ກອງບັນຊາການ ປກສ ແຂວງຫົວພັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານວິຊາສະເພາະ ປະຈຳປີ 2022 ແລະ ທິດທາງແຜນການວຽກງານ ປະຈໍາປີ 2023 ໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ພັອ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ, ມີຄະນະພັກ, ຄະນະກອງບັນຊາ, ພ້ອມດ້ວຍຫົວໜ້າ-ຄະນະຫ້ອງ, ປກສ ເມືອງ, ຫົວໜ້າຄະນະພະແນກ ແລະ ນາຍຕຳຫຼວດ ເຂົ້າຮ່ວມ.

ພັທ ສິງຄຳ ແກ້ວມະນີ ຮອງຫົວໜ້າຫ້ອງການ ຜ່ານຮ່າງບົດສະຫຼຸບ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ເຊິ່ງຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ:

ວຽກງານປັບປຸງ-ກໍ່ສ້າງ ກຳລັງປ້ອງກັນຄວາມສະຫງົບ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ມີແບບແຜນທັນສະໄໝ, ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາ-ແນວຄິດໃຫ້ພະນັກງານສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ເປັນປົກກະຕິ, ໄດ້ເອົາໃຈໃສ່ເຮັດວຽກງານວິຊາສະເພາະເກັບກຳຂ່າວ, ຊອກຮູ້ຂຶ້ນບັນຊີເປົ້າໝາຍແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ເຊິ່ງສະແດງອອກໃນປີ 2022 ຄື:

ພັອ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ

ມີຄະດີເກີດຂຶ້ນທັງໝົດ 275 ເລື່ອງ, ມີຜູ້ຖືກຫາ 272 ຄົນ ຍິງ 34 ຄົນ. ໃນນີ້, ມ້າງຄະດີຢາເສບຕິດໄດ້ 178 ເລື່ອງ, ຜູ້ຖືກຫາ 204 ຄົນ ຍິງ 31 ຄົນ, ຢຶດຂອງກາງປະເພດຢາບ້າ 236.221 ເມັດ ນ້ຳໜັກ 23,6 ກິໂລກຼາມ, ຢາໄອສ 40 ຫໍ່, ຢາຝິ່ນ 2,6 ກິໂລກຼາມ, ເຮໂຣອິນ 20 ແທ່ງ ນ້ຳໜັກ 767,3 ກຼາມ, ຝຸ່ນຂາວ ໜັກ 2 ກິໂລກຼາມ, ເງິນກີບ 30 ລ້ານກວ່າກີບ, ເງິນດົງ 46 ລ້ານກວ່າດົງ, ໂທລະສັບ 83 ເຄື່ອງ, ລົດຈັກ 30 ຄັນ, ລົດໃຫຍ່ 2 ຄັນ, ອາວຸດລ່າເນື້ອ 40 ກະບອກ, ອາວຸດເສິກ 3 ກະບອກ, ໝາກແຕກ 3 ໜ່ວຍ.

ນອກນັ້ນ, ຍັງມີຄະດີອາຍາເກີດຂຶ້ນ 47 ເລື່ອງ, ມີຜູ້ຖືກຫາ 55 ຄົນ ຍິງ 2 ຄົນ, ຄະດີເສດຖະກິດເກີດຂຶ້ນ 5 ເລື່ອງ ມູນຄ່າເສຍຫາຍ 36 ລ້ານກວ່າກີບ, ເງິນໂດລາ 45.000 ໂດລາ, ເງິນດົງ 60 ຕື້ດົງ; ຄະດີອຸບັດຕິເຫດເກີດຂຶ້ນ 37 ເລື່ອງ, ຄົນໄດ້ຮັບບາດເຈັບ ທັງໝົດ 75 ຄົນ ແລະ ເສຍຊີວິດ 8 ຄົນ, ພາຫະນະເປ່ເພທັງໝົດ 62 ຄັນ, ມູນຄ່າເສຍຫາຍ 802 ລ້ານກວ່າກີບ; ອັກຄີໄຟເກີດຂຶ້ນ 7 ຄັ້ງ, ໄໝ້ເຮືອນ 7 ຫຼັງ, ມູນຄ່າເສຍຫາຍ 240 ລ້ານກວ່າກີບ.

ວຽກງານກວດຄົນເຂົ້າ-ອອກເມືອງ ແຈ້ງເອກະສານຄົນລາວ ແລະ ຄົນຕ່າງປະເທດເຂົ້າເມືອງ ມີ 17.902 ຄົນ, ແຈ້ງເອກະສານຄົນລາວ ແລະ ຕ່າງປະເທດອອກເມືອງ ມີ 15.972 ຄົນ, ແຈ້ງເອກະສານລົດຄົນລາວ ແລະ ຕ່າງປະເທດເຂົ້າເມືອງ ມີ 8.057 ຄັນ, ແຈ້ງເອກະສານລົດຄົນລາວ ແລະ ຕ່າງປະເທດອອກເມືອງ ມີ 7.844 ຄັນ, ອອກບັດຜ່ານແດນໄດ້ 919 ບັດ, ອອກໃບຜ່ານແດນໄດ້ 111 ໃບ, ອອກບັດພັກເຊົາຊົ່ວຄາວໃຫ້ຄົນຕ່າງປະເທດ ໄດ້ 940 ຄົນ ຍິງ 332 ຄົນ.

ວຽກງານຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຫັນເອົາພະນັກງານ-ນັກຮົບລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບ ການພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ, 4 ຄາດໝາຍ, ຕາມທິດ 3 ສ້າງ ຂອງພັກ-ລັດ ວາງອອກ ຢູ່ເຂດຊາຍແດນ ແລະ ຈຸດຫຼ່ໍແຫຼມທີ່ອາດຈະເກີດຄວາມບໍ່ສະຫງົບ; ເຊິ່ງປັດຈຸບັນ ທົ່ວແຂວງມີ 10 ເມືອງ, ມີ 94 ກຸ່ມ, ມີ 728 ບ້ານ, ມີ 54.918 ຫຼັງຄາເຮືອນ, ມີ 58.115 ຄອບຄົວ, ພົນລະເມືອງທັງໝົດ 319.148 ຄົນ ຍິງ 157.296 ຄົນ, ຂຶ້ນສຳມະໂນຄົວແລ້ວ 58,008 ຄອບຄົວ, ພົນລະເມືອງ 318,467 ຄົນ ຍິງ 156.962 ຄົນ ແລະ ບໍ່ທັນໄດ້ຂຶ້ນສຳມະໂນຄົວ 107 ຄອບຄົວ, ພົນລະເມືອງ 681 ຄົນ ຍິງ 334 ຄົນ.

ໃນກອງປະຊຸມ, ພັອ ເພັດສອນ ອິນສຸພັນ ຍັງໄດ້ໃຫ້ທິດຊີ້ນໍາແກ່ ຄະນະພັກ-ຄະນະບັນຊາທຸກຂັ້ນ ອ້ອມຂ້າງ ປກສ ແຂວງຫົວພັນ ຈົ່ງສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມງວດ, ຖືກຕ້ອງຕາມພາລະບົດບາດ ຕາມ 4 ແຜນງານ 36 ໂຄງການ ທີ່ກອງບັນຊາການໄດ້ກຳນົດ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ, ເອົາໃຈໃສ່ບຸກບືນຫ້າວຫັນຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ, ຕີຕ້ານທຸກກົນອຸບາຍທີ່ຫວັງມ້າງເພທຳລາຍ, ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ເພື່ອສືບຕໍ່ປົກປັກຮັກສາແຂວງຫົວພັນ ໃຫ້ມີຄວາມສະຖຽນລະພາບທາງດ້ານການເມືອງໂດຍພື້ນຖານ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພ.