ກອງປະຊຸມຄົບຄະນະຂອງ ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ເທື່ອ ທີ 6

ກອງປະຊຸມຄົບຄະນະຂອງ ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ເທື່ອທີ 6 ຂອງ ສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ I ໄດ້ຈັດຂຶ້ນໃນວັນທີ 18 ທັນວາ 2018 ເພື່ອສະຫຼຸບວຽກງານປີ 2018 ແລະ ວາງທິດທາງແຜນການ ປີ 2019, ເຂົ້າຮ່ວມໂດຍ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ຈັນທອນ ລັດຖະຈັກ ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ, ມີບັນດາພາກສ່ວນກ່ຽວຂ້ອງຈາກຄະນະດັ່ງກ່າວ, ຕາງໜ້າພະແນກການ, ເມືອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ວິໄລສານ ພົມມີໄຊ ຮອງປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ຂຶ້ນຜ່ານບົດສະຫຼຸບ ໃຫ້ຮູ້ວ່າ:

ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ເປັນຕົນເເທນ ສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ໂດຍປະຕິບັດຕາມ 3 ພາລະບົດບາດຫຼັກ ຄື: ດ້ານນິຕິກຳ, ດ້ານການຕົກລົງບັນຫາສຳຄັນ ແລະ ດ້ານຕິດຕາມກວດກາ ໃນການຊຸກຍູ້ບັນດາອົງການປົກຄອງ ນວ ເພື່ອຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຕ່າງໆ ພາຍໃຕ້ລັດຖະທຳມະນູນກົດໝາຍ, ບັນດານິຕິກຳ ແລະ ມະຕິຂອງສະພາປະຊາຊົນ ນວ.

ທ່ານ ວິໄລສານ ພົມມີໄຊ
ເປັນປະທານໂດຍ ທ່ານ ຈັນທອນ ລັດຖະຈັກ

ຊຶ່ງຜ່ານມາ, ຄະນະກໍາມະການພວກເຮົາ ໄດ້ເອົາໃຈໃສ່ຊຸກຍູ້ພະແນກການໃຫ້ປັບປຸງ, ຮຽບຮຽງຄືນບັນດານິຕິກໍາທີ່ ກອງປະຊຸມສະໄໝສາມັນ ແຕ່ລະສະໄໝ ທີ່ໄດ້ຮັບຮອງເອົາແລ້ວນັ້ນ ໃຫ້ໄດ້ຮັບການລົງລາຍເຊັນ ແລະ ປະກາດໃຊ້ຕາມຂັ້ນຕອນ, ທັງໄດ້ເຂົ້າຮ່ວມສໍາມະນາ, ທາບທາມບັນດາຮ່າງນິຕິກໍາ ແລະ ກົດໝາຍ; ໄດ້ຄົ້ນຄວ້າພິຈາລະນາ, ຕົກລົງຮັບຮອງບັນຫາສໍາຄັນຂອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປີ 2018 ໃນກອງປະຊຸມສະໄໝສາມັນ ແລະ ກອງປະຊຸມຄະນະປະຈໍາເປັນປົກກະຕິ, ໂດຍກໍານົດເອົາຫົວໜ່ວຍລາຄາຊົດເຊີຍຜົນກະທົບຂອງໂຄງການກໍ່ສ້າງສະຖານີໄຟຟ້າ ແລະ ສ້າງສາຍສົ່ງແຮງສູງ 115 ກິໂລວັດ, ແຕ່ສະຖານີນາໄຫ-ດົງໂພສີ ນະຄອນຫຼວງວຽງຈັນ.

ພ້ອມນັ້ນ, ຍັງໄດ້ເຂົ້າຮ່ວມຕິດຕາມ ແລະ ຊຸກຍູ້ວຽກງານປິ່ນອ້ອມທີ່ຕິດພັນກັບຂົງເຂດວຽກງານຮ່ວມກັບ ນວ, ພະແນກການທີ່ກ່ຽວຂ້ອງຂອງ ອົງການປົກຄອງ ນວ, ສ່ວນວຽກງານຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ ໃນປີ 2018 ຄະນະກໍາມະການ ໄດ້ປຶກສາຫາລືແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ຄື: ປຶກສາຫາລືແກ້ໄຂໄດ້ 24 ຄັ້ງ, ລົງເກັບກໍາຂໍ້ມູນຕົວຈິງ ພົບປະຊາຊົນຜູ້ທີ່ຂໍຄວາມເປັນທໍາ 28 ຄັ້ງ, ໄດ້ຮັບຄໍາຮ້ອງ 67 ເລື່ອງ, ໄດ້ຄົ້ນຄວ້າພິຈາລະນາສົ່ງອອກໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂ 52 ເລື່ອງ ມີຜົນສຳເລັດ.

ສະຫຼຸບວຽກງານປີ 2018 ແລະ ວາງທິດທາງແຜນການ ປີ 2019

ປີ 2019 ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ຈະເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແຜນການປີ ເຂົ້າໃນການເຄື່ອນໄຫວວຽກງານຕົວຈິງ ແລະ ແຜນຂະແໜງການຊ່ວຍວຽກວິຊາສະເພາະ ໃຫ້ເປັນອັນລະອຽດ, ວ່ອງໄວ ແລະ ທັນເວລາ; ປັບປຸງລະບອບແບບແຜນວິທີເຮັດວຽກຂອງພະນັກງານ ໃຫ້ມີວິທະຍາສາດ ແລະ ຕິດແທດກັບຕົວຈິງ; ສ້າງນິຕິກໍາທີ່ອໍານວຍຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ການເມືອງ ເປັນລະບົບຄົບຊຸດ ທັງປັບປຸງກົນໄກການປະສານງານ ທັງພາຍໃນ ແລະ ພາຍນອກ ໃຫ້ກົມກຽວ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວ ມີການປັບປຸງທາງດ້ານປະລິມານ ແລະ ມີຄຸນນະພາບດີຂຶ້ນເລື້ອຍໆ.