ຫສນຍ ລະລຶກເຖິງ ວັນສາກົນຢຸດຕິຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກນ້ອຍ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ)

0
1413

ທ້າຍອາທິດຜ່ານມາ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມລະນຶກເຖິິງ ວັນສາກົນຢຸດຕິຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກນ້ອຍ ປະຈຳປີ 2018 (25 ພະຈິກ 2018), ໂດຍການເປັນປະທານຂອງ ທ່ານ ນາງ ບຸບຜາ ເຄນວົງດາລາ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີຄະນະກົມ ແລະ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ພາຍໃນ ຫສນຍ ເຂົ້າຮ່ວມ.

ເປັນປະທານໂດຍ ທ່ານ ນາງ ບຸບຜາ ເຄນວົງດາລາ

ທ່ານ ນາງ ບຸບຜາ ເຄນວົງດາລາ ກ່າວວ່າ:

ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອລະນຶກເຖິງ ວັນສາກົນຢຸດຕິຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກນ້ອຍ ແລະ ສະຫຼຸບຕີລາຄາປະເມີນຄືນ ການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງ ແມ່ຍິງ ແລະ ແມ່-ເດັກ ຫສນຍ ປະຈຳປີ 2018 ແລະ ຜ່ານແຜນປີ 2019.

ທ່ານ ນາງ ບຸບຜາ ເຄນວົງດາລາ
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ)

ພ້ອມດຽວກັນນັ້ນ, ກໍໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງ ວັນສາກົນຢຸດຕິຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກນ້ອຍ ລວມທັງສາເຫດຂອງຄວາມຮຸນແຮງ, ຄວາມສ່ຽງ, ຜົນກະທົບ ແລະ ໄພອັນຕະລາຍຂອງຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກນ້ອຍ, ບັນດາສະຖານທີ່ເກີດມີຄວາມຮຸນແຮງ, ສະພາບຄວາມຮຸນແຮງຕໍ່ ແມ່ຍິງ ໃນ ສປປ ລາວ, ບົດບາດ ແລະ ລະດັບການມີສ່ວນຮ່ວມຂອງ ແມ່ຍິງ ໃນອົງການຈັດຕັ້ງຂອງພັກ ແລະ ລັດ ແຕ່ລະຂັ້ນ.

ສະຫຼຸບຕີລາຄາປະເມີນຄືນ ການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງ ແມ່ຍິງ ແລະ ແມ່-ເດັກ

ໃນໂອກາດນີ້, ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານທົ່ວ ຫສນຍ ຈົ່ງພ້ອມກັນເອົາໃຈໃສ່ ແລະ ມີສ່ວນຮ່ວມໃນວຽກງານການສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກນ້ອຍ ໃຫ້ຫຼາຍຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ຕ້ອງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມບົດບາດຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ໃນອົງການຈັດຕັ້ງຕ່າງໆໃຫ້ດີຂຶ້ນ, ເອື້ອຍນ້ອງແມ່ຍິງ ກໍຕ້ອງໄດ້ເອົາໃຈໃສ່ເປັນເຈົ້າການບຸກບືນພັດທະນາຕົນເອງຢ່າງຮອບດ້ານໃຫ້ທຽບທັນກັບເພດຊາຍ ແລະ ມີບົດບາດສູງຂຶ້ນຢ່າງຕໍ່ເນື່ອງ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າ, ສັງຄົມມີຄວາມສະຫງົບ, ສີວິໄລ ແລະ ຍຸຕິທຳຢ່າງແທ້ຈິງ.