ໃນ 2022 ຜ່ານມາ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 445 ເລື່ອງ, ສາມາດແກ້ໄດ້ 308 ເລື່ອງ. ໃນນັ້ນ, ພົ້ນເດັ່ນກວ່າໝູ່ແມ່ນບັນຫາລັກຊັບພົນລະເມືອງເກີດຂຶ້ນ 191 ເລື່ອງ.

ກອງປະຊຸມສະຫຼຸບວຽກປ້ອງກັນຄວາມສະຫງົບ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂອງກອງບັນຊາການ ປກສ ເມືອງໄຊເສດຖາ ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2023, ເປັນປະທານໂດຍ ທ່ານ ຄຳມາ ແສງມີໄຊ ເຈົ້າເມືອງໄຊເສດຖາ ແລະ ພັອ ແສງທອງ ເກື້ອບຸນລໍ້າ ຮອງຫົວໜ້າ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ມີບັນດາຄະນະພັກ, ຄະນະກອງ, ນາຍ ແລະ ພົນຕຳຫຼວດເມືອງໄຊເສດຖາ ເຂົ້າຮ່ວມ.

ພັທ ອຸໄທ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຄະນະພັກ-ຄະນະບັນຊາເມືອງໄຊເສດຖາ ໄດ້ເອົາໃຈໃສ່ ຊີ້ນຳ-ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງຮອບດ້ານໃນ 1 ປີຜ່ານມາ, ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 445 ເລື່ອງ (ທຽບໃສ່ປີຜ່ານມາເພີ່ມຂຶ້ນ 61 ເລື່ອງ ເທົ່າກັບ 16%); ຫຼາຍກ່ອນໝູ່ແມ່ນລັກຊັບ 191 ເລື່ອງ, ສໍ້ໂກງຊັບພົນລະເມືອງ 26 ເລື່ອງ, ຍັກຍອກຊັບ 7 ເລື່ອງ, ຄຳຮ້ອງຟ້ອງ 172 ເລື່ອງ ແລະອື່ນໆ; ຈາກປະກົດການຫຍໍ້ທໍ້ ແລະ ຜົນເສຍຫາຍທີ່ເກີດຂຶ້ນກອງບັນຊາການ ປກສ ເມືອງໄຊເສດຖາ ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂຢ່າງຕໍ່ເນື່ອງ ໂດຍໄດ້ນຳໃຊ້ກໍາລັງວິຊາສະເພາະສືບສວນ-ສອບສວນ, ສົມທົບກັບກຳລັງຫຼາຍພາກສ່ວນ ພ້ອມກັນ ຈັດຕັ້ງແກ້ໄຂໄດ້ 308 ເລື່ອງ ( ເທົ່າກັບ 70%) ສາມາດກັກຕົວຜູ້ຖືກຫາໄດ້ 400 ຄົນ ຍິງ 29 ຄົນ. ໃນນີ້, ລັກຊັບ 69 ເລື່ອງ, ກັກຕົວ 79 ຄົນ ຍິງ 5 ຄົນ, ສໍ້ໂກງຊັບ 26 ເລື່ອງ, ກັກຕົວ 26 ຄົນ ຍິງ 8 ຄົນ, ຍົກຍອກຊັບ 7 ເລື່ອງ, ກັກຕົວ 8 ຄົນ ຍິງ 3 ຄົນ, ແກ້ໄຂຄຳຮ້ອງຟ້ອງ ແລະ ຄະດີອື່ນໆ 206 ເລື່ອງກັກຕົວ 287 ຄົນ ຍິງ 13 ຄົນ ແລະ ສາມາດເກັບກູ້ເຄື່ອງຂອງ ກາງໄດ້ລົດໃຫຍ່ 3 ຄັນ, ລົດຈັກ 41 ຄັນ, ເງິນກີບ 326.196.000 ກີບ, ເງິນບາດ 1.405.000 ບາດ, ເງິນໂດລາ 3.000 ໂດລາ ແລະ ຊັບສິນອື່ນໆອີກຈຳນວນໜຶ່ງ.

ນອກນັ້ນ, ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍໄດ້ຈັດຕັ້ງເຊື່ອມຊຶມເອກະສານວາລະແຫ່ງ ຊາດ, ການສ້າງ ແລະ ປະເມີນຄອບຄົວ, ບ້ານປອດຢາເສບຕິດ ແລະ ບ້ານປ້ອງກັນຄວາມສະຫງົບດີ ລວມ 33 ຄັ້ງ, ມີ 33 ບ້ານ ແລະ ໄດ້ສົມທົບກັບອຳນາດການປົກຄອງບ້ານສຶກສາອົບຮົມເປົ້າໝາຍທີ່ມີການພົວພັນກັບຢາເສບຕິດແລ້ວມອບໃຫ້ຜູ້ປົກຄອງທັງໝົດ 68 ຄັ້ງ, ມີເປົ້າໝາຍເຂົ້າຮ່ວມທັງໝົດ 568 ຄົນ ຍິງ 39 ຄົນ, ໄດ້ຂຶ້ນບັນຊີເປົ້າໝາຍຢາເສບຕິດ ຈຳນວນ 815 ຄົນ ຍິງ 72 ຄົນ, ຈຸດມົ້ວສຸມຢາເສບຕິດມີທັງໝົດ 56 ຈຸດ, ໄດ້ຂຶ້ນບັນຊີ ແລະ ສ້າງບົດບັນທຶກກັບຫົວໜ່ວຍທຸລະກິດທີ່ມີຄວາມສ່ຽງ 478 ຫົວໜ່ວຍ, ລົງປະເມີນບ້ານປອດຢາເສບຕິດ ຈໍານວນ 33 ບ້ານ, ໂຮງ ຮຽນປອດຢາເສບຕິດ 31 ໂຮງຮຽນ, ລົງເຮັດບົດບັນທຶກສັນສຳລັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນປີ 2022 ສາມາດແກ້ໄຂຄະດີຢາເສບຕິດ 97 ເລື່ອງ, ກັກຕົວຜູ້ຖືກຫາ 238 ຄົນ ຍິງ 35 ຄົນ, ຂອງກາງຢາບ້າ 44.814 ເມັດ, ຢາໄອສ໌ 1.912 ກຼາມ, ເຮໂລອິນ 1 ແທ່ງ, ປືນສັ້ນ 2 ກະບອກ, ປືນ M16 1 ກະ ບອກ, ລູກກະສູນ 17 ລູກ, ລົດໂຕໂຍຕ້າປາລາໂດ້ 1 ຄັນ, ລົດຈັກ 5 ຄັນ ແລະ ເຄື່ອງອື່ນໆຈຳນວນໜຶ່ງ; ໃນນີ້, ດຳເນີນຄະດີ 50 ເລື່ອງ ຜູ້ຖືກຫາ 88 ຄົນ ຍິງ 16 ຄົນ ແລະ ແກ້ເປົ້າໝາຍມີຢາເສບຕິດໄວ້ໃນຄອບຄອງ 11 ເລື່ອງ, ກັກຕົວໄດ້ 24 ຄົນ ຍິງ 7 ຄົນ, ແກ້ເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 39 ເລື່ອງ ກັກຕົວໄດ້ 64 ຄົນ ຍິງ 9 ຄົນ, ມົ້ວສຸມເສບຢາເສບຕິດໄດ້ 46 ເລື່ອງ, ກັກຕົວ 148 ຄົນ ຍິງ 19 ຄົນ ( ສົ່ງສູນບຳບັດ ) ແລະ ສົ່ງໃຫ້ພະແນກ 303 ດຳເນີນ 1 ເລື່ອງ, ຜູ້ຖືກຫາ 2 ຄົນ.