ເປັນປະທານໂດຍ ພັອ ໄກສອນ ແກ້ວມະນີ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່

ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ເປີດຊຸດຝຶກອົບຮົມຄູວິຊາສະເພາະ 513 ທົ່ວປະເທດ ປະຈໍາປີ 2018 ຂຶ້ນໃນວັນທີ 17 ທັນວາ 2018, ເປັນປະທານໂດຍ ພັອ ໄກສອນ ແກ້ວມະນີ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຫົວໜ້າ-ຮອງຫົວໜ້າສູນຝຶກອົບຮົມວິຊາສະເພາະຄົບວົງຈອນ, ຄູຝຶກ, ພະນັກງານຫຼັກແຫຼ່ງ, ນັກສໍາມະນາກອນ ເຂົ້າຮ່ວມ.

ພັຕ ວິໄລ ພົມປັນຍາ ຫົວໜ້າພະແນກຝຶກອົບຮົມ ສູນຝຶກອົບຮົມວິຊາສະເພາະຄົບວົງຈອນ ກອງບັນຊາການປ້ອງກັນເຄື່ອນທີ່ ກ່າວວ່າ:

ຊຸດຝຶກອົບຮົມຄັ້ງນີ້ ເປັນການຍົກລະດັບຄຸນນະພາບຄວາມຮູ້-ຄວາມສາມາດ, ທັກສະກ່ຽວກັບຄູວິຊາສະເພາະ 513 ໃຫ້ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ເຮັດວຽກງານຝຶກອົບຮົມ-ຫັດແອບ ແລະ ສິດສອນຕົວຈິງຢູ່ບັນດາກົມກອງ ທົ່ວປະເທດ ມີຄວາມເຂັ້ມແຂງ, ເຂົ້າໃຈຈະແຈ້ງ, ຖືກຕ້ອງ ແລະ ເປັນເອກະພາບກັນສູງ ທາງດ້ານທິດສະດີ, ຫຼັກການ ແລະ ພຶດຕິ ກໍາຕົວຈິງ ຄື: ຫຼັກການ, ເງື່ອນໄຂມາດຖານ, ພາລະບົດບາດ ແລະ ໜ້າທີ່ຂອງຄູວິຊາສະເພາະ 513, ບາດກ້າວກະກຽມ ແລະ ລະບຽບທໍານຽມຂອງຄູວິຊາສະເພາະ 513, ຫຼັກການແຕ່ງເອກະສານ, ແຕ່ງບົດສອນພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ການປະຕິບັດການສິດສອນຕົວຈິງ ພາກທິດສະດີ ແລະ ສິດສອນຕົວຈິງ ພາກສະໜາມ, ຫຼັກການສ້າງແຜນການ ແລະ ແຜນງົບປະມານຝຶກອົມຮົມ-ຫັດແອບ ຢູ່ກົມກອງ.

ຊຸດຝຶກອົບຮົມຄູວິຊາສະເພາະ 513 ທົ່ວປະເທດ ປະຈໍາປີ 2018

ຊຸດຝຶກອົບຮົມໃຊ້ເວລາການຝຶກ 20 ວັນ ( 17 ທັນວາ 2018 -4 ມັງກອນ 2019 ), ມີນັກສໍາມະນາກອນ 46 ສະຫາຍ ມາຈາກ ກອງບັນຊາການປ້ອງກັນເຄື່ອນທີ່ 10 ສະຫາຍ, ກອງພັນເຄື່ອນທີ່ ກອງບັນຊາການ ປກສ ແຂວງ ທົ່ວປະເທດ 34 ສະຫາຍ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ 2 ສະຫາຍ.