ໃນວັນທີ 17 ທັນວາ 2019, ເຈົ້າໜ້າທີ່ຕໍາຫຼວດ ປກສ ກຸ່ມ 4 ໂພນ ຕ້ອງ ເມືອງຈັນທະບູລີ ນະ ຄອນຫຼວງວຽງຈັນ ນໍາກໍາລັງເຂົ້າຈັບກຸມ ຜູ້ມົ້ວສຸມຢາເສບຕິດຢູ່ຮ້ານອິນເຕີເນັດ ຢູ່ເຂດບ້ານໂພນຕ້ອງສະ ຫວາດ ສາມາດຈັບກຸມຜູ້ຖືກຫາ ຄ້າຂາຍຢາເສບຕິດ 2 ຄົນ ພ້ອມຢາ ບ້າ 129 ເມັດ ແລະ ຜູ້ມົ້ວສຸມຢາເສບຕິດ ຈໍານວນ 9 ຄົນ.

ພັທ ວິໄຊ ໄຊຍະເບດ ຫົວໜ້າ ປກສ ກຸ່ມ 4 ໂພນຕ້ອງ ໃຫ້ຮູ້ວ່າ: ຮ້ານອິນເຕີເນັດ ເຂດບ້ານໂພນ ຕ້ອງສະຫວາດ ເປັນເປົ້າໝາຍຕິດຕາມຂອງເຈົ້າໜ້າທີ່ ປກສ ກຸ່ມ ໂພນຕ້ອງຢູ່ແລ້ວ, ເຊິ່ງເຈົ້າໜ້າທີ່ໄດ້ຕິດຕາມຢ່າງໃກ້ຊິດກ່ຽວ ກັບຜູ້ທີ່ມາຫຼິ້ນອິນເຕີເນັດ ເພື່ອສະກັດກັ້ນການລັກລອບເຂົ້າມາຄ້າຂາຍຢາ ເສບ ຕິດ. ມາຮອດວັນທີ 17 ທັນວາ, ເຈົ້າໜ້າທີ່ໄດ້ສືບຮູ້ວ່າມີຄົນລັກລອບຄ້າຂາຍຢາເສບຕິດປະເພດຢາບ້າ ໃຫ້ຜູ້ທີ່ມາຫຼິ້ນຢູ່ຮ້ານ ອິນເຕີເນັດດັ່ງກ່າວ. ສະນັ້ນ, ເຈົ້າ ໜ້າທີ່ ປກສ ກຸ່ມ ຈຶ່ງໄດ້ນໍາເອົາກໍາລັງເຂົ້າຈັບກຸມຜູ້ມົ້ວສຸມຢູ່ຮ້ານອິນເຕີເນັດ ສາມາດຈັບກຸມຜູ້ຖືກຫາ ໄດ້ 2 ຄົນ ພ້ອມ ຢາເສບຕິດ 129 ເມັດ.

ຜູ້ຖືກຫາຊື່ ທ້າວ ມິຖຸນາ ຫຼື ກີ ອາຍຸ 35 ປີ, ບ້ານສີວິໄລ ເມືອງໄຊທານີ ສາລະພາບໃນເບື້ອງຕົ້ນ ວ່າ: ໄດ້ເລີ່ມເສບຢາບ້າມາແຕ່ດົນແລ້ວ ພ້ອມທັງເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ຮ້ານອິນເຕີເນັດຫຼາຍ ບ່ອນຢູ່ເຂດເມືອງຈັນທະບູລີ.ມາຮອດ ວັນທີ 17 ທັນວາ, ໄດ້ຊື້ຢາບ້າ ຈໍານວນ 129 ເມັດ ເພື່ອໄປຂາຍຢູ່ຮ້ານອິນເຕີເນັດ. ແຕ່ບໍ່ທັນໄດ້ຂາຍ ຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ ແລະ ທ້າວ ສັນຕິສຸກ ຫຼື ເປດ ອາຍຸ 27 ປີ ບ້ານໂພນສະຫວ່າງ ເມືອງຈັນທະບູລີ. ຜ່ານການສອບສວນໃນເບື້ອງ ຕົ້ນ, ຜູ້ກ່ຽວໃຫ້ຮູ້ວ່າ ໄດ້ນໍາເອົາຢາບ້າ ຈໍານວນ 10 ເມັດ. ໃນນີ້, ໄດ້ຂາຍໃນຜູ້ມົ້ວສຸມຢູ່ຮ້ານອິນເຕີເນັດ 6 ເມັດ ແລະ ເສບເອງ 4 ເມັດ. ສໍາລັບຜູ້ຖືກຫາ ເຈົ້າໜ້າທີ່ ປກສ ກຸ່ມ ສົ່ງ ໃຫ້ກອງບັນຊາການ ປກສ ເມືອງດໍາເນີນຄະດີຕໍ່ໄປ.

ຕໍ່ກັບຜູ້ທີ່ມົ້ວສຸມ, ເຈົ້າໜ້າທີ່ ປກສ ກຸ່ມໄດ້ນໍາຕົວມາສຶກສາອົບຮົມໃຫ້ຢຸດເຊົາມົ້ວສຸມສິ່ງເສບຕິດ ແລະ ໃຫ້ກັບກາຍເປັນພົນລະເມືອງດີຂອງສັງຄົມ, ເປັນລູກທີ່ດີຂອງພໍ່-ແມ່, ຕັ້ງໃຈທໍາມາຫາກິນ ເພື່ອລ້ຽງຊີບໃນທາງທີ່ຖືກ ຕ້ອງຕາມລະບຽບກົດໝາຍ ພ້ອມທັງເຮັດບົດບັນທຶກມອບໃຫ້ອໍານາດການປົກຄອງ ແລະ ຜູ້ປົກຄອງສຶກສາອົບຮົມຕໍ່ໄປ. ໃນກໍລະນີພົບເຫັນວ່າ ມີການກະທໍາອີກແມ່ນຈະຖືກດໍາເນີນຄະດີ.