ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ຈັບເປົ້າໝາຍຄ້າຂາຍຢາເສບຕິດ ປະ ເພດຢາບ້າໄດ້ 2 ຄົນ ພ້ອມຂອງກາງ 230 ເມັດ. ແລະ ໄດ້ສອບສວນຂະຫຍາຍຜົນ ຈົນສາມາດກັກຕົວຜູ້ທີ່ຖືກຊັດທອດໄດ້ອີກ 8 ຄົນ ພ້ອມຢາບ້າ 767 ເມັດ ລວມຂອງກາງ 997 ເມັດ ໂທລະສັບ 6 ເຄື່ອງ ໄປດຳເນີນຄະດີ.

ຄະດີດັ່ງກ່າວ, ເບື້ອງຕົ້ນ ເຈົ້າໜ້າທີ່ ຕໍາຫຼວດວິຊາສະເພາະໄດ້ສືບຮູ້ວ່າ: ເປົ້າໝາຍຄ້າຂາຍຢາເສບຕິດ ຈະເຄື່ອນ ໄຫວຄ້າຂາຍຢາເສບຕິດຢູ່ເຂດບ້ານໂພນສະຫວັນ ນະຄອນປາກເຊ ແຂວງຈຳປາສັກ ຈຶ່ງໄດ້ວາງກຳລັງລົງຕິດຕາມເປົ້າໝາຍ. ຮອດເວລາ ປະມານ 16:00 ໂມງຂອງວັນທີ 10 ທັນວາ 2019 ພົບເຫັນເປົ້າໝາຍ 2 ຄົນ ຢູ່ຈຸດດັ່ງກ່າວ ຈຶ່ງເຂົ້າກັກຕົວຜູ້ຖືກຫາທັງ 2 ຄື: ທ້າວ ບຸນຫຼາຍ ອາຍຸ 30 ປີ ບ້ານໂພນສະຫວັນ ແລະ ທ້າວ ສົມຊາຍ ອາ ຍຸ 19 ປີ ຢູ່ບ້ານບ້ານໂພນສີໄຄ ທັງ 2 ຄົນ ຢູ່ນະຄອນປາກເຊ ພ້ອມຂອງກາງຢາບ້າ 230 ເມັດ, ໂທລະສັບ 2 ເຄື່ອງໄປສອບສວນ.

ຜ່ານການສອບສວນ ພວກກ່ຽວໃຫ້ການຊັດທອດຫາ ຊື່ທ້າວ ຕ່າຍເພັດ ອາຍຸ 20 ປີ, ທ້າວ ວົງພະຈັນ ອາຍຸ 25 ປີ, ທ້າວ ບົວເງິນ ອາຍຸ 18 ປີ, ທ້າວ ສຸ ກັນຍາ ອາຍຸ 25 ປີ, ທ້າວ ບຸນເຫຼືອ ອາຍຸ 22 ປີ ທັງ 5 ຢູ່ບ້ານໂພນສະ ຫວັນ, ທ້າວ ສີອຸຍ ອາຍຸ 27 ປີ ຢູ່ບ້ານກາງ, ທ້າວ ຈອນນີ ອາຍຸ 36 ປີ ຢູ່ບ້ານທົ່ງ ທັງໝົດຂຶ້ນກັບນະຄອນປາກເຊ ແລະ ທ້າວ ເຕົ່າ ອາຍຸ 21 ປີ ຢູ່ບ້ານຫົວແຊ ເມືອງບາຈຽງ ແຂວງຈຳປາສັກ.

ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ວາງກຳລັງລົງຕິດຕາມ ມາວັນທີ 12 ທັນວາ 2019 ໄດ້ສືບຮູ້ວ່າ ພວກກ່ຽວທັງ 8 ຄົນມົ້ວສຸມຢູ່ເຂດບ້ານໂພນສະຫວັນ ຈຶ່ງເຂົ້າກັກຕົວພວກກ່ຽວໄດ້ທັງໝົດ ພ້ອມຢາບ້າ 767 ເມັດ ໄປດຳເນີນຄະດີ.