ໃນລະຫວ່າງທ້າຍເດືອນມັງກອນ ຫາຕົ້ນເດືອນ ກຸມພາ 2023, ສອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງນາແລ ແຂວງຫຼວງນ້ຳທາ ໄດ້ສົມທົບກັບ ບໍລິສັດ ເຈຍຊວງສົ່ງເສີມການປູກຢາງພາລາ ຈໍາກັດ, ປກສ ກຸ່ມບ້ານຕະເຄີງ ລົງກວດກາພື້ນທີ່ເປົ້າໝາຍລັກລອບປູກຝິ່ນຂອງປະຊາຊົນ ຈໍານວນ 2 ບ້ານຄື: ບ້ານຕະກຸ ແລະ ບ້ານຕະລຸຍ ພ້ອມທໍາລາຍຖິ້ມ. ໂດຍການນໍາພາຂອງ ພັທ ບຸນມີ ທູນພູວຽງ ຮອງຫົວໜ້າກອງບັນຊາການທະຫານເມືອງ ພ້ອມດ້ວຍພະນັກງານ-ນັກຮົບສອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ.

ຜ່ານການລົງກວດກາພື້ນທີ່ເປົ້າໝາຍຕົວຈິ່ຈໍານວນ 2 ບ້ານຄື: ບ້ານຕະກຸ, ບ້ານ ຕະລຸຍ ພົບວ່າຍັງມີພໍ່ແມ່ປະຊາຊົນຈໍານວນໜຶ່ງລັກລອບປູກຝິ່ນຄືນໃໝ່ ຈໍານວນ 2 ຈຸດ, ມີ 2 ຕອນດິນ, ເນື້ອທີ່ທັງໝົດ 0,7 ເຮັກຕາ, ເຈົ້າໜ້າທີ່ຈຶ່ງທຳລາຍ ຖິ້ມດ້ວຍການໃຊ້ໄມ້ຟາດຕົ້ນ, ໝາກ, ດອກ ແລະ ຫຼົກຕົ້ນອ່ອນຖິ້ມ ເພື່ອບໍ່ໃຫ້ເຈົ້າຂອງເກັບກູ້ຜົນຜະລິດ ແລະ ໝາກຝີ່ນ ໄປເປັນແນວພັນໄດ້ຕື່ມອີກ. ພ້ອມທັງສ້າງບົດບັນທຶກສຶກສາອົບຮົມພໍ່ແມ່ປະຊາຊົນໃຫ້ຢຸດເຊົາບໍ່ໃຫ້ມີການລັກລອບປູກຝິ່ນຕື່ມອີກ.

ການລົງທໍາລາຍຄັ້ງນີ້, ເພື່ອປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົດຕີ ສະ ບັບເລກທີ 36/ນຍ, ລົງວັນທ 12 ສິງຫາ 2014 ວ່າດ້ວຍການເພີ່ມທະວີສະກັດກັ້ນຕ້ານຢາເສບຕິດ ແລະ ການປູກຝີ່ນ, ກັນຊາ, ຄໍາສັ່ງຂອງເຈົ້າແຂວງ ສະບັບເລກທີ 01/ຈຂ, ລົງວັນທີ 16 ມີນາ 2010 ວ່າດ້ວຍການຄວບ ຄຸມສະກັດກັ້ນການປູກຝິ່ນ ແລະ ການລັກລອບຊື້-ຂາຍຢາເສບຕິດພາຍໃນແຂວງຫຼວງນໍ້າທາ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023 ໃຫ້ປະກົດຜົນເປັນຈິງ.