ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ມອບຕົວນັກໂທດ ເປັນພົນລະເມືອງໄທ ທີ່ກະທໍາຜິດຄະດີສໍ້ໂກງຊັບພົນລະເມືອງ ໃຫ້ເຈົ້າໜ້າທີ່ຕໍາຫຼວດໄທ ໃນທ້າຍອາທິດທີ່ຜ່ານມາ, ພາຍຫຼັງປະຕິບັດໂທດຄົບຕາມກໍານົດ.

ນັກໂທດທີ່ສົ່ງກັບຄືນປະເທດໃນຄັ້ງນີ້ ຊື່ ທ້າວ ສຸພົນ ອາຍຸ 45 ປີ ເຊື້ອຊາດ ແລະ ສັນຊາດໄທ ຢູ່ບ້ານໂປງນໍ້າຮ້ອນ ເມືອງໂປງ ແຂວງຊົນບູລີ ປະເທດໄທ, ຖືກເຈົ້າໜ້າ ປກສ ເມືອງປາກຊັນ ແຂວງບໍລິຄຳໄຊ ກັກຕົວໃນວັນທີ 14 ມິຖຸນາ 2015 ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ ແລະ ຖືກສານປະຊາຊົນແຂວງບໍລິຄໍາໄຊ ຕັດສິນຕັດອິດສະຫຼະພາບ 3 ປີ 6 ເດືອນ; ເຊິ່ງຜູ້ກ່ຽວໄດ້ ປະຕິບັດໂທດຕາມລະບຽບກົດໝາຍຂອງ ສປປ ລາວ ເປັນທີ່ຮຽບຮ້ອຍແລ້ວ. ດັ່ງນັ້ນ, ຈຶ່ງມອບໃຫ້ເຈົ້າໜ້າທີ່ຝ່າຍໄທ ນຳໄປສຶກສາອົບຮົມ ເພື່ອບໍ່ໃຫ້ຜູ້ກ່ຽວກະທຳຜິດຊ້ຳອີກ ແລະ ນໍາສົ່ງສູ່ຄອບຄົວ.

ຕາງໜ້າມອບໂດຍ ພັຕ ຊາຍ ຈັນທະລັງສີ ຮອງຫົວໜ້າດ່ານຕຳຫຼວດກວດຄົນເຂົ້າ-ອອກເມືອງດ່ານສາກົນປາກຊັນ, ກ່າວຮັບໂດຍ ພັທ ບໍ່ດິນ ຮ້ອຍພົມມາ ຫົວໜ້າງານສືບສວນດ່ານຕຳຫຼວດກວດຄົນເຂົ້າ-ອອກເມືອງດ່ານສາກົນບຶງການ ປະເທດໄທ ໂດຍມີເຈົ້າໜ້າທີ່ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.