ້ນແມ່ນປະດິດສ້າງປືນແກັບໃຊ້ ເພື່ອລ່າເນື້ອ ແລະ ຖືກເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງແປກ ຈັບຕົວເພື່ອສຶກສາອົບຮົມ 1 ຄັ້ງ, ແຕ່ບໍ່ເຂັດຫຼາບ, ເຫັນວ່າມີປະຊາຊົນບ້ານໃກ້ຄຽງໄດ້ມາສັ່ງໃຫ້ເຮັດປືນແກັບໃຫ້ຫຼາຍຄົນ ຈຶ່ງໄດ້ຕົກລົງຜະລິດປືນປະກອບສ້າງອີກ. ຄັ້ງນີ້ແມ່ນຜະລິດປືນແວ່ງ, ປືນຄໍຫັກ, ປືນ ແກັບ ແລະ ປືນປະກອບສ້າງຍິງດ້ວຍລູກຄອນກີດ ເພື່ອຂາຍໃຫ້ປະຊາຊົນຜູ້ທີ່ມັກລ່າເນື້ອໃນລາຄາກະບອກລະ 2-3 ລ້ານກີບ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງຊຽງຂວາງ ພວກສະຫຼຸບສໍານວນຄະດີສົ່ງໃຫ້ໄອຍະການຕາມລະບຽບກົດໝາຍ. ສ່ວນເຄື່ອງຂອງກາງແມ່ນໄດ້ຢຶດໄວ້ເພື່ອນໍາໄປທໍາລາຍຖິ້ມ.