ວັນທີ 25 ມັງກອນ 2023, ສະຫະພັນແມ່ຍິງກົມໃຫຍ່ພະລາທິການ ປກສ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງແມ່ຍິງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ ( 9 ມັງກອນ 1966 – 9 ມັງກອນ 2023 ) ໂດຍມີ ພົຈວ ອຸດົມ ສີສົງຄາມຄະນະພັກກົມໃຫຍ່ຮອງຫົວໜ້າກົມໃຫ່ຍພະລາທິການ ປກສ, ພັອ ນ. ຄໍາຢາດ ວິໄລວັນ ປະທານສະຫະພັນແມ່ຍິງ ກະຊວງ ປກສ ມີຄະນະກົມໃຫຍ່, ຕາງໜ້າສາມອົງການຈັດຕັ້ງມະຫາຊົນ, ຄະນະໜ່ວຍແມ່ຍິງ ຕະຫຼອດຮອດສະມາຊິກແມ່ຍິງອ້ອມຂ້າງກົມໃຫຍ່ພະລາທິການ ປກສ ເຂົ້າຮ່ວມ.

ພັອ ນ. ຄໍາຢາດ ວິໄລວັນ ໄດ້ຍົກໃຫ້ເຫັນວ່າ: ໃນວັນທີ 9 ມັງກອນ 1966, ສະມາຄົມແມ່ຍິງປ້ອງກັນຄວາມສະຫງົບສູນກາງ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ທີ່ບ້ານນາໄກ່ ເມືອງວຽງໄຊ ແຂວງຫົວພັນ; ເຊິ່ງໃນເບື້ອງຕົ້ນເອີ້ນວ່າ ຈຸແມ່ຍິງຫ້ອງການສັນຕິລາດສູນກາງ. ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນກໍໄດ້ມີ ການຈັດຕັ້ງເຄື່ອນໄຫວປຸກລະດົມ, ຂົນຂວາຍເອື້ອຍນ້ອງແມ່ຍິງລາວ ບັນດາເຜົ່າອອກສູ່ສະໜາມຮົບຕໍ່ສູ້ປະຈັນບານກັບສັດຕູໂດຍກົງ, ປ້ອງກັນເບິ່ງ ແຍງ-ຮັບໃຊ້ການນຳ ແລະ ກຳລັງປ້ອງກັນຄວາມສະຫງົບ.

ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍຈົນມາຮອດປັດຈຸບັນ ໂດຍພາຍໃຕ້ການນໍາພາຂອງພັກ, ກ້າວເຂົ້າສູ່ໄລຍະໃໝ່ສະຫະພັນແມ່ຍິງກຳລັງປ້ອງ ກັນຄວາມສະຫງົບ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມໃຫ້ສະມາຊິກແມ່ຍິງ, ຮຸ່ນສືບທອດມູນເຊື້ອອັນພິລະອາດຫານຂອງແມ່ຍິງໃນສະໄໝສົງຄາມ, ມາຮັບໃຊ້ໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສຶກສາອົບຮົມໃຫ້ສະມາຊິກສະຫະພັນແມ່ຍິງ, ມີນໍ້າໃຈເສຍສະຫຼະ, ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີສະຕິລະວັງຕົວຕໍ່ກົນອຸບາຍທຳລາຍມ້າງເພຂອງສັດຕູ, ພ້ອມກັນປົກປ້ອງຜົນປະ ໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນເປັນກ້າວໆ.

ໃນພິທີ, ສະຫະພັນແມ່ຍິງກົມໃຫຍ່ພະລາທິການ ປກສ ຍັງໄດ້ສະຫຼຸບວຽກງານ ປະຈໍາປີ 2022; ເຊິ່ງໃນ 1 ປີຜ່ານມາ, ສາມາດຄັດເລືອກບຸກຄົນ 3 ດີປະເພດ I ມີ 438 ຄົນ, ປະເພດ II ມີ 16 ຄົນ, ຮາກຖານ 3 ດີ I ມີ 14 ໜ່ວຍ; ນອກນັ້ນ, ຍັງໄດ້ນໍາພາຊຸກຍູ້ວຽກງານກອງທຶນພັດທະນາແມ່ຍິງ. ປັດ ຈຸບັນ, ກຸ່ມທ້ອນເງິນຊ່ວຍເຫຼືອເຊິ່ງກັນແລະກັນ ຂອງສະຫະພັນແມ່ຍິງກົມໃຫຍ່ພະລາທິການມີສະມາຊິກທັງໝົດ 800 ກວ່າຄົນ ມີເງິນໝູນວຽນທັງ ໝົດ 8 ຕື້ກວ່າກີບ ໄດ້ປ່ອຍໃຫ້ສະມາຊິກກູ້ຢືມໄດ້ 200 ກວ່າຄົນ ແລະ ວຽກງານອື່ນກໍມີຜົນສຳເລັດ.