ມອບອາໄຫຼ່ລົດຈັກທີ່ຖືກຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງໂຮງງານ

0
1951

ທ້າຍອາທິດຜ່ານມາ, ໝ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ມອບອຸປະ ກອນອາໄຫຼ່ລົດຈັກຫຼາຍລາຍການທີ່ເກັບກູ້ຈາກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງໂຮງງານປະກອບລົດຈັກ ບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ເຄື່ອງຂອງກາງຄະດີທີ່ນຳມາມອບ ຄືນໃຫ້ເຈົ້າຂອງເດີມຄັ້ງນີ້ ລວມມີລາງລົດຈັກ 4 ອັນ, ສາຍສະປີງຈຳນວນ 11 ຖົງ, ທໍ່ຢາງ 7 ເສັ້ນ, ຖັງນ້ຳມັນລົດຈັກ 6 ຖັງ, ເຫຼັກເຄ່ງສາຍເບກ-ສາຍເບກລົດຈັກ 14 ເສັ້ນ, ເຊິ່ງເຈົ້າໜ້າທີ່ເກັບກູ້ຄືນມາໄດ້ຈາກຄະດີລັກຊັບໃນຕົ້ນເດືອນກັນຍາ ຜ່ານມາ, ຜູ້ຖືກຫາ ຊື່ ທ້າວ ອຶງ ອາຍຸ 33 ປີ ຢູ່ບ້ານໂພນໄຊ ເມືອງໂພນໂຮງ.

ຜູ້ກ່ຽວສາລະພາບວ່າ: ໄດ້ລົງມືຕັດເຫຼັກລວດທາງດ້ານຫຼັງໂຮງງານ ແລ້ວເຂົ້າໄປລັກເອົາອາໄຫຼ່ລົດຈັກ ຈຳນວນ ຫຼາຍລາຍການ ແລະ ຈົນບໍ່ຈື່ ເຊັ່ນ: ເຂົາລົດຈັກ, ລາງລົດຈັກ, ຖັງນ້ຳມັນ, ຕາລົດ ທາງໜ້າ-ທາງຫຼັງ, ນ໋ອດລົດ ຈັກ, ສາຍເບຼກ, ແວ່ນລົດ ແລະອື່ນໆຈໍານວນໜຶ່ງ ພາຍຫຼັງ ທີ່ລັກໄດ້ແລ້ວ ກໍເອົາໄປຂາຍນຳເງິນໄປໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໜົດ. ມາຮອດວັນທີ 19 ກັນຍາ, ກໍຖືກເຈົ້າໜ້າທີ່ກັກຕົວພ້ອມທັງເກັບກູ້ເຄື່ອງຂອງກາງຈໍານວນດັ່ງກ່າວ.