ອີງຕາມບົດລາຍງານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ11 ເດືອນຜ່ານມາ ( ມັງກອນ-ພະຈິກ ປີ 2022 ) ແລະ ທິດທາງແຜນການໃນປີ 2023 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນເດືອນທັນວາ 2022 ໃຫ້ຮູ້ວ່າ: ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023 ) ໃນໄລຍະ 11 ເດືອນຜ່ານມາ, ສາມາດສັງລວມບົດຮຽນທີ່ຖອດຖອນໄດ້ ດັ່ງນີ້:

- ການກວດກາ, ຄວບຄຸມ, ສະກັດກັ້ນ, ແກ້ໄຂບັນຫາຢາເສບຕິດ ແລະ ສານເຄມີຕົ້ນ ຕ້ອງຢູ່ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ-ລັດແຕ່ລະຂັ້ນ; ພ້ອມກັນນັ້ນ, ການມີສ່ວນຮ່ວມຂອງທຸກຂະແໜງການໃນສັງຄົມ ຕະຫຼອດຮອດພໍ່-ແມ່ປະຊາຊົນທຸກຊັ້ນຄົນ ແມ່ນມີຄວາມຈຳເປັນ ແລະ ຂາດບໍ່ໄດ້;
- ການແກ້ໄຂບັນຫາດັ່ງກ່າວຕ້ອງປະຕິບັດຕາມກົດໝາຍ, ລະບຽບຫຼັກການຢ່າງເຄັ່ງຄັດ, ການສະໜອງດ້ານພະນັກງານ, ງົບປະມານ, ວັດຖຸອຸປະກອນ, ການຝຶກອົບຮົມດ້ານເຕັກນິກວິຊາການຢ່າງເໝາະສົມ ແລະ ພຽງພໍ່ ຈິຶ່ງຈະເຮັດໃຫ້ວຽກງານນີ້ສຳເລັດລົງໄດ້;
- ການປັບປຸງກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ, ການປະຕິບັດນະໂຍບາຍທີ່ເໝາະສົມຕໍ່ພະນັກງານ-ນັກຮົບ, ຕໍ່ປະຊາຊົນຜູ້ທີ່ໃຫ້ຂໍ້ມູນແມ່ນມີຄວາມຈຳເປັນຮີບດ່ວນ.

ຈາກການສັງລວມບົດຮຽນທີ່ຖອດຖອນໄດ້ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023 ) ໃນໄລຍະ 11 ເດືອນຜ່ານມາ; ເຊິ່ງເປັນການທີ່ເຮັດໃຫ້ກະຊວງປ້ອງກັນຄວາມສະຫງົບ ໃນຖານະທີ່ເປັນໃຈກາງໃນການນໍາພາເຄື່ອນໄຫວຈັດຕັ້ງປະຕິບັດວາລະແຫ່ງຊາດ ຈຶ່ງໄດ້ວາງຈຸດປະສົງ ແລະ ຄາດໝາຍ ເຊິ່ງເປັນທິດທາງແຜນການໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດໄລຍະປີ 2023.
ສຳລັບແຜນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດໄລຍະປີ 2023, ມີຈຸດປະສົງໃນການປຸກລະດົມ, ຂົນຂວາຍທຸກກໍາລັງແຮງສັງລວມ ເຂົ້າໃນການແກ້ໄຂບັນຫາຢາເສບຕິດທີ່ລະບາດເປັນວົງກວ້າງ ແລະ ຮຸນແຮງ ໃຫ້ຫຼຸດລົງຢ່າງຈະແຈ້ງ ໃນກໍານົດເວລາທີ່ແນ່ນອນ; ເພື່ອແກ້ໄຂສາເຫດ ແລະ ເງື່ອນໄຂທີ່ພາໃຫ້ເກີດບັນຫາຢາເສບຕິດ; ສ້າງໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ-ຄວາມປອດໄພ,ສ້າງເງື່ອນໄຂໃນການສ້າງສາພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ, ກ້າວໄປສູ່ສັງຄົມລາວປອດຢາເສບຕິດໃຫ້ໄດ້ໃນທີ່ສຸດ. ອີກທັງມີຄາດໝາຍໃນການເພີ່ມທະວີການໂຄສະນາ-ສຶກສາອົບຮົມ, ເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຈາກຢາເສບຕິດ ດ້ວຍຫຼາຍຮູບຫຼາຍສີຫຼາຍວິທີການຢ່າງກວ້າງຂວາງ ແລະ ທຸກທົ່ວແຂວງ, ທຸກເມືອງ ກວມເອົາ 80% ຂຶ້ນໄປຂອງຈໍານວນບ້ານເປົ້າໝາຍທັງໝົດຢູ່ແຕ່ລະເມືອງ ແລະ ສ້າງບ້ານ, ສະຖາບັນການສຶກສາທຸກຊັ້ນ, ທຸກສາຍທັງພາກລັດ ແລະ ເອກະຊົນ, ສໍານັກງານ-ອົງການປອດຢາເສບຕິດໃຫ້ໄດ້ຫຼາຍຂຶ້ນ ແລະ ສ້າງຫຼັກສູດການຮຽນ-ການສອນກ່ຽວກັບການປ້ອງກັນ, ສະກັດກັ້ນບັນຫາຢາເສບຕິດ; ຍົກສູງປະສິດທິພາບ ອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ, ອົງການສານປະຊາຊົນ, ອົງການປະຕິບັດຄໍາຕັດສິນຂອງສານ ແລະ ວຽກງານວິຊາສະເພາະກວດກາ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງເປັນລະບົບ ແລະ ເຂັ້ມແຂງ; ຂຶ້ນສະຖິຕິຜູ້ຕິດຢາເສບຕິດຢູ່ໃນສັງຄົມ ໃຫ້ມີຄວາມຊັດເຈນ ແລະ ສຸມໃສ່ບໍາບັດປິ່ນປົວຢູ່ສູນ, ຢູ່ຊຸມຊົນ, ປັບປຸງບັນດາສູນບໍາບັດປິ່ນປົວຜູ້ຕິດຢາເສບຕິດຢູ່ບັນດາແຂວງ ໃຫ້ມີປະສິດທິຜົນ, ມີການຝຶກວິຊາຊີບ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ; ເສີມຂະຫຍາຍວຽກງານຮ່ວມມືສາກົນໃນໂຄງການພັດທະນາທາງເລືອກທົດແທນການປູກຝິ່ນ-ປູກຄັນຊາ, ການຄວບຄຸມສານເຄມີຕົ້ນ ແລະ ການຄຸ້ມຄອງສູນວິໄຈຢາເສບຕິດ ໃຫ້ມີປະສິດທິພາບ.
