ສະພາບການເກີດອຸບັດຕິເຫດຢູ່ນະຄອນຫຼວງວຽງຈັນ ຍັງມີທ່າອ່ຽງເພີ່ມຂຶ້ນ ຍ້ອນເກີດຈາກຜູ້ຂັບຂີ່ຍັງບໍ່ເຄົາລົບກົດລະບຽບຈະລາຈອນ; ສະນັ້ນ, ເພື່ອເປັນການເຕືອນສະຕິຂອງຜູ້ໃຊ້ລົດ-ໃຊ້ຖະໜົນ ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ຈຶ່ງໄດ້ມີການເຜີຍແຜ່ໂຄສະນາລະບຽບກາສັນຈອນຕາມຈຸດສາມແຍກ, ສີ່ແຍກ, ສໍານັກງານ, ອົງ ການ, ໂຮງຮຽນ, ໂຮງຈັກ, ໂຮງງານ, ຊຸມຊົນ, ບັນດາກຸ່ມບ້ານ; ທັງນີ້ ກໍເພື່ອເປັນການປຸກລະດົມ ທັງເປັນການເຕືອນສະຕິຂອງຜູ້ຂັບຂີ່ຍົກສູງຄວາມສໍາຄັນໃນວຽກງານຫຼຸດຜ່ອນອຸບັດຕິເຫດ. ໃນວັນທີ 16 ທັນວາ 2019, ສູນກາງສະຫະພັນກໍາມະບານ ຮ່ວມກັບພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໄດ້ໂຄສະນາເຜີຍແຜ່ກົດລະບຽບການສັນຈອນໃຫ້ກໍາມະກອນ ໂຮງງານຕັດຫຍິບ ດິບຫວູ ບ້ານທ່າມ່ວງ ເມືອງຫາດຊາຍຟອງ ເພື່ອເຮັດໃຫ້ກໍາມະກອນພາຍໃນໂຮງງານ ຮັບຮູ້ ແລະ ເຂົ້າໃຈກົດລະບຽບຈະລາຈອນ ທັງເປັນການຫຼຸດຜ່ອນອຸບັດຕິເຫດບົນທ້ອງຖະໜົນ.

ພັຕ ຫຼຽນໄຊ ມົງພົນຄໍາ ຫົວໜ້າກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ໄດ້ຍົກໃຫ້ເຫັນວ່າ: ປັດຈຸບັນ, ສະພາບການສັນຈອນໃນນະຄອນຫຼວງວຽງຈັນ ມີຄວາມແຕກຕ່າງກັບຫຼາຍປີທີ່ຜ່ານມາ ເພາະວ່າພາຫະນະເພີ່ມຂຶ້ນຢ່າງໄວວາ ເຮັດໃຫ້ທ້ອງຖະໜົນຫົນທາງສາຍຕ່າງໆມີຄວາມແອອັດການສັນຈອນໄປມາບໍ່ສະດວກ; ພ້ອມນັ້ນ, ກໍຍັງມີຜູ້ໃຊ້ລົດ-ໃຊ້ຖະໜົນຈໍານວນໜຶ່ງຈອດລົດຊະຊາຍ, ກີດຂວາງການສັນຈອນ, ຈອດປ້າຍຫ້າມ, ປ້າຍຈອດອື່ນໆ ເຊິ່ງເປັນສາເຫດໜຶ່ງພາໃຫ້ສະພາບການສັນຈອນແອອັດ, ຄຽງຄູ່ກັນນັ້ນ ກໍມີສະພາບອຸບັດຕິເຫດທີ່ເກີດຂຶ້ນ ເນື່ອງຈາກວ່າຜູ້ຂັບຂີ່ມີການລະເມີດກົດລະບຽບຈະລາຈອນຂັບຂີ່ລົດໄວ, ດື່ມສິ່ງມຶນເມົາຂັບຂີ່, ຊິງແຊງບໍ່ຮັບປະກັນ, ປ່ຽນທິດກະທັນຫັນເຫຼົ່ານີ້ເປັນຕົ້ນ.

ຈາກເຫດການດັ່ງກ່າວ ຈຶ່ງເຮັດໃຫ້ມີຄົນເສຍຊີວິດເປັນຈໍານວນຫຼວງຫຼາຍ; ນອກນັ້ນ, ກໍຍົກ ໃຫ້ເຫັນອຸບັດຕິເຫດທີ່ເກີດຂຶ້ນໃນເດືອນພະຈິກ 2019 ທີ່ຜ່ານມາ, ທົ່ວນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 100 ກວ່າຄັ້ງ, ມີຄົນໄດ້ຮັບບາດເຈັບ 170 ຄົນ, ເສຍຊີວິດ 20 ຄົນ; ໃນນີ້, ມີກໍາມະກອນ ເກີດອຸບັດຕິເຫດເຖິງ 100 ກວ່າຄົນ ລວມມູນຄ່າຄວາມເສຍຫາຍ 170.000.000 ກີບ; ສະນັ້ນ, ເພື່ອຫຼີກລ່ຽງບັນຫາສະພາບການສັນຈອນແອອັດ ແລະ ອຸບັດຕິເຫດທີ່ຈະເກີດຂຶ້ນ ຕໍາຫຼວດຈະລາຈອນ ໄດ້ແນະນໍາຜູ້ທີ່ໃຊ້ລົດ-ໃຊ້ຖະໜົນຕ້ອງມີໃບຂັບຂີ່, ຮູ້ກົດລະບຽບຈະລາຈອນ, ຮູ້ເຄື່ອງໝາຍຈະລາຈອນ, ໝວດປ້າຍຕ່າງທີ່ຕິດຕັ້ງຢູ່ຕາມແຄມທາງ ເຄື່ອງໝາຍດັ່ງກ່າວບົ່ງບອກເຖິງການໃຊ້ລົດ-ໃຊ້ຖະໜົນໃນເສັ້ນທາງດັ່ງກ່າວ, ໃນເວລາຂັບຂີ່ບໍ່ຂີ່ລົດໄວ, ແຊງຊ້າຍ-ແຊງຂວາ, ຄ່ອຍໄປ-ມາ, ໃຫ້ກຽດເຊິ່ງກັນແລະກັນ ແລະ ຟັງຄໍາແນະນໍາຂອງເຈົ້າໜ້າທີ່.

ພັຕ ຫຼຽນໄຊ ມົງພົນຄໍາ ໃຫ້ຮູ້ ຕື່ີມວ່າ: ໃນການຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນໃນນະຄອນຫຼວງວຽງຈັນ ພະແນກຕໍາຫຼວດຈະລາຈອນ ໄດ້ຍົກສູງວຽກງານໂຄສະນາ-ເຜີຍແຜ່ ກົດລະບຽບຈະລາຈອນເປັນຫຼັກ, ໃນແຕ່ລະປີໄດ້ເຄື່ອນໄຫວໝູນວຽນໂຄສະນາແຕ່ລະຈຸດ, ແຕ່ລະບ່ອນ ເພື່ອເປັນການອຸ່ນຄືນຄວາມຮັບຮູ້ດ້ານລະບຽບຫຼັກການຈະລາຈອນ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ຫ້າງຮ້ານ-ບໍ ລິສັດ ໄດ້ນໍາເອົາຫຼັກການຂັບຂີ່ປອດ ຂັ້ນພື້ນຖານນໍາໄປເຜີຍແຜ່ຢ່າງຕໍ່ເນື່ອງ; ຜ່ານການຈັດຕັ້ງປະຕິບັດ, ກໍເຫັນໄດ້ວ່າມີຜູ້ເຂົ້າຮ່ວມຮັບຟັງໂຄສະນາເປັນຈໍານວນຫຼວງຫຼາຍໃນແຕ່ລະຄັ້ງ ແລະ ມີຄວາມສົນໃຈ, ແຕ່ມາເບິ່ງສະພາບອຸບັດຕິເຫດຕາມທ້ອງຖະໜົນຕົວຈິງຍັງບໍ່ມີທ່າອ່ຽງທີ່ຈະຫຼຸດລົງ.

ຢ່າງໃດກໍຕາມ, ເຖິງແມ່ນເຈົ້າໜ້າທີ່ຕໍາຫຼວດຈະລາຈອນຈະສຸມໃສ່ວຽກງານໂຄສະນາຢ່າງຕັ້ງໜ້າ ແຕ່ກໍບໍ່ໝາຍຄວາມວ່າຈະເຮັດໃຫ້ອຸບັດຕິເຫດ ແລະ ຄົນເສຍຊີວິດຕາມທ້ອງຖະໜົນຈະຫຼຸດໜ້ອຍຖອຍລົງ. ສະນັ້ນ, ຜູ້ຂັບຂີ່ທຸກຊັ້ນຄົນໃນສັງຄົມ ຕ້ອງເປັນເຈົ້າການຕໍ່ລະບຽບກົດຈະລາຈອນທີ່ວາງອອກ ແລະ ຄໍານຶງເຖິງຄວາມປອດໄພຂອງຕົນເອງ ແລະ ຜູ້ຮ່ວມເດິີນທາງທຸກຄັ້ງ ໃນເວລາໃຊ້ລົດ-ໃຊ້ຖະໜົນ ເຊື່ອແນ່ວ່າຖ້າຜູ້ຂັບຂີ່ປະຮູ້ກົດລະບຽບ ແລະ ພ້ອມກັນປະຕິບັດຢ່າງເຂັ້ມງວດຈະເຫັນອຸບັດຕິເຫດຢູ່ນະຄອນຫຼວງວຽງຈັນ ຫຼຸດລົງຢ່າງແນ່ນອນ.